ຄະນະໂຄສະນາອົບຮົມສູນກາງພັກໄດ້ມອບໃບຊົມເຊີຍໃຫ້ພາກສ່ວນບໍລິສັດທີ່ໄດ້ໃຫ້ການອຸປະຖຳ ຄະນະໂຄສະນາອົບຮົມສູນກາງພັກລົງເຄື່ອນໄຫວເຮັດວຽກງານຢູ່ 2 ແຂວງພາກເໜືອ

ຄະນະໂຄສະນາອົບຮົມສູນກາງພັກໄດ້ມອບໃບຊົມເຊີຍໃຫ້ພາກສ່ວນບໍລິສັດທີ່ໄດ້ໃຫ້ການອຸປະຖຳ ຄະນະໂຄສະນາອົບຮົມສູນກາງພັກລົງເຄື່ອນໄຫວເຮັດວຽກງານຢູ່ 2 ແຂວງພາກເໜືອ

ໃນວັນທີ 05 ມັງກອນ 2023 ຄະນະໂຄສະນາອົບຮົມສູນກາງພັກໄດ້ມອບໃບຊົມເຊີຍໃຫ້ພາກສ່ວນບໍລິສັດທີ່ໄດ້ໃຫ້ການອຸປະຖຳ ຄະນະໂຄສະນາອົບຮົມສູນກາງພັກລົງເຄື່ອນໄຫວເຮັດວຽກງານຢູ່ 2 ແຂວງພາກເໜືອມີ: ລັດວິສາຫະກິດໂຮງພິມແຫ່ງລັດ ແລະ ບໍລິສັດ ຄ້າຣຸ້ງໂຣດລາວ ບໍລິການຂົນສົ່ງສິນຄ້າ ຈຳກັດຜູ້ດຽວ. ໃຫ້ກຽດມອບໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮັບໂດຍ ທ່ານ ໄມອອນ ທຳມະວົງ ອຳນວຍການລັດວິສາຫະກິດໂຮງພິມແຫ່ງລັດ ແລະ ທ່ານ ນ. ບຸບຜາ ໄຊຍະວົງ ປະທານ ບໍລິສັດ ຄ້າຣຸ້ງໂຣດລາວ ບໍລິການຂົນສົ່ງສິນຄ້າ ຈຳກັດຜູ້ດຽວ. ໂອກາດດັ່ງກ່າວ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ບັນດາທ່ານຜູ້ຕາງໜ້າບໍລິສັດ ທັງບຸກຄົນ ແລະ ນິຕິບຸກຄົນ ທີ່ປະກອບສ່ວນເປັນວັດຖຸ, ເງິນຄຳເຂົ້າໃນການເຮັດວຽກງານການເມືອງ-ແນວຄິດກໍຄືວຽກງານຄະນະໂຄສະນາອົບຮົມສູນກາງພັກໃນໄລຍະໃໝ່; ໃຫ້ມີການຫັນປ່ຽນຢ່າງຈະແຈ້ງຕາມຄຳຂວັນທີ່ວ່າ “ເພີ່ມທະວີການນຳພາຂອງພັກ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກເຂົ້າສູ່ຄຸນນະພາບໃໝ່”.