3 ອົງການຈັດຕັ້ງມະຫາຊົນຂອງ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າອວຍພອນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ.

3 ອົງການຈັດຕັ້ງມະຫາຊົນຂອງ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າອວຍພອນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະ ຫາຊົນ.

     ໃນຕອນບ່າຍຂອງວັນທີ 26 ເມສາ 2022, 3 ອົງການຈັດຕັ້ງມະຫາຊົນຂອງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າອວຍພອນ ທ່ານ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ.

     ໃນໂອກາດດັ່ງກ່າວ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ, ປະທານສະ ຫະພັນກໍາມະບານ ຄອສພ ໄດ້ຕາງໜ້າໃຫ້ 3 ອົງການຈັດຕັ້ງມະຫາຊົນ ກ່າວຄໍາອວຍພອນເນື່ອງໃນໂອກາດ ປີໃໝ່ລາວ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ, ວັນສ້າງຕັ້ງ 3 ອົງການຈັດ ຕັ້ງມະຫາຊົນທີ່ຫາກໍຜ່ານກາຍໄປ ແລະ ເນື່ອງໃນໂອກາດວັນກໍາມະກອນສາກົນ ຄົບຮອບ 136 ປີທີ່ຈະມາເຖິງນີ້.
     ໃນໂອກາດດຽວກັນນີ້, ທ່ານ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ສະແດງຄວາມຂອບໃຈຕໍ່ 3 ອົງການຈັດຕັ້ງມະຫາຊົນຂອງ ຄອສພ ທີ່ມີຄວາມຫ້າວຫັນບຸກບືນ ແລະ ເຮັດໜ້າທີ່ສົມກັບຄໍາຂວັນຂອງແຕ່ລະອົງການ ພ້ອມນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ອົງການຈັດຕັ້ງມະຫາຊົນໂດຍສະເພາະແມ່ນອົງການຈັດຕັ້ງຊາວໜຸ່ມທີ່ປຽບດັ່ງແຂນຂວາຂອງພັກ ໃຫ້ສືບຕໍ່ພັດທະນາຕົນເອງໃຫ້ກາຍເປັນກໍາລັງແຮງທີ່ມີຄຸນນະພາບ ພ້ອມກັນບຸກບືນສູ້ຊົນເປັນເຈົ້າການສ້າງການຫັນປ່ຽນໃໝ່ໃນວຽກງານໂຄສະນາອົບຮົມໃນໄລຍະໃໝ່ ແລະ ຖືເອົາຄຸນນະພາບເປັນກົກໃນການເຄື່ອນໄຫວປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ.