Daothavysouk singtanak

ກົມຂໍ້ມູນຂ່າວສານ ພົບປະແລກປ່ຽນ ແລະ ສ້າງຂະບວນການຮ່ວມກັບສຳນັກຂ່າວສານປະເທດລາວ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ໜ່ວຍພັກ ຂອງຕົນ

ໃນວັນທີ 05 ທັນວາ 2025 ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ ພ້ອມພະນັກງານກົມ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນການເຄື່ອນໄຫວວຽກງານວິຊາສະເພາະ ທີ່ສຳນັກຂ່າວສານປະເທດລາວ ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ  ພ້ອມດ້ວຍພະນັກງານ.

50 ປີ ສປປ ລາວ

50 ປີ ສປປ ລາວ ຊາດລາວ ຊົນຊາດເຊື້ອ                     ຂຶ້ນຊື່ລືນາມ ມີປະຫວັດສາດຫຼາຍພັນປີ                  ປະກົດໃນໂລການີ້ ປະຊາຊົນ ມີມູນເຊື້ອ              ຂະຫຍັນພຽນດຸໝັ່ນ ສາມັກຄີຮັກໝັ້ນ                            ໂຮມຕຸ້ມເຜົ່າປະຊາ

ທ່ານ ພູວົງ ກິດຕະວົງ ກໍາມະການປະຈໍາພັກ, ຮອງລັດຖະມົນຕີກະຊວງການເງິນ ໃຫ້ກຽດບັນຍາຍເອກະສານ ໃນຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ

ໃນຕອນເຊົ້າ ວັນທີ 25 ພະຈິກ 2025 ນີ້, ທ່ານ ພູວົງ ກິດຕະວົງ ກໍາມະການປະຈໍາພັກ, ຮອງລັດຖະມົນຕີກະຊວງການເງິນໄດ້ໃຫ້ກຽດຂຶ້ນບັນຍາຍເອກະສານ ໃນບັ້ນຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ

ພ້ອມກັນຮໍ່າຮຽນເອົານໍ້າໃຈຮັກຊາດ ອຸດົມການອັນສູງສົ່ງ  ແລະ ຄຸນສົມບັດອັນຜ່ອງໃສ ຂອງປະທານໄກສອນ ພົມວິຫານ

                ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່ແມ່ນໜຶ່ງໃນຜູ້ນຳທີ່ດີເດັ່ນ ຂອງພັກ -ລັດ ແລະ ແມ່ນລູກຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນຳສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ ແລະ ພຽບພ້ອມໄປດ້ວຍຄຸນສົມບັດສິນທໍາປະຕິວັດອັນຜ່ອງໃສ ມີນໍາ້ໃຈຮັກຊາດອັນດູດດື່ມ ແລະ ນໍ້າໃຈເສຍສະຫຼະເພື່ອຊາດ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ປິດຊຸດຝຶກອົບຮົມ ບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ

ໃນຕອນເຊົ້າຂອງວັນທີ 20 ພະຈິກ 2025 ທີ່ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ຈັດພິທີປິດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ

1 2 3