System

ພິທີເປີດຊຸດອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ.

ພິທີເປີດຊຸດອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ.      ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ ເປີດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ໃນລະຫວ່າງວັນທີ 20-22 ກັນຍາ 2022 ຜ່ານມາ, ຢູ່ທີ່ຫ້ອງປະຊຸມຊັ້ນ3ຂອງຫ້ອງວ່າການແຂວງ ບໍລິຄໍາໄຊ ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດກ່າວເປີດໂດຍ ທ່ານ ອຸດອນ ສອນສຸລິນ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ, ເຂົ້າຮ່ວມມີທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ, ມີພະນັກງານຈາກຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 10 ທ່ານ.

ກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້:”ທິດທາງການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງ ສປປລາວ ແລະ ບົດຮຽນຂອງ ສປຈີນ”

                ໃນຕອນເຊົ້າ ຂອງວັນທີ 12 ກັນຍາ 2022, ເວລາ 8:30ໂມງ ທີ່ຫ້ອງປະຊຸມໃຫຍ່ຂອງ ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້”ທິດທາງການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງ ສປປລາວ ແລະ ບົດຮຽນຂອງ ສປຈີນ”, ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ; ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍຍົກລັດຖະມົນຕີ, ທີ່ປຶກສາສະພາທິດສະດີສູນກາງພັກ, ມີບັນດາຄະນະປະຈຳ ແລະ ສະມາຊິກສະພາທິດສະດີສູນກາງພັກ, ມີບັນດາທ່ານຈາກຂະແໜງເສດຖະກິດ ຂອງລັດຖະບານ,  ມີບັນດາທ່ານຊ່ຽວຊານລາວ ທີ່ຖືກແຕ່ງຕັ້ງຕາມຂໍ້ຕົກລົງ ເລກທີ 42/ນຍ ເພື່ອເຮັດວຽກກັບຄະນະຊ່ຽວຊານຈີນ ແລະ ມີນັກຄົ້ນຄວ້າ ແລະ ແຂກຖືກເຊີນຈຳນວນໜື່ງ ເຂົ້າຮ່ວມ.

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ໃນຕອນເຊົ້າ ຂອງວັນທີ 26 ສິງ​ຫາ 2022, ເວລາ 8:30 ໂມງ; ​ທີ່ຫ້ອງປະຊຸມສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມເຜີຍ​ແຜ່​ມະ​ຕິ​ກອງ​ປະ​ຊຸມ​ຄົບ​ຄະ​ນະ ຄັ້ງ​ທີ 4 ຂອງ​ຄະ​ນະ​ບໍ​ລິ​ຫານງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI” ພາຍ​ໃຕ້​ການ​ເປັນປະ​ທານ ຂອງ​ສະ​ຫາຍ ຄຳ​ພັນ ເຜີຍ​ຍະ​ວົງ ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ ​ເຂົ້າ​ຮ່ວມມີບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ ແລະ ພະນັກງານຫ້ອງການສະພາທິດສະດີສູນກາງພັກ ເຂົ້າ​ຮ່ວມ 30 ສະຫາຍ.

ໜ່ວຍພັກຫ້ອງການສະພາທິດສະດີສູນກາງພັກ ຈັດພິທີຮັບ ມະຫາຊົນກ້າວໜ້າເຂົ້າ ເປັນສະມາຊິກພັກສຳຮອງ.

                ໃນວັນທີ 12 ສິງຫາ 2022 ໜ່ວຍພັກຫ້ອງການສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າ ເປັນສະມາຊິກພັກສຳ ຮອງຈຳນວນ 1 ສະຫາຍ,  ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ  ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານກວດກາ; ມີຜູ້ຕາງໜ້າຈາກບັນດາໜ່ວຍພັກອ້ອມຂ້າງ ຄອສພ ແລະ ພະນັກງານສະມາຊິກພັກສົມບູນ ພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.

ກຸ່ມບ້ານໝາກເຟືອງ ເມືອງນາກາຍ ແຂວງຄຳມ່ວນ ໄດ້ຮັບການອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ແລະ ປະຊາຊົນຢູ່ລຽບຕາມຊາຍແດນ

           ໃນ​ລະ​ຫວ່າງວັນ​ທີ 28-29 ກໍ​ລະ​ກົດ ປີ 2022 ຜ່ານ​ມານີ້ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ໄດ້​ສົມ​ທົບ​ກັບ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຄຳ​ມ່ວນ ແລະ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ​ນາ​ກາຍ ຈັດ​ຕັ້ງ​ອົບ​ຮົມ​ຄວາມ​ຮູ້​ພື້ນ​ຖານ​ດ້ານ​ການ​ເມືອງ-ການ​ປົກ​ຄອງ ແລະ ການ​ສ້າງ​ບ້ານ​ພັດ​ທະ​ນາ, ປະ​ຊາ​ຊົນຢູ່​ລຽບ​ຕາມ​ຊາຍ​ແດນ ຊຶ່ງ​ໄດ້​ຈັດ​ຂຶ້ນຢູ່​ທີ່​ຫ້ອງ​ການ​ບ້ານ ​ບ້ານ​ໝາກ​ເຟືອງ ເມືອງ​ນາ​ກາຍ ​ແຂວງ​ຄຳ​ມ່ວນ ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ແສງ​ແກ້ວ ພະ​ຄຸນ​ທອງ ກຳ​ມະ​ການ​ປະ​ຈຳ​ພັກ​ເມືອງ ຮອງ​ເຈົ້າ​ເມືອງ​ນາ​ກາຍ, ​ ທ່ານ ຄຳ​ເຄນ​ ຈັນ​ທະ​ວົງ ຫົວ​ໜ້າ​ກົມ​ອົບ​ຮົມ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ມີ​ທ່ານ ອຸ​ດອນ ສຸກ​ທິ​ລາດ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຄຳ​ມ່ວນ​.

1 4 5 6 7 8 21