ຫົວໜ້າ ຄອສພ ລົງເຄື່ອນໄຫວວຽກງານຢູ່ 4 ແຂວງພາກໃຕ້
ຫົວໜ້າ ຄອສພ ລົງເຄື່ອນໄຫວວຽກງານຢູ່ 4 ແຂວງພາກໃຕ້ ໃນລະຫວ່າງວັນທີ 11-14 ມັງກອນ 2023 ຜ່ານມານີ້ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ 4 ແຂວງພາກໃຕ້ (ອັດຕະປື, ເຊກອງ, ສາລະວັນ ແລະ ຈຳປາສັກ).