System

ສະຫະພັນແມ່ຍິງ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ເຄື່ອນໄຫວທັດສະນະສຶກສາ ຢູ່ແຂວງຄໍາມ່ວນ.

ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ມີຄວາມຫມາຍ, ມີເນື້ອໃນເລິກເຊິ່ງ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII, ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະຫະພັນແມ່ຍິງ ຄອສພ ໃຫ້ເຂົ້າສູ່ລວງເລິກແລະວຽກງານຕົວຈິງ, ໂດຍຖືເອົາວັນສໍາຄັນດັ່ງກ່າວ ເປັນການສ້າງຂະບວນການ,

ກອງປະຊຸມທາງໄກເຜີຍແຜ່ ແຈ້ງການແນະນຳການໂຄສະນາ, ເຜີຍແຜ່ ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່ສຸດໃໝ່ ສຳລັບຜູ້ອອກແຮງງານ ຢູ່ ສປປລາວ ທີ່ລັດຖະບານປະກາດໃຊ້ ໂດຍອົງການກຳມະບານລາວ

ໃນຕອນເຊົ້າວັນທີ 28 ກໍລະກົດ 2022 ທ່ານ ນາງ ໄພວັນ ວັນນະໄຊ, ຮອງປະທານສະຫະພັນກຳມະບານ ຄອສພ, ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ເຂົ້າຮ່ວມກອງປະຊຸມເຜີຍແຜ່ ແຈ້ງການແນະນຳການໂຄສະນາ, ເຜີຍແຜ່ ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່ສຸດໃໝ່ ສຳລັບຜູ້ອອກແຮງງານ ຢູ່ ສປປລາວ ທີ່ລັດຖະບານປະກາດໃຊ້ ໂດຍອົງການກຳມະບານລາວ ໂດຍໃຫ້ກຽດເປັນປະທານ ທ່ານ ອະທິລັດ ອຸດົມເດດ ຮອງຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວ ມີບັນດາປະທານສະຫະພັນກຳມະບານກະຊວງ-ອົງການ, ນະຄອນຫຼວງ ແລະ ບັນດາແຂວງໃນທົ່ວປະເທດເຂົ້າຮ່ວມ.

ການຈັດອົບຮົມການເມືອງ-ແນວຄິດໃຫ້ແກ່ ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ເມືອງສາມັກຄີໄຊ ແຂວງອັດຕະປື

ຊຸດອົບຮົມໄດ້ຈັດຂຶ້ນທີ່ຫ້ອງ​ປະ​ຊຸມ​ຂອງຄະນະໂຄສະນາອົບຮົມ​ແຂວງ​ອັດຕະປືໃນວັນທີ    19/07/ 2022 ຊຶ່ງໄດ້ດຳ​ເນີນ​ໄປ 1 ວັນ ພາຍໃຕ້ການເປັນປະທານເປີດ, ປິດ ແລະ ໃຫ້ການໂອ້ລົມ​ຂອງສະ​ຫາຍ ນາງ ບຸນນານ ບຸນນະແສງ ກຳມະການ​ປະ​ຈຳ​ພັກ​ແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງອັດຕະປື, ມີສະ​ຫາຍ​ ຄຳ​ກອງ ທຳ​ມະ​ເທວາ ກຳມະພັກ ຮອງ​ຫົວ​ໜ້າ​ກົ​ມ​ອົບ​ຮົມ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ແລະ ສ​ະ​ຫາຍ ຄຳໝັ້ນ ສີສະໝຸດ ຄະນະປະຈຳພັກເມືອງ ຮອງເລຂາພັກເມືອງສາມັກຄີໄຊ.

ອົບຮົມຄູ-ອາຈານສອນວິຊາສັງຄົມ-ການເມືອງ ຢູ່ເມືອງທຸລະຄົມ ແຂວງວຽງຈັນ

 ໃນວັນທີ 14-16/6/2022 ກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກສົມທົບກັບໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດຕັ້ງອົບຮົມຄູ-ອາຈານສອນວິຊາສັງຄົມ-ການເມືອງ ໃຫ້ ຄູ-ອາຈານສອນ ຢູ່ໂຮງຮຽນມັດທະຍົມອ້ອມຂ້າງເທດສະບານ ແຂວງວຽງຈັນ ທັງພາກລັດ ແລະ ເອກະຊົນຢູ່ທີ່ສະໂມສອນ ເມືອງ​ທຸລະຄົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນທັບ ວົງໄຊ ຮອງເລຂາພັກເມືອງທຸລະຄົມ, ທ່ານ ສົມຄິດ ອິນທະວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ຄຳເຄນ ຈັນທະວົງ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ.   ຊຸດອົບຮົມຄັ້ງນີ້ມີຄູ-ອາຈານສອນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມອົບຮົມທັງໝົດ 39 ທ່ານ, ຍິງ 26 ທ່ານ. ໃນນັ້ນ, ມີສະມາຊິກພັກຈຳນວນ 39 ສະຫາຍ, ຍິງ 26 ສະຫາຍ, ອຳນວຍການໂຮງຮຽນ 5 ທ່ານ ແລະ ຮອງອຳນວຍການໂຮງຮຽນ 3 ທ່ານ, ຍິງ 2 […]

1 5 6 7 8 9 20