ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 136 ປີ ( 1 ພຶດສະພາ 1886-1 ພຶດສະພາ 2022).

ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 136 ປີ ( 1 ພຶດສະພາ 1886-1 ພຶດສະພາ 2022).

    ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2022, ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 136 ປີ ( 1 ພຶດສະພາ 1886-1 ພຶດສະພາ 2022) ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ, ໃຫ້ກຽດປາຖະກະຖາໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາ ອົງການຈັດຕັ້ງມະຫາຊົນ, ເຂົ້າຮ່ວມມີ: ຄະນະພັກ, ປະທານສະຫະພັນກໍາມະບານ, ຄະນະໜ່ວຍກໍາມະບານຮາກຖານ ທົ່ວຄອສພ ພ້ອມດ້ວຍສະມາຊິກສະຫະພັນກໍາມະບານ ເຂົ້າຮ່ວມຢ່າງພ້ອມພຽງ.


    ກ່ອນເຂົ້າສູ່ພິທີປາຖະກະຖາ ທ່ານ ວັນຕຸລາ ຮັກນຸດ ໄດ້ຂຶ້ນຜ່ານບົດສະຫຼຸບ ແລະ ຕີລາຄາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2021, ດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ແລະ ທິດທາງແຜນການ ປະຈໍາປີ 2022 ຂອງສະຫະພັນກຳມະບານ ຄະນະໂຄ ສະນາອົບຮົມສູນກາງພັກ.

     ຫຼັງຈາກນັ້ນ ກໍໄດ້ມີພິທີມອບໃບຢັ້ງຢືນ 5 ເປັນເຈົ້າຂອງສູນກາງສະຫະພັນກໍາມະບານລາວ ໃຫ້ແກ່ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງໃຫ້ກຽດມອບໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ.
     ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະ ຫາຊົນ ໄດ້ໃຫ້ກຽດໂອ້ລົມ ແລະ ປາຖະກະຖາ ກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວ ຂອງສະຫະພັນກໍາມະບານ ຄອສພ ທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມນັ້ນ ທ່ານຍັງໄດ້ກ່າວຫວນຄືນເຖີງມູນເຊື້ອ, ປະ ຫວັດຄວາມເປັນມາ, ຕົ້ນກຳເນີດຂອງຊົນຊັ້ນກຳມະກອນລາວ, ບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ ແລະ ກອງປະຊຸມຕ່າງໆກ່ຽວກັບກໍາມະກອນ ແລະ ຜູ້ອອກແຮງງານໃນພາກພຶ້ນ ແລະ ສາກົນ, ການປະກອບສ່ວນໃນພາລະກິດປະຕິວັດ ຂອງກຳມະກອນລາວຕະຫຼອດໄລຍະຜ່ານມາ. ຕໍ່ກັບການເສີມຂະຫຍາຍມູນເຊື້ອອັນດີງາມຂອງຊົນຊັ້ນກໍາ ມະກອນສາກົນ ບົນພຶ້ນຖານການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ຊຶ່ງແມ່ນພັກຂອງຊົນຊັ້ນກໍາມະກອນລາວ; ກໍາມະກອນ ແລະ ຜູ້ອອກແຮງ ງານລາວຈະຕ້ອງໄດ້ຮໍ່າຮຽນເອົາຄຸນລັກສະນະອັນດີເລີດຂອງຊົນຊັ້ນກໍາມະກອນຄື: ຊົນຊັ້ນກໍາມະກອນແມ່ນ ເປັນຊົນຊັ້ນທີ່ມີນໍ້າໃຈຮັກຊາດຢ່າງແທ້ຈິງ ແລະ ມີນໍ້າໃຈສາກົນກຳມະຊີບທີ່ຜ່ອງໃສ, ມີມະນາຈິດປະຕິວັດອັນສູງສົ່ງ, ມີຄວາມຕື່ນຕົວຕໍ່ສູ້ດ້ວຍຄວາມເດັດດ່ຽວ ກ້າຫານບໍ່ຍອມຈໍານົນ, ມີສະຕິ ມີລະບຽບວິໄນຢ່າງເຂັ້ມງວດໃນການອອກແຮງງານ ແລະ ຮັກໃນອາຊີບຂອງຕົນ, ມີຄວາມດຸໝັ່ນຂະຫຍັນພຽນ, ມີແນວຄິດເອື້ອເຟື້ອເພື່ອແຜ່ ສາມັກຄິຊ່ວຍ ເຫຼືອເຊີ່ງກັນແລະກັນ, ມີຫົວຄິດປະດິດສ້າງ ພັດທະນາຕົນເອງທາງດ້ານເຕັກນິກວິທະຍາສາດທີ່ມີການຂະຫຍາຍຕົວໃນແຕ່ລະໄລຍະ ຕິດພັນກັບການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນັ້ນ ທ່ານ ຍັງໄດ້ໃຫ້ທິດຊີ້ນໍາ ແລະ ມີຄໍາເຫັນບາງຕອນສໍາຄັນຕໍ່ກັບແຜນຍຸດທະຍາດພັດທະນາວຽກງານກໍາມະບານ ຄອສພ ໃນໄລຍະ 5 ປີ 2020-2025 ຊຶ່ງປະກອບມີ 7 ແຜນງານ 21 ໂຄງການ ແລະ ວິໄສທັດ 10 ປີ 2020-2030 ທີ່ທາງຄະນະສະຫະພັນກໍາມະບານ ຄອສພ ຈະຕ້ອງໄດ້ສືບຕໍ່ປະຕິບັດ ໃຫ້ໄດ້ຮັບໝາກຜົນເປັນຈິງໃນຕໍ່ໜ້າ, ພ້ອມທັງ ເນັ້ນໜັກໃຫ້ສະມາຊິກກຳມະບານທັງໝົດ ພ້ອມ ກັນເປັນເຈົ້າການໃນການເຊື່ອມຊຶມ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີສະຕິຕື່ນຕົວປະຕິວັດ, ມີແບບແຜນດຳລົງຊີວິດທີ່ປອດໃສ, ຈໍາແນກມິດສັດຕູຈະແຈ້ງ, ມີນໍ້າໃຈຮັກຊາດ, ຮັດແໜ້ນຄວາມສາມັກຄີທັງພາຍໃນ ແລະ ພາຍນອກ, ເວົ້າລວມ ເວົ້າສະເພາະ ກໍຄືຕັ້ງໜ້າປະຕິບັດໜ້າທີ່ວິຊາສະເພາະຂອງຕົນຢ່າງປະດິດສ້າງ, ພັດທະນາຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວິຊາສະເພາະ, ເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນ ສະໄໝ ເພື່ອປະກອບສ່ວນເຂົ້າໃນການເຮັດວຽກງານໂຄສະນາອົບຮົມໃນໄລຍະໃໝ່ ແລະ ປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດຕາມແຜນການ ແຜນງານ ຂອງ ສະຫະພັນກໍາມະບານ ຄອສພ ວາງອອກ ໂດຍຕິດພັນກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງ 5 ເປັນເຈົ້າ ໃຫ້ໄດ້ຮັບຜົນສໍາເລັດ ແລະ ມີປະສິດທິຜົນສູງສຸດ.