ເພສກົມອົບຮົມ

ຍົກສູງທິດສະດີ-ແນວທາງ ໃຫ້ຄູ-ອາຈານສອນວິຊາສັງຄົມການເມືອງ ຢູ່ໃນ 3 ເມືອງໃຕ້ ຂອງແຂວງອຸດົມໄຊ

            ຊຸດຝຶກອົບຮົມທິດສະດີ-ແນວທາງ ໃຫ້ຄູ-ອາຈານສອນວິຊາສັງຄົມການເມືອງ ໄດ້ຈັດຂຶ້ນແຕ່ວັນທີ 08-09 ກໍລະກົດ 2025 ຢູ່ທີ່ສະໂມສອນເມືອງຮຸນ ແຂວງອຸດົມໄຊ ໃຫ້ກຽດເປັນປະທານ ພ້ອມທັງກ່າວເປີດ-ປິດ ສະຫາຍ ຫົງທອງ ບົວລີໄຊ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານເມືອງຮຸນ, ມີສະຫາຍ ລີຈາວ ໄຊເຍ່ຍຊ່າງ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງອຸດົມໄຊ ພ້ອມດ້ວຍຄະນະຮັບຜິດຊອບຈາກສູນກາງ, ແຂວງ, ເມືອງ ແລະ ມີນັກສໍາມະນາກອນມາຈາກ 3 ເມືອງ ຄື: ເມືອງຮຸນ 10 ທ່ານ, ເມືອງແບງ 10 ທ່ານ ແລະ ເມືອງປາກແບງ 09 ທ່ານ, ລວມທັງໜົດ 29 ທ່ານ, ຍິງ 11 […]

ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນ ຢູ່ລຽບຕາມຊາຍແດນ ທີ່ເມືອງລະຄອນເພັງ, ແຂວງສາລະວັນ.

ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນ ຢູ່ລຽບຕາມຊາຍແດນ ທີ່ເມືອງລະຄອນເພັງ, ແຂວງສາລະວັນ. ໃນລະຫວ່າງວັນທີ 10-11 ມິຖຸນາ 2025 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມອົບຮົມແຂວງສາລະວັນ ແລະ

ອົບຮົມການເມືອງ-ແນວຄິດໃຫ້ ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ຢູ່ເມືອງລອງ ແຂວງຫຼວງນໍ້າທາ

ອົບ​ຮົມ​ການເມືອງ-ແນວ​ຄິດ​ໃຫ້​ ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ຢູ່ເມືອງລອງ​ ແຂວງ​ຫຼວງນໍ້າທາ                                                          ​                          ໂດຍ: ສີ​ວອນ ຈັນ​ສຸ​ລີ ໃນວັນທີ 13 ພຶດສະພາ 2025 ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງລອງ

ຝຶກອົບຮົມໃຫ້ແກ່ພະນັກງານທີ່ວຽກງານອົບຮົມຢູ່ແຂວງຫຼວງພະບາງ

ໃນວັນທີ 2-3 ເມສາ 2025 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ສົມທົບກັນຈັດຕັ້ງຝຶກອົບຮົມວຽກງານງານອົບຮົມ ໃຫ້ກຽດເປັນປະທານຮ່ວມກ່າວເປີດພິທີຊຸດຝຶກອົບຮົມຂອງ ສະຫາຍ ສົມຈິດ ສິງລໍຄໍາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ; ສະຫາຍ ຄໍາກອງ ທຳມະເທວາ ຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ. ຊຸດຝຶກອົບຮົມວຽກງານອົບຮົມໃຫ້ພະນັກງານທີ່ເຮັດວຽກງານອົບຮົມຢູ່ແຂວງຫຼວງພະບາງຊຸດທີ  I ປະຈຳປີ 2025. ຊຸດຝຶກອົບຮົມຊຸດນີ້ມີນັກສຳມະນາກອນມາຈາກ ຂົງເຂດພັກພະນັກງານ, ອົງການຈັດຕັ້ງມະຫາຊົນມີ 16 ທ່ານ, ຂົງເຂດວັດທະນາທຳ-ສັງຄົມ  4 ທ່ານ ຂົງເຂດເສດຖະກິດ ມີ 6 ທ່ານ ຄະນະໂຄສະນາອົບຮົມເມືອງ 10 ທ່ານ  ແລະ ນະຄອນຫຼວງພະບາງ 1 ທ່ານ  ລວມທັງໝົດ 40 ທ່ານ,ຍິງ 17 ທ່ານ ນັກວິທະຍາກອນບັນຍາຍເອກະສານ ມາຈາກ ຄະນະໂຄສະນາອົບຮົມສູນກາງພັກ 1 ທ່ານ ຄະນະໂຄສະນາອົບຮົມແຂວງ 1 ທ່ານ. […]

ກົມ​ອົບຮົມ​ໄດ້​ສໍາ​ເລັດ​ການ​ຝຶກ​ອົບຮົມວຽກງານ ການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ ຢູ່ແຂວງ ​ອຸດົມໄຊ

ກົມ​ອົບຮົມ​ໄດ້​ສໍາ​ເລັດ​ການ​ຝຶກ​ອົບຮົມວຽກງານການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ ຢູ່ແຂວງ ​ອຸດົມໄຊ ໃນ​ວັນ​ທີ 4 ເມສາ 2025 ກົມ​ອົບຮົມ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ຮ່ວມ​ກັບ ຄະນະ​ໂຄສະນາ​ອົບຮົມ

1 2 3 10