ເພສກົມໂຄສະນາ

ສ້າງ​ຕາ​ໜ່າງ​ນັກໂຄສະນາ-ປາຖະກະຖາ ແລະ ຜູ້​ເຮັດ​ວຽກ​ງານເກັບ​ກຳ​ຫາງ​ສຽງ​ສັງ​ຄົມ ໃຫ້ແກ່ພະນັກງານຫຼັກ​ແຫຼ່ງ​ພາຍ​ໃນ ແຂວງ​ສະ​ຫວັນ​ນະ​ເຂດ

ສ້າງ​ຕາ​ໜ່າງ​ນັກໂຄສະນາ-ປາຖະກະຖາ ແລະ ຜູ້​ເຮັດ​ວຽກ​ງານເກັບ​ກຳ​ຫາງ​ສຽງ​ສັງ​ຄົມ ໃຫ້ແກ່ພະນັກງານຫຼັກ​ແຫຼ່ງ​ພາຍ​ໃນ ແຂວງ​ສະ​ຫວັນ​ນະ​ເຂດ                                                                     ຂ່າວ​ໂດຍ: ຈິນດາວັນ ອິນສົມເພຍ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ ແລະ ເຕັກ​ນິກ ໃຫ້ແກ່​ພະ​ນັກ​ງານຜູ້​ທີ່​ເຮັດໂຄສະນາ-ປາຖະກະຖາ ແລະ ​​ເກັບ​ກຳຫາງ​ສຽ​ງ​ສັງ​ຄົມ ພາຍ​ໃນ​ແຂວງ​ສະ​ຫວັນ​ນະ​ເຂດ ​ໃຫ້​ສາ​ມາດນຳເອົາແນວທາງນະໂຍບາຍຂອງພັກ-ລັດ ໄປຈັດ​ຕັ້ງເຜີຍແຜ່ ແລະ ຜັນ​ຂະ​ຫຍາຍ​ເຂົ້າ​ໃນ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ ຂອງ​ຕົນ ແລະ ​ທົ່ວ​ສັງ​ຄົມ ໃຫ້ກວ້າງ​ຂວາງ, ທົ່ວ​ເຖິງ ແລະ ເລິກເຊິ່ງ, ​ກົມ​ໂຄ​ສະ​ນາ ແລະ ຫ້ອງ​ການ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ຮ່ວມ​ກັບ​ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ ແຂວງ​ສະ​ຫວັດ​ນະ​ເຂດ ໄດ້​ຈັດ​ຊຸດ​ຝຶກ​ອົບ​ຮົມ​ວຽກ​ງານ​ໂຄ​ສະ​ນາ​-ປາ​ຖະ​ກະ​ຖາ ແລະ ວຽກ​ງານ​ເກັບ​ກຳ​ຫາງ​ສຽງ​ສັງ​ຄົມ ຂຶ້ນໃນຕອນເຊົ້າ ຂອງວັນທີ 23 ​ກັນ​ຍາ 2025 ທີ່​ໂຮງ​​ຮຽນການ​ເມືອງ ແລະ ການປົກ​ຄອງ​ ຂອງ​ແຂວງ​ສະ​ຫວັນ​ນະ​ເຂດ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ອາ​ນົງ​ສັກ ອິນ​ທະ​ວົງ ກຳ​ມະ​ການ​​ຄະ​ນະພັກ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ຫົວ​ໜ້າ​ກົມ​ໂຄ​ສະ​ນາ, ທ່ານ ບຸນ​ເພັງ ຈັນ​ທະ​ດາ​ລາ […]

34 ປີ ການປະກາດໃຊ້ລັດຖະທໍາມະນູນ ແຫ່ງ ສປປ ລາວ

ລັດຖະທຳມະນູນ ​ແຫ່ງ ສປປ ລາວ ແມ່ນກົດຫມາຍພື້ນຖານຂອງຊາດ ທີ່ຫັນເອົາແນວທາງປ່ຽນແປງໃຫມ່ຢ່າງຮອບດ້ານທີ່ມີຫລັກການຂອງພັກ ມາເປັນເນື້ອໃນພື້ນຖານ ເຊິ່ງໄດ້ກຳນົດແຈ້ງລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ກົງຈັກການຈັດຕັ້ງລັດປະຊາທິປະໄຕປະຊາຊົນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະຂອງພົນລະເມືອງ, ພາສາ, ຕົວອັກສອນ, ເຄື່ອງຫມາຍຊາດ, ເພງຊາດ, ສະກຸນເງິນ ແລະ ນະຄອນຫລວງປະເທດ.

ບົດບາດຂອງກົມສື່ມວນຊົນ ກັບການຄຸ້ມຄອງສື່ສັງຄົມອອນລາຍ

ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 75 ປີ (13/8/1950-13/8/2025) ຕິດພັນກັບເຫດການພາຍຫຼັງທີ່ມີການໂອນເອົາ 5 ພາກສ່ວນວຽກງານຖະແຫຼງຂ່າວ ຈາກກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະເມື່ອບໍ່ດົນຜ່ານມານີ້ ເຊິ່ງ 1 ໃນ 5 ພາກສ່ວນນັ້ນ ກໍຄືກົມສື່ມວນຊົນ ທີ່ເຮັດບົດບາດຄຸ້ມຄອງສື່ປະເພດຕ່າງໆ ທັງສື່ແບບເກົ່າ ແລະ ສື່ແບບໃໝ່ ເຊິ່ງກົມສື່ມວນຊົນ ມີພາລະບົດບາດ ໜ້າທີ່ ໃນການຄຸ້ມຄອງ ແລະ ບໍລິການສື່ມວນຊົນ ກໍຄືການຄຸ້ມຄອງຜະລິດຕະພັນສື່ມວນຊົນ ແລະ ພັດທະນາເຕັກໂນໂລຊີຖະແຫຼງຂ່າວ ແລະ ສື່ມວນຊົນ ລວມທັງຂໍ້ມູນ-ຂ່າວສານ, ອິນເຕີເນັດ ແລະ ດາວທຽມ.

ກອງປະຊຸມໃຫຍ່ຄັ້ງທີ II ຂອງກໍາມະບານຮາກຖານກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ II ຂອງກໍາມະບານຮາກຖານກົມໂຄສະນາ              ຕອນບ່າຍ ວັນທີ 15 ຕຸລາ 2024 ຢູ່ຫ້ອງປະຊຸມຊັ້ນ 5 ສໍານັກງານ ຄະນະໂຄສະນາອົບຮົມສູນກາງພັກ ( ຄອສພ ) ຫຼັກ 6 ກໍາມະບານຮາກຖານກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂຶ້ນພາຍໃຕ້ການເປັນຄະນະປະທານຂອງ ສະຫາຍ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ, ປະທານກໍາມະບານ ຄອສພ, ຫົວໜ້າກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ, ສະຫາຍ ອານົງສັກ ອິນທະວົງ ກໍາມະການຄະນະພັກ, ຫົວໜ້າກົມໂຄສະນາ, ສະຫາຍ ນ. ພັນແສງ ສຸກຈັນທະລາວົງ ປະທານກໍາມະບານຮາກຖານກົມໂຄສະນາ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ຂອງກົມໂຄສະນາ, ມີຜູ້ຕາງໜ້າບັນດາກໍາມະບານຮາກຖານທົ່ວ ຄອສພ ແລະ ສະມາຊິກກໍາມະບານຮາກຖານກົມໂຄສະນາ […]

1 2 3 10