ເພສຫ້ອງການ ສພທ

ສໍາມະນາວິທະຍາສາດ “ການຫັນເປັນອຸດສາຫະກຳແລະ ທັນສະໄໝ ຢູ່ ສປປ ລາວ”

ສໍາມະນາວິທະຍາສາດ “ການຫັນເປັນອຸດສາຫະກຳແລະ ທັນສະໄໝ ຢູ່ ສປປ ລາວ” ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຢູ່ ສປປ ລາວ” ຂຶ້ນໃນວັນທີ 10 ພະຈິກນີ້ ທີ່ຫ້ອງປະຊຸມໃຫຍ່ຂອງສະພາດັ່ງກ່າວ,

ກອງປະຊຸມສຳມະນາວິທະຍາສາດຫົວຂໍ້  “ສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຢູ່ປະເທດເຮົາ”

ກອງປະຊຸມສຳມະນາວິທະຍາສາດຫົວຂໍ້  “ສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຢູ່ປະເທດເຮົາ”     ໃນວັນທີ 03 ພະຈິກ 2022 ທີ່ຫ້ອງປະຊຸມສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດຫົວຂໍ້ “ສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຢູ່ປະເທດເຮົາ”

ກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້:”ທິດທາງການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງ ສປປລາວ ແລະ ບົດຮຽນຂອງ ສປຈີນ”

                ໃນຕອນເຊົ້າ ຂອງວັນທີ 12 ກັນຍາ 2022, ເວລາ 8:30ໂມງ ທີ່ຫ້ອງປະຊຸມໃຫຍ່ຂອງ ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້”ທິດທາງການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງ ສປປລາວ ແລະ ບົດຮຽນຂອງ ສປຈີນ”, ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ; ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍຍົກລັດຖະມົນຕີ, ທີ່ປຶກສາສະພາທິດສະດີສູນກາງພັກ, ມີບັນດາຄະນະປະຈຳ ແລະ ສະມາຊິກສະພາທິດສະດີສູນກາງພັກ, ມີບັນດາທ່ານຈາກຂະແໜງເສດຖະກິດ ຂອງລັດຖະບານ,  ມີບັນດາທ່ານຊ່ຽວຊານລາວ ທີ່ຖືກແຕ່ງຕັ້ງຕາມຂໍ້ຕົກລົງ ເລກທີ 42/ນຍ ເພື່ອເຮັດວຽກກັບຄະນະຊ່ຽວຊານຈີນ ແລະ ມີນັກຄົ້ນຄວ້າ ແລະ ແຂກຖືກເຊີນຈຳນວນໜື່ງ ເຂົ້າຮ່ວມ.

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ໃນຕອນເຊົ້າ ຂອງວັນທີ 26 ສິງ​ຫາ 2022, ເວລາ 8:30 ໂມງ; ​ທີ່ຫ້ອງປະຊຸມສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມເຜີຍ​ແຜ່​ມະ​ຕິ​ກອງ​ປະ​ຊຸມ​ຄົບ​ຄະ​ນະ ຄັ້ງ​ທີ 4 ຂອງ​ຄະ​ນະ​ບໍ​ລິ​ຫານງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI” ພາຍ​ໃຕ້​ການ​ເປັນປະ​ທານ ຂອງ​ສະ​ຫາຍ ຄຳ​ພັນ ເຜີຍ​ຍະ​ວົງ ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ ​ເຂົ້າ​ຮ່ວມມີບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ ແລະ ພະນັກງານຫ້ອງການສະພາທິດສະດີສູນກາງພັກ ເຂົ້າ​ຮ່ວມ 30 ສະຫາຍ.

ໜ່ວຍພັກຫ້ອງການສະພາທິດສະດີສູນກາງພັກ ຈັດພິທີຮັບ ມະຫາຊົນກ້າວໜ້າເຂົ້າ ເປັນສະມາຊິກພັກສຳຮອງ.

                ໃນວັນທີ 12 ສິງຫາ 2022 ໜ່ວຍພັກຫ້ອງການສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າ ເປັນສະມາຊິກພັກສຳ ຮອງຈຳນວນ 1 ສະຫາຍ,  ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ  ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານກວດກາ; ມີຜູ້ຕາງໜ້າຈາກບັນດາໜ່ວຍພັກອ້ອມຂ້າງ ຄອສພ ແລະ ພະນັກງານສະມາຊິກພັກສົມບູນ ພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.

1 2 3 4 5