ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ (ເວັບໄຊສ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ III ປີ 2026.


ໃນຕອນບ່າຍ ຂອງວັນທີ 6 ຕຸລາ 2026, ພະແນກເຕັກໂນໂລຊີຊໍ້ມູນຂ່າວສານ ກົມຂໍ້ມູນຂ່າວສານ ໄດ້ຈັດກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ(ເວັບໄຊສ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ III (7-8-9) 2026, ທິດທາງແຜນການປະຈໍາໄຕມາດ IV (10-11-12)/2026 ທີ່ຫ້ອງປະຊຸມທາງໄກ ຊັ້ນ 4 ຄອສພ ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ນາງ ອິດໄຊທອງ ສົມມະນີ ຫົວໜ້າພະແນກເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າຮ່ວມມີ: ຮອງພະແນກແນກເຕັກໂນໂລຊີຂໍ້ມູນຂ່າວສານ ພ້ອມດ້ວຍພະນັກງານ ແລະ ຄະນະຮັບຜິດຊອບວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊສ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ.

ໃນພິທີທ່ານ ນາງ ອິດໄຊທອງ ສົມມະນີ ຫົວໜ້າພະແນກເຕັກໂນໂລຊີຂໍ້ມູນຂ່າວສານ ໄດ້ກ່າວຈຸດປະສົງຂອງກອງປະຊຸມຄັ້ງນີ້່ ເພື່ອສະຫຼຸບການເຄື່ອນໄຫວວຽກງານສື່ເອເລັກໂຕຼນິກ (ເວັບໄຊ) ແລະ ຮັບຟັງການສ່ອງແສງລາຍ ງານ, ປະເມີນຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນການບໍລິ ຫານຈັດການຂໍ້ມູນຂ່າວສານຜ່ານເວັບໄຊ ໃນໄລຍະ 3 ເດືອນຜ່ານມາ; ຮັບຟັງການລາຍງານການແບ່ງຄວາມຮັບຜິດຊອບຜູ້ຄຸ້ມຄອງເວັບໄຊສ ແລະ ໜ້າເພສ ຄະນະໂຄສະນາອົບຮົມແຂວງ; ຮັບຟັງການປະກອບຄຳເຫັນ ທີ່ຕິດພັນກັບການເຄື່ອນໄຫວວຽກງານ ວິຊາສະເພາະ, ປຶກສາຫາລື ແລະ ແລກປ່ຽນບົດຮຽນ ທາງດ້ານວິຊາການໃນການເຄື່ອນໄຫວຈັດຕັ້ງ ປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊສ) ແລະ ໜ້າເພສ ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ແລະ ທິດທາງແຜນການປັບປຸງພັດທະນາວຽກງານເວັບໄຊສ ໃນຕໍ່ໜ້າ ໂດຍສະເພາະການເພີ່ມປະສິດທິພາບລະບົບ, ການຮັກສາຄວາມສະຖຽນທາງດ້ານເຕັກນິກ, ຄວາມວ່ອງໄວ ແລະ ຄວາມປອດໄພຂອງເວັບໄຊ ເພື່ອໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ກອງປະຊຸມໄດ້ຮັບຟັງການລາຍງານ ຂອງຄະນະຮັບຜິດຊອບວຽກງານເວັບໄຊສ ຂອງຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ຢ່າງກົງໄປກົງມາ, ມີເນື້ອໃນເລິກເຊິ່ງ ແລະ ພ້ອມກັນແລກປ່ຽນບົດຮຽນ ປຶກສາຫາລື ເຊິ່ງກັນ ແລະ ກັນ ເພື່ອພ້ອມກັນແກ້ໄຂຂໍ້ຄົງ ແລະ ວາງທິດທາງແຜນການພັດທະນາວຽກງານເວັບໄຊໃຫ້ມີປະສິດທິພາບສູງຂຶ້ນເລື້ອຍ.