ຂ່າວສານ ຄອສພ

ກອງປະຊຸມທາບທາມບຸກຄະລາກອນສະໝັກເລືອກຕັ້ງເປັນຄະນະບໍລິຫານງານສະຫະພັນກຳ ມະບານ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝ VI.

ກອງປະຊຸມທາບທາມບຸກຄະລາກອນສະໝັກເລືອກຕັ້ງເປັນຄະນະບໍລິຫານງານສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝ VI.        ໃນວັນທີ 17 ກໍລະກົດ 2020 ທີ່ຜ່ານມາ,  ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມທາບທາມເອົາຜູ້ສະໝັກເລືອກຕັ້ງເປັນຄະນະບໍລິຫານງານສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝ VI ຢູ່ທີ່ ສະໂມສອນໃຫຍ່ ຂອງຄະນະໂຄສະນາອົບຮົມສູນກາງພັກ(ຫຼັກ6). ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມມີ: ຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ-ລັດຖະກອນທົ່ວ ຄອສພ.       ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ແມ່ນ ເພື່ອທາບທາມເອົາຄະນະບໍລິຫານງານສະຫະພັນກໍາມະບານ ຄອສພ ຊຸດໃໝ່ ສະໄໝທີ VI; ໃນພິທີ ທ່ານ ນາງ ສົມພອຍ ພົມມະຈັກ ຄະນະພັກ, ຫົວໜ້າຫ້ອງການ, ທັງເປັນຮອງປະທານສະຫະພັນກຳມະບານ […]

ພິທີສະຫຼຸບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍ້ອງຍໍຜົນງານດີເດັ່ນປະຈຳປີ 2019

ພິທີສະຫຼຸບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍ້ອງຍໍຜົນງານດີເດັ່ນປະຈຳປີ 2019      ຕອນເຊົ້າວັນທີ 13 ກໍລະກົດ 2020 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີສະຫຼຸບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍ້ອງຍໍຜົນງານດີເດັ່ນປະຈຳປີ 2019 ຂື້ນທີ່ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6).

ກອງປະຊຸມເຊື່ອມຊຶມ ສາມມະຕິຂອງກົມການເມືອງສູນກາງພັກໃຫ້ແກ່ ຄະນະພັກຂອງ ກະຊວງ-ອົງການ ຂັ້ນສູນກາງ.

ກອງປະຊຸມເຊື່ອມຊຶມ ສາມມະຕິຂອງກົມການເມືອງສູນກາງພັກໃຫ້ແກ່ ຄະນະພັກຂອງ ກະຊວງ-ອົງການ ຂັ້ນສູນກາງ.       ໃນວັນທີ 09 ກໍລະກົດ 2020 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມເຊື່ອມຊຶມ ສາມມະຕິຂອງກົມການເມືອງສູນກາງພັກ ໃຫ້ແກ່ຄະນະພັກຂອງ ກະຊວງ-ອົງການຂັ້ນສູນກາງ

ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮັບສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ ປະຈຳ 5 ແຂວງພາກໃຕ້.

              ເມື່ອບໍ່ດົນຜ່ານມານີ້, ທ່ານ ຄຳເຈນ ວົງໂພສີ  ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້​ລົງ​ຊຸກຍູ້ ແລະ ຕິດຕາມ​ວຽກງານ​ສະພາບແນວຄິດ-ຫາງສຽງສັງຄົມ ຢູ່​ 5 ແຂວງພາກໃຕ້ໂດຍການຕ້ອນຮັບຈາກ ທ່ານ ມະໄລທອງ ກົມມະສິດ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆຈຳປາສັກ, ພ້ອມທັງຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ​ ແລະ ພະນັກງານ​ທີ່​ກ່ຽວຂ້ອງ.

ກອງປະຊຸມສ່ອງແສງລາຍງານຕໍ່ຄະນະເລຂາທິການສູນກາງພັກ

ກອງປະຊຸມສ່ອງແສງລາຍງານຕໍ່ຄະນະເລຂາທິການສູນກາງພັກ  ໃນຕອນເຊົ້າວັນທີ 25 ມີຖຸນາ 2020 ທີ່ຫ້ອງວ່າການສູນກາງພັກໄດ້ຈັດກອງປະຊຸມສ່ອງແສງລາຍງານຕໍ່ຄະນະເລຂາທິການສູນກາງພັກໂດຍຜ່ານລະບົບກອງປະຊຸມທາງໄກພາຍໃຕ້ການເປັນປະທານຂອງ

1 58 59 60 61 62 65