ສົມພິນິດ ວົງສົມບັດ

ວິຖີຊີວິດແບບປົກກະຕິໃໝ່ ( NEW NORMAL)

ວິຖີຊີວິດແບບປົກກະຕິໃໝ່ ( NEW NORMAL) ຄໍລໍາພວກເຮົາໄດ້ຂຽນກ່ຽວກັບຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ -19 ມາຫຼາຍແລ້ວແຕ່ມື້ນີ້ຢາກນໍາສະເໜີ ກ່ຽວກັັບການດໍາເນີນຊີວິດໄປຄຽງຄູ່ກັບການລະບາດຂອງພະຍາດໂຄວິດ -19 ເຊິ່ງຍັງບໍ່ທັນມີທ່າທີຫຼຸດຜ່ອນລົງ. ຫາກເພື່ອນຜູ້ອ່ານຕິດຕາມຂ່າວຈະເຫັນວ່າມີການເວົ້າເຖິງ ວິຖີຊີວິດແບບປົກກະຕິໃໝ່ ( NEW NORMAL) ຫຼືຈະເວົ້າແບບເຂົ້າໃຈງ່າຍໆວ່າ ການດໍາເນີນຊີວິດແບບໃໝ່ນີ້ ມັນຕ່າງຈາກແບບທີ່ພວກເຮົາເຄີຍຢູ່ເຄີຍກິນແນວໃດ? ອັນທີ່ໜຶ່ງ: ແມ່ນແນວທາງປະຕິບັດທີ່ຜູ້ຄົນໃນສັງຄົມຄຸ້ນເຄີຍຢ່າງເປັນປົກກະຕິນັ້ນຕ້ອງມີການປ່ຽນແປງໄປສູ່ອັນໃໝ່ທີ່ບໍ່ຄຸ້ນເຄີຍເຊິ່ງລວມມີ: ວິທີຄິດ, ວິທີຮຽນຮູ້, ວິທີສື່ສານ, ວິທີປະຕິບັດ ແລະ ວິທີບໍລິຫານຈັດການຕ່າງໆ. ວິຖີຊີວິດແບບໃໝ່ໄດ້ແກ່: – ພຶດຕິກໍາການນໍາໃຊ້ອິນເຕີເນັດ: ມັນມີບົດບາດຫຼາຍຂຶ້ນໃນການດໍາເນີນຊີວິດປະຈໍາວັນ ບໍ່ວ່າຈະເປັນການສຶກສາຮໍ່າຮຽນ ໂດຍສະເພາະການຮຽນທາງອອນລາຍ, ປະຊຸມອອນລາຍ… ຄົນບໍ່ຈໍາເປັນໄປຫ້ອງການເຮັດວຽກຢູ່ເຮືອນ (ແບບອອນລາຍ) ການສັ່ງຊື້ສິນຄ້າ ແລະ ອາຫານການກິນ; ການເຮັດທຸລະກໍາທາງການເງິນ; ການເບິ່ງຮູບເງົາ ແລະ ການບັນເທີງຕ່າງໆ ທາງອອນລາຍເປັນຕົ້ນ. – ການຮັກສາໄລຍະຫ່າງທາງສັງຄົມ: ຄົນເລີ່ມລະມັດລະວັງບໍ່ໃກ້ຊິດກັນຫຼາຍເກີນໄປ; ການໄປບ່ອນສາທາລະນະ ຫຼື ບ່ອນຊຸມຊົນແອອັດ-ບ່ອນຊຸມນຸມຊົນ-ງານລ້ຽງ-ງານດອງ-ງານບຸນຕ່າງໆ ກໍ່ຫຼຸດລົງຄົນຫັນໄປສູ່ການຈັດງານຢູ່ເຮືອນຫຼາຍຂຶ້ນ, ຫຼຸດຜ່ອນການເດີນທາງທ່ອງທ່ຽວ… – ການເອົາໃຈໃສ່ສຸຂະພາບ: ຄົນສ່ວນໃຫຍ່ຫັນໄປສູ່ການໃສ່ໜ້າກາກອະນາໄມ; […]

3 ອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມສູນກາງພັກ ວາງກະຕ່າດອກໄມ້ເນື່ອງໃນໂອກາດ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ.

3 ອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມສູນກາງພັກ ວາງກະຕ່າດອກໄມ້ເນື່ອງໃນໂອກາດ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ. ໃນຕອນເຊົ້າຂອງ ວັນທີ 16 ທັນວາ 2020, 3 ອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ວາງກະຕ່າດອກໄມ້ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ຢູ່ທີ່ ຫໍພິພິຕະພັນ ໄກສອນ ພົມວິຫານ ເຊິ່ງນໍາໂດຍ ທ່ານ ວັນຕຸລາ ຣັກນຸດ ປະທານສະຫະພັນກໍາມະບານ ຄອສພ, ເຂົ້າຮ່ວມມີ: ຄະນະບໍລິຫານງານຂອງ ສະຫະພັນກໍາມະບານ, ແມ່ຍິງ ແລະ ຊາວໜຸ່ມ, ຕາງໜ້າສະມາຊິກແຕ່ລະໜ່ວຍຂອງ 3 ອົງການ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງໃນການຈັດພິທີວາງກະຕ່າດອກໄມ້ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານຄັ້ງນີ້ ກໍເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຄຸນງາມຄວາມດີຂອງ ປະທານ […]

ພິທີເປີດຊຸດຝຶກອົບວຽກງານໂຄສະນາ-ປະຖະກະຖາ ຢູ່ກະຊວງ ຍທຂ.

ພິທີເປີດຊຸດຝຶກອົບວຽກງານໂຄສະນາ-ປະຖະກະຖາ ຢູ່ກະຊວງ ຍທຂ. ໃນຕອນເຊົ້າຂອງວັນທີ 08 ທັັນວາ 2020, ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບກະຊວງ ຍທຂ ຈັດຊຸດຝຶກອົບຮົມວຽກງານ ໂຄສະນາ-ປະຖະກະຖາ ໃຫ້ແກ່ພະນັກງານສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ພາກລັດວິສາຫະກິດອ້ອມຂ້າງກະຊວງ. ພິທີດັ່ງກ່າວໄດ້ຈັດຂຶ້້ນທີ່ສະຖາບັນຝຶກອົບຮົມຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ສີລິພອນ ອິນທິລາດ ເລຂາໜ່ວຍພັກຮາກຖານ ຫົວໜ້າສະຖາບັນຝຶກອົບຮົມ ຍທຂ ແລະ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າກົມໂຄສະນາ, ມີນັກສຳມະນາກອນ ແລະ ວິທະຍາກອນເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວ ທ່ານ ສີລິພອນ ອິນທິລາດ ໄດ້ກ່າວວ່າ: ຫຼັກສູດຝຶກອົບຮົມວຽກງານປະຖະກະຖາ ໃນໄລຍະສັ້ນ 10 ວັນ, ມາຮອດປັດຈຸບັນນີ້ໄດ້ຈັດຕັ້ງຝຶກອົບຮົມມາແລ້ວ 19 ຊຸດ, ມີນັກສໍານະກອນເຂົ້າຮ່ວມທັງໝົດ 544 ຄົນ ເຊິ່ງ ສະແດງໃຫ້ເຫັນວ່າ ການນໍາຂອງກະຊວງ […]

ພິທີປິດຊຸດຝຶກອົບຮົມວຽກງານກວດກາປະຈໍາປີ 2020.

ພິທີປິດຊຸດຝຶກອົບຮົມວຽກງານກວດ ກາປະຈໍາປີ 2020. ໃນຕອນບ່າຍຂອງ ວັນທີ 14 ທັນວາ 2020, ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020 ຂຶ້ນທີ່ ຫ້ອງປະຊຸມ ຊັ້ນ5, ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 5 ວັນ ແຕ່ວັນທີ 8-14 ທັນວາ 2020; ໂດຍການເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ປະທານກວດກາ, ຫົວໜ້າກົມຈັດຕັ້ງ-ພະນັກງານ; ເຂົ້າຮ່ວມມີ: ບັນດາຄະນະກວດກາໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າບັນດາກົມເຂົ້າຮ່ວມທັງໝົດ 19 ທ່ານ, ຍິງ 11 ທ່ານ. ໃນພິທີ ທ່ານ ອານົງສັກ ອິນທະວົງ ໄດ້ໃຫ້ກຽດມີຄໍາເຫັນ ແລະ ໂອ້ລົມຕໍ່ຊຸດຝຶກອົບ ເຊິ່ງກ່ອນອື່ນທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ນັກສໍາມະນາກອນທັງໝົດ ທີ່ມີຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ຮໍ່າຮຽນ […]

ກອງປະຊຸມສໍາມະນາວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້: “ຄຸນສົມບັດ, ສິນທໍາປະ ຕິວັດອັນສູງສົ່ງ ຂອງປະທານໄກສອນ ພົມວິ ຫານ”

ກອງປະຊຸມສໍາມະນາວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້: “ຄຸນສົມບັດ, ສິນທໍາປະຕິວັດ ອັນສູງສົ່ງ ຂອງປະທານໄກສອນ ພົມວິຫານ”        ໃນວັນທີ 10 ທັນວາ 2020 ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ປະທານ ໄກສອນ ພົມວິຫານ, ສົມທົບກັບ ຄະນະໂຄສະນາອົບຮົມສູນກາງພັກ

1 26 27 28 29 30 37