ກອງປະຊຸມເຜີຍແຜ່ ເຊື່ອມຊຶມເອກະສານກ່ຽວກັບ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄ ສະນາອົບຮົມສຸນກາງພັກຄຸ້ມຄອງ


ໃນວັນທີ 6 ຕຸລາ 2026 ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມເອກະສານກ່ຽວກັບ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສຸນກາງພັກຄຸ້ມຄອງ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6) ເຊິ່ງໃຫ້ກຽດເປັນປະທານໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ຄະນະບໍລິຫານພັກ, ບັນດາຫົວໜ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ.

ກອງປະຊຸມ ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ກ່າວເປີດກອງປະຊຸມ ແລະ ເຜີຍແຜ່ເນື້ອໃນມະຕິຕົກລົງຂອງກົມການເມືອງບສູນກາງພັກ ສະບັບເລກທີ 64/ກມສພ ລົງວັນທີ 24 ກໍລະກົດ 2026 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຊຶ່ງທ່ານໄດ້ເນັ້ນໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້ມີຄວາມໝາຍຄວາມສຳຄັນຢ່າງຍິ່ງເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ເພື່ອສ້າງ ແລະ ຄຸ້ມຄອງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ເພີ່ມທະວີຄວາມຮູ້-ຄວາມສາມາດເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່ ແລະ ຄາດຄະເນເປົ້າໝາຍ, ການຈັດວາງ, ສັບຊ້ອນ ຕໍາ ແໜ່ງພະນັກງານນໍາພາ-ຄຸ້ມຄອງ ແຕ່ລະຂັ້ນ, ແຕ່ລະຂະ ແໜງການຢ່າງພຽງພໍ ແລະ ມີຄຸນນະພາບ ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນແຕ່ລະສະໄໝ ກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ແລະ ຖືເປັນວຽກງານທີ່ສໍາຄັນຕົ້ນຕໍໃນວຽກງານພັກ-ພະນັກງານ ເພື່ອເຮັດໃຫ້ທຸກວຽກງານດໍາເນີນໄປຢ່າງຖືກຕ້ອງຕາມຂັ້ນຕອນ ລະບຽບແບບແຜນ ແລະ ສາມາດຕອບສະໜອງໜ້າທີ່ການເມືອງຂອງພັກ-ລັດໃນແຕ່ລະສະໄໝໃຫ້ມີປະສິດທິພາບສູງສຸດ.


ນອກນັ້ນ, ໃນກອງປະຊຸມດັ່ງກ່າວ ສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າ ຄອສພ ໄດ້ຜ່ານຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 557/ຄຈສພ, ລົງວັນທີ 21/8 /2026 ກ່ຽວກັບການຈັດຕັ້ງປະຕິບັດມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ.

ແລະ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າ ຄອສພ, ຜ່ານມາດຕະຖານພະນັກງານນໍາພາ-ຄຸ້ມຄອງຂອງ ຄອສພ.

ຈາກນັ້ນ ສະຫາຍ ອານົງສັກ ອິນທະວົງ ກໍາມະການປະຈໍາພັກ ຫົວໜ້າກົມຈັດຕັ້ງ, ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 1734/ຄຈສພ, ລົງວັນທີ 17ກັນຍາ 2026 ກ່ຽວກັບ ການກໍານົດເວລາສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ຜ່ານແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນ ຄອສພ ຄຸ້ມຄອງ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນ ຄອສພ ຄຸ້ມຄອງ.



ໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມເພີ່ມທະວີຄວາມຮັບຜິດຊອບ, ສຸ່ມໃສ່ຄົ້ນຄວ້າ, ເຊື່ອມຊຶມ ແລະ ກໍາແໜ້ນຕໍ່ເນື້ອໃນເອກະສານຢ່າງເລິກເຊິ່ງ ເພື່ອນຳໄປຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງຕົນຮັບຜິດຊອບໃຫ້ເກີດຜົນປະໂຫຍດ ແລະ ມີປະສິດທິພາບສູງສຸດ ພ້ອມນັ້ນ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບພັກການອຸດໜູນບໍານານ, ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ສືບຕໍ່ເອົາໃຈໃສ່ໃນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ແນໃສສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງໃນວຽກງານແຕ່ລະໄລຍະໃຫ້ໄດ້ຮັບຜົນດີ ແລະ ພ້ອມກັນບຸກບືນຜ່ານຜ່າ ຊອກຮູ້ຮໍ່າຮຽນເອົາບົດຮຽນປະສົບການໃໝ່ໆທີ່ດີເດັ່ນ ນໍາມາພັດທະນາໝູນໃຊ້ເຂົ້າໃນວຽກງານຕົວຈິງໃນຂົງເຂດທີ່ຕົນຮັບຜິດຊອບໃຫ້ມີໝາກຜົນໃໝ່ຍິ່ງໃຫຍ່ກວ່າເກົ່າ.