System

ມິດຕະພາບທີ່ຫຼ່ໍຫຼອມດ້ວຍເລືອດເນື້ອ ເພື່ອສືບສານຕຳນານແຫ່ງສາຍພົວພັນມິດຕະພາບຈີນ-ລາວ

ມິດຕະພາບທີ່ຫຼ່ໍຫຼອມດ້ວຍເລືອດເນື້ອ ເພື່ອສືບສານຕຳນານແຫ່ງສາຍພົວພັນມິດຕະພາບຈີນ-ລາວ ປະຊາຊົນລາວ ແມ່ນປະຊາຊົນວິລະຊົນ ທີ່ໄດ້ຕໍ່ສູ້ຢ່າງຍືດເຍື້ອຍາວນານ ເພື່ອຍາດເອົາ ເອກະລາດແຫ່ງຊາດ. ໃນຊຸມປີ 60 ແລະ 70 ຂອງສະຕະວັດທີ 20, ກອງທັບ ແລະ ປະຊາຊົນຈີນ ໄດ້ຕັ້ງໜ້າສະໜັບສະໜູນພາລະກິດປະຕິວັດ ແລະ ການປົດປ່ອຍຊາດຂອງປະເທດລາວ, ນັກຮົບຈີນຫຼາຍກວ່າ 200 ສະຫາຍ ໄດ້ເສຍສະຫຼະຊີວິດຢູ່ດິນແດນແຫ່ງນີ້ ແລະ ສ້າງເປັນອະນຸສາວະລີແຫ່ງມິດຕະພາບ ຈີນ-ລາວ ທີ່ບໍ່ມີ ວັນເສື່ອມຄາຍ.     ນອກຈາກນີ້ການກໍ່ສ້າງຂົວຂ້າມນ້ຳອູກໍແມ່ນຂົວທີ່ມີຄວາມຍາວ 256 ແມັດ ຍັງຄົງເດັ່ນສະຫງ່າ ຢູ່ເທິງແມ່ນ້ຳອູ ທີ່ຜ່ານຮ້ອນຜ່ານໜາວມາຫຼາຍກວ່າ 40 ປີ ທີ່ເປັນສັກຂີພິຍານໃຫ້ແກ່ມິດຕະພາບ ຈີນ-ລາວ ທີ່ໝັ້ນຄົງຂະນົງແກ່ນ.    ເພື່ອຮັບປະກັນໃຫ້ການກໍ່ສ້າງທາງດຳເນີນໄປຢ່າງສະດວກ ແລະ ຮັບປະກັນຄວາມ ປອດໄພຂອງຜູ້ຄະນະກໍ່ສ້າງ, ກອງປືນໃຫຍ່ຕໍ່ຕ້ານອາກາດຍານຂອງຈີນກໍໄດ້ເຂົ້າຮ່ວມສູ້ຮົບເພື່ອປົກປ້ອງການກໍ່ສ້າງ ທັງໝົດ 95 ຄັ້ງ, ຍິງຍົນສູ້ຮົບຂອງອາເມລິກາຕົກ 35 ລຳ, ໄດ້ຮັບຄວາມ ເສຍຫາຍ […]

ນັກຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ຂອງຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາ ຢູ່ນະຄອນໄກສອນ, ແຂວງສະຫວັນນະເຂດ.

ໃນວັນທີ 17-19 ມີນາ 2026 ນັກຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ຂອງຄະນະໂຄສະນາອົບຮົມສູນກາງພັກ ຈໍານວນ 39 ສະຫາຍ, ຍິງ 19 ສະຫາຍ ໄດ້ໄປທັດສະນະສຶກສາ ຢູ່ນະຄອນໄກສອນ, ແຂວງສະຫວັນນະເຂດນໍາພາໂດຍ ຄູອາຈານ ຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ຄະນະຮັບຜິດຊອບຊຸດຮຽນ ຂອງຄະນະໂຄສະນາອົບຮົມສູນກາງພັກ.

ນັກຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ຂອງຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາຢູ່ພິພິຕະພັນປະທານ ໄກສອນ ພົມວິຫານ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ)

ນັກຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ຂອງຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາຢູ່ພິພິຕະພັນປະທານ ໄກສອນ ພົມວິຫານ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ) ໃນວັນທີ 10 ມີນາ 2026 ນັກຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ຂອງຄະນະໂຄສະນາອົບຮົມສູນກາງພັກ ຈໍານວນ 39 ສະຫາຍ, ຍິງ 19 ສະຫາຍໄດ້ໄປທັດສະນະສຶກສາຢູ່ພິພິຕະພັນປະທານ ໄກສອນ ພົມວິຫານ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ) ນໍາພາໂດຍ ທ່ານ ນ. ໄພວັນ ວັນນະໄຊ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະຮັບຜິດຊອບຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ຂອງຄະນະໂຄສະນາອົບຮົມສູນກາງພັກ.

ພິທີປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ

ໃນຕອນບ່າຍຂອງວັນທີ 28 ພະຈິກ 2025 ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວໃຫ້ແກ່ ພະນັກງານລັດຖະກອນ ປະຈຳການ ແລະ ບຳນານທີ່ຂື້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ຄະນະປະຈຳພັກ, ຄະນະບໍລິຫານງານພັກຄະນະໂຄສະນາອົບຮົມສູນກາງພັກ, ບັນດາກົມ, ທຽບເທົ່າກົມເຂົ້າຮ່ວມຢ່າງພ້ອມພຽງ.

1 2 3 26