ຮອງຫົວໜ້າ ຄອສພ ເຂົ້າຮ່ວມກອງປະຊຸມສຳມະນາລະດັບສູງກ່ຽວກັບການຫັນເປັນດິຈິຕ໋ອນແຫ່ງຊາດ

ຮອງຫົວໜ້າ ຄອສພ ເຂົ້າຮ່ວມກອງປະຊຸມສຳມະນາລະດັບສູງກ່ຽວກັບການຫັນເປັນດີຈີຕ໋ອນແຫ່ງຊາດ

(Laos Digital Transformation forum)

         ໃນວັນທີ 23 ທັນວາ 2022 ຢູ່ທີ່ຫໍປະຊຸມແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ຈັດກອງປະຊຸມສຳມະນາລະດັບສູງກ່ຽວກັບການຫັນເປັນດີຈີຕ໋ອນແຫ່ງຊາດ ພາຍໃຕ້ຄຳຂວັນ: ການຮ່ວມມືທົ່ວສັງຄົມເພື່ອການຫັນເປັນດີຈີຕ໋ອນຂອງ ສປປ ລາວ ເຂົ້າຮ່ວມເປັນປະທານໂດຍ ທ່ານ ສຈ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມມີ: ບັນດາກຳມະການສູນກາງພັກ ບັນດາກະຊວງ-ອົງການຂັ້ນສູນກາງ, ບັນດາເຈົ້າແຂວງ-ຮອງເຈົ້າແຂວງ, ນັກທຸລະກິດພາກລັດ-ເອກະຊົນ ແລະ ບໍລິສັດຕ່າງໆ ເຂົ້າຮ່ວມ.

    ໃນພິທີ ທ່ານລັດຖະມົນຕີກະຊວງເຕັກໂນໂລຊີດິຈີຕ໋ອນໄດ້ຜ່ານແຜນຍຸດທະສາດແຫ່ງຊາດ ແລະ ແຜນດຳເນີນງານການພັດທະນາເສດຖະກິດດິຈິຕ໋ອນ(Digital Economy); ແຂກຮັບເຊີນຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີຈາກສສ ຫວຽດນາມຂື້ນແລກປ່ຽນບົດຮຽນ ນອກຈາກນີ້ຍັງມີບັນດາກະຊວງຕ່າງໆໄດ້ຂຶ້ນລາຍງານການຫັນເປັນດິຈິຕ໋ອນໃນຂົງເຂດວຽກງານຂອງຕົນເປັນຕົ້ນ: ໃນວຽກງານການເງິນ, ການຊຳລະສະສາງ, ການພັດທະນາ ແລະ ຄຸ້ມຄອງການຄ້າເອເລັກໂຕຼນິກ, ການສ້າງລະບົບຄຸ້ມຄອງລັດຖະກອນ ແລະ ພົນລະເມືອງດ້ວຍເຕັກໂນໂລຊີດິຈິຕ໋ອນ, ວຽກງານທີ່ດິນ, ໂລຈິສຕິກ, ນຳໃຊ້ເຕັກໂນໂລຊີເຂົ້າໃນວຽກງານກະສິກຳ, ວຽກງານແຜນການ ແລະ ການລົງທຶນ, ການຄຸ້ມຄອງແຮງງານເປັນດິຈິຕ໋ອນ, ພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບການພັດທະນາເສດຖະກິດດິຈິຕ໋ອນ, ວຽກງານສາທາລະນະສຸກເປັນດິຈິຕ໋ອນ ແລະ ວຽກງານຖະແຫຼງຂ່າວ, ວັດຖະນະທຳ ແລະ ການທ່ອງທ່ຽວ.

            ຈຸດປະສົງເພື່ອຜັນຂະຫຍາຍແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານ 5 ປີຄ້ັງທີ II (2021-2025) ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານໃນການຫັນເປັນອຸດສາຫະກຳທັນສະໄໝ ແລະ ພັດທະນາເສດຖະກິດດິຈິຕ໋ອນຂອງ ສປປ ລາວ, ເພື່ອສົ່ງເສີມການນຳໃຊ້ເຕັກໂນໂລຊີນະວັດຕະກຳ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ(ICT), ໂທລະຄົມມະນາຄົມ ແລະ ດິຈິຕ໋ອນທີ່ທັນສະໄໝເຂົ້າໃນທຸກຂະແໜງການພັດທະນາເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ, ເພື່ອຊຸກຍູ້ຂະບວນການຜະລິດສິນຄ້າ, ການບໍລິການ ໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫຼາກຫຼາຍສ້າງມູນຄ່າເພີ່ມ, ສາມາດແຂ່ງຂັນ ໃນຕະຫຼາດພາຍໃນ ແລະ ຕ່າງປະເທດ, ເພື່ອຄັດເລືອກເອົາຜະລິດຕະພັນໄອຊີທີ ແລະ ດິຈິຕ໋ອນຂອງ ສປປ ລາວ ເຂົ້າຮ່ວາມແຂ່ງຂັນໃນລະດັບເວທີອາຊຽນ ແລະ ສາກົນ ເປັນຕົ້ນແມ່ນງານແຂ່ງຂັນ ASEAN ICT award 2022.

ໃນຕອນບ່າຍຂອງວັນດຽວກັນຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ຕື່ມອີກ.