ສາລະໜ້າຮູ້

ຫລັກການພື້ນຖານຂອງອາຊຽນ:

ຫລັກການພື້ນຖານຂອງອາຊຽນ ອາຊຽນຖືວ່າເປັນອົງການຈັດຕັ້ງທີ່ຢຶດຫມັ້ນໃນຫລັກການຂອງຄວາມ ປານີປານອມ, ການຜ່ອນສັ້ນຜ່ອນຍາວ ແລະ ດວ້ຍຄວາມສະຫມັກໃຈຂອງບັນດາ ປະເທດສະມາຊິກເປັນຕົ້ນຕໍ, ໃນການຕັດສິນໃຈ ຫລື ການຕົກລົງບັນຫາໃດຫນຶ່ງແມ່ນ ອີງໃສ່ຫລັກການຂອງການປຶກສາຫາລືລະຫວ່າງປະເທດສະມາຊິກເພື່ອໃຫ້ບັນລຸໄດ້ ເຖິງຄວາມເປັນເອກະສັນ, ສິ່ງສໍາຄັນທີ່ສຸດແມ່ນການຫລີກລຽງການອ້າງສິດ ຫລື ການແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ ໂດຍສະເພາະແມ່ນ ທາງດ້ານການເມືອງ ແລະ ຄວາມຫມັ້ນຄົງເຊິ່ງຮູ້ກັນໂດຍທົ່ວໄປກໍ່ຄື: ວິຖີທາງອາ ຊຽນ ຫລື ASEAN WAY ຫມາຍຄວາມວ່າ ຮ່ວມມືກັນໂດຍປັດສະຈາກການໃຊ້ ຄວາມຮຸນແຮງຕໍ່ກັນ, ເຖິງແມ່ນວ່າ ແຕ່ລະປະເທດສະມາຊິກອາຊຽນຈະມີຄວາມ ແຕກຕ່າງກັນໃນດ້ານໂຄງສ້າງທາງການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳກໍຕາມ. ສະນັ້ນ, ເພື່ອເຮັດໃຫ້ວັດຖຸປະສົງທີ່ກ່າວມາຂ້າງເທິງຖືກ ນໍາໄປຈັດຕັ້ງຜັນຂະຫຍາຍຢ່າງເປັນຮູບປະທຳ, ບັນດາປະເທດສະມາຊິກອາຊຽນ ຈິ່ງໄດ້ຢືນຢັນ ແລະ ຢຶດໝັ້ນໃນຫລັກການດັ່ງຕໍ່ໄປນີ້: ການເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເຫມີພາບ, ຜືນແຜ່ນດີນ ອັນຄົບຖວັນ ແລະ ເອກະລັກຂອງປະເທດສະມາຊິກອາຊຽນທັງປວງ. ມີຄວາມຜູກພັນ ແລະ ມີຄວາມຮັບຜິດຊອບຮວມກັນໃນການປົກປັກຮັກສາ ສັນຕິພາບ, ຄວາມ […]

ປະຫວັດມູນເຊື້ອການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2025)

ນັບແຕ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງ (22 ມີນາ 1955), ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ໃນການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະຖື ແມ່ຍິງເປັນພາກສ່ວນໜຶ່ງ ໃນກຳລັງແຮງທີ່ສໍາຄັນ ຂອງພັກ. ພາຍໃຕ້ຄັນທຸງຂອງແນວໂຮມປົດປ່ອຍຊາດ, ສູນກາງ ແນວລາວອິດສະຫຼະ ກໍ່ຄືສູນກາງພັກປະຊາຊົນລາວ ໄດ້ປະກາດສ້າງຕັ້ງ: ໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂັ້ນສູນກາງຢ່າງເປັນທາງການໃນວັນທີ 20 / 7 / 1955 ຢູ່ທີ່ສໍານັກງານສູນກາງແນວລາວອິດສະຫຼະ ຊຶ່ງໃນເວລານັ້ນຕັ້ງຢູ່ ແຄມຫ້ວຍນໍ້າໂສຍ, ເມືອງວຽງໄຊ, ແຂວງຫົວພັນ (ຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວປັດຈຸບັນ). ໃນໄລຍະນັ້ນການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານຍັງແມ່ນໜ່ວຍຍຸວັນນະລີ, ໜ່ວຍແມ່ນັກຮົບ ແລະ ໜ່ວຍເອື້ອຍນັກຮົບ.

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫງຊາດຊຸດທີ IX ໄດ້ສະຫລຸບສັງລວມໂດຍຫຍໍ້ຕົວເລກເສດຖະກິດປະຈຳປີ 2025

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫງຊາດຊຸດທີ IX ໄດ້ສະຫລຸບສັງລວມໂດຍຫຍໍ້ຕົວເລກເສດຖະກິດປະຈຳປີ 2025 ໃນວັນທີ 09 ມິຖຸນາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ຕົວເລກເສດຖະກິດ ສປປ ລາວໄລຍະ 5 ເດືອນຕົ້ນປີ 2025 ມີດ່ັງນີ້: ເສດຖະກິດໄຕມາດ 1 ປີ 2025 ຂະຫຍາຍຕົວ 4.5% ໂດຍສະເລ່ຍເປັນມູນຄ່າ 84,207 ຕື້ກີບ, ເທົ່າກັບ 22.4% ລາຍຮັບຂອງແຜນການປະຈຳປີ ດ້ານກະສິກຳ: 3.1% ກວມເອົາ 20.2%. ດ້ານອຸດສາຫະກຳ: 4.7% ກວມເອົາ 30.9%. ດ້ານບໍລິການ: 4.7% ກວມເອົາ 37.1%. ດ້ານພາສີ-ອາກອນ 4.3% ກວມເອົາ11.7%. ລາຍຮັບເລີ່ມແຕ່ວັນທີ […]

ຈີນ ເດັດຂາດເດີນຕາມເສັ້ນທາງການປະດິດສ້າງຢ່າງເປັນເຈົ້າຕົນເອງ

ຈີນ ເດັດຂາດເດີນຕາມເສັ້ນທາງການປະດິດສ້າງຢ່າງເປັນເຈົ້າຕົນເອງ ກອງປະຊຸມ ຄັ້ງທີ 3 ຂອງສະພາປຶກສາ ການເມືອງປະຊາຊົນແຫ່ງຊາດ ຈີນ ຊຸດທີ 14 ໄດ້ເປີດຂຶ້ນໃນວັນ ທີ 4 ມີນາ 2025 ຢູ່ນະຄອນຫຼວງປັກກິ່ງ. ກອງປະຊຸມດັ່ງກ່າວຖືກເອີ້ນວ່າ: ກອງປະຊຸມສອງສະພາ ຊຶ່ງເປັນເຫດການສຳຄັນທາງຊີວິດການເມືອງຂອງຈີນ.

ພິທີພົບປະ ການນຳສູງສຸດ ຂອງພັກ-ລັດ ສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈັຍ

“ວັນທີ 22 ກຸມພາ 2025, ການນຳສູງສຸດ ຂອງພັກ-ລັດສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈັຍ ໄດ້ມີການພົບປະກັນ (ເລຂາທິການໃຫຍ່ ແລະ ນາຍົກລັດຖະມົນຕີ) ຢູ່ນະຄອນໂຮຈີມິນ ສສຫວຽດນາມ”.

1 2 3 4 5 12