ກອງ​ປະ​ຊຸມ​ເຜີຍແຜ່ພາລະບົດບາດຂອງສະພາທິດສະດີສູນກາງພັກ ຢູ່ບັນດາແຂວງພາກເໜືອ

ກອງ​ປະ​ຊຸມ​ເຜີຍແຜ່ພາລະບົດບາດຂອງສະພາທິດສະດີສູນກາງພັກຢູ່ບັນດາແຂວງພາກເໜືອ

          ໃນຕອນເຊົ້າ ຂອງວັນທີ 12 ມັງກອນ 2023 ​ທີ່ຫ້ອງປະຊຸມໃຫຍ່ ຂອງຫ້ອງວ່າການ ແຂວງອຸດົມໄຊສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່ພາລະບົດບາດ ຂອງສະພາທິດສະດີສູນກາງພັກ ໂດຍພາຍ​ໃຕ້​ການ​ເປັນປະ​ທານ ຂອງ​ ສະ​ຫາຍ ສອນທະນູ ທຳມະວົງ ກໍາມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານຜູ້ປະຈຳການ ສະພາທິດສະດີສູນກາງພັກ ມີ​ຄະນະຜູ້ແທນຈາກບັນ​ດາແຂວງພາກເໜືອ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງອຸດົມໄຊ ເຂົ້າ​ຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ຕາງ​ໜ້າໃຫ້​ຄະນະ​ນຳສະພາ​ທິດສະດີສູນກາງພັກ, ສະ​ຫາຍ ສອນທະນູ ທຳມະວົງ ໄດ້ຍົກໃຫ້ເຫັນ ສະພາບການເຄື່ອນໄຫວວຽກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ຂອງສະພາ​ທິດສະດີສູນກາງພັກ ແລະ ​ຜົນ​ງານໃນໄລຍະຜ່ານມາ ໂດຍ​ສະ​ເພາະ ນັບ​ແຕ່​ສ້າງ​ຕັ້ງ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ ກໍ​ຄື​ບັນ​ດາ​ອົງ​ການ​ທີ່​ເຮັດ​ວຽກ​ງານ​ຄົ້ນ​ຄ​ວ້າກ່ຽວກັບ​ທິດ​ສະ​ດີ ແລະ​ ພຶດ​ຕິ​ກຳຂອງ​ພັກ ນອກ​ຈາກນັ້ນ ກໍ​ຍົກ​ໃຫ້​ເຫັນ​ສະ​ພາບ​ລວມທີ່​ຕັ້ງ, ພາ​ລະ​ບົດ​ບາດ ແລະ​ ການ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ ​ຂອງ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ ໃນ​ໄລ​ຍະ​ໃໝ່.

​ແຫຼ່ງ​ຂ່າວ: ຫ້ອງ​ການ​ສະ​ພາ​ທິດ​ສ​ະ​ດີ​ສູນ​ກາງ​ພັກ

  • ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາທິດສະດີສູນກາງພັກ ເລກທີ: 68/ຄລສພ, ລົງວັນທີ 02/03/2022   ກົດອ່ານ ຫຼື ດາວໂຫຼດ