ເພສກົມອົບຮົມ

ເປີດຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງໃຫ້ເລຂາໜ່ວຍພັກ, ນາຍບ້ານ, ຮອງນາຍບ້ານ

ເປີດຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງໃຫ້ເລຂາໜ່ວຍພັກ, ນາຍບ້ານ, ຮອງນາຍບ້ານ         ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມແຂວງ ຫົວພັນ ແລະ ອົງການປົກຄອງເມືອງ

ເປີດຊຸດຝຶກອົບຮົມວຽກງານ 3 ສ້າງ ແລະ ຊາຍແດນ ໃຫ້ເລຂາໜ່ວຍພັກບ້ານ ແລະ ພະນັກງານຫຼັກແຫຼ່ງຢູ່ບ້ານໃຫຍ່, ບ້ານຫຽງ ເມືອງສຸຂຸມາ ແຂວງຈໍາປາສັກ.

                         ໃນວັນທີ 4-5 ກຸມພາ 2025 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງ ສຸຂຸມາ ຈັດຕັ້ງຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ​ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນຢູ່ບ້ານໃຫຍ່ ບ້ານຫຽງ ໃຫ້ແກ່ເລຂາໜ່ວຍພັກບ້ານ, ນາຍບ້ານ, ຮອງນາຍບ້ານ; ຫົວໜ້າໜ່ວຍງານ ທີ່ມາຈາກ 5 ບ້ານ ແລະ 2 ກຸ່ມບ້ານ

ແລກປ່ຽນບົດຮຽນວຽກງານອົບຮົມໃນໄລຍະໃໝ່ ລະຫວ່າງ ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ປ ປ ລາວ ກັບກົມ ທິດສະດີການເມືອງ ຂອງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ

ແລກປ່ຽນບົດຮຽນວຽກງານອົບຮົມໃນໄລຍະໃໝ່ ລະຫວ່າງ ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ປ ປ ລາວ ກັບກົມທິດສະດີການເມືອງ ຂອງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ

ສາມອົງການຈັດຕັ້ງມະຫາຊົນກົມອົບຮົມ ຄອສພ ສ້າງຂະບວນ ການທັດສະນະສຶກສາຢູ່ເມືອງວັງວຽງ ແຂວງວຽງຈັນ

ເພື່ອເປັນການຊົມເຊີຍຜົນສໍາເລັດກອງປະຊຸມຂອງອົງການຈັດຕັ້ງມະຫາຊົນ ແລະ ທັງເປັນການສ້າງຂະ ບວນການ ຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຈະມາເຖິງໃນມໍ່ໆນີ້. ສາມອົງການຈັດຕັ້ງມະຫາຊົນຂອງກົມອົບຮົມໄດ້ສ້າງຂະບວນການທັດສະນະສຶກສາຢູ່ເມືອງວັງວຽງ ແຂວງວຽງຈັນ ໃນວັນທີ 28-29 ກັນຍາ 2024 ຊຶ່ງຂະບວນການດັ່ງກ່າວນໍາໂດຍສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງການໄປທັດສະນະສຶກສາໃນຄັ້ງນີ້ ແມ່ນແນໃສ່ສ້າງຂະບວນການໃຫ້ຟົດຟື້ນທັງເປັນການເສີມສ້າງຄວາມສາມັກຄີພາຍໃນກົມອົບຮົມໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ແລະ ເປັນການສ້າງບັນຍາກາດໃນການເຮັດວຽກງານວິຊາສະເພາະ ຊຶ່ງສະຖານທີ່ໄປທັດສະນະປະກອບມີ: ຖໍ້າລົມ, ຖໍ້າຈັງ ແລະ ຖໍ້າປູຄໍາ (ຮູລາກູນ 1).

ກໍາມະບານຮາກຖານກົມອົບຮົມ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນ

ກໍາມະບານຮາກຖານກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນຂຶ້ນໃນວັນທີ 26 ກັນຍາ ປີ 2024 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ເລຂາໜ່ວຍພັກ ຫົວໜ້າກົມອົບຮົມ, ມີສະຫາຍ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ປະທານຄະນະບໍລິຫານງານກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ຫົວການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ສະຫາຍ ພູໄຊ ບຸນມີຈິດ ປະທານກໍາມະບານຮາກຖານກົມອົບຮົມ ພ້ອມດ້ວຍຜູ້ຕາງໜ້າຈາກກໍາມະບານຮາກຖານ ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະມາຊິກກໍາມະບານກົມອົບຮົມ ເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 15 ສະຫາຍ. ສະຫາຍ ພູໄຊ ບຸນມີຈິດ ປະທານຮາກຖານກໍາມະບານກົມອົບຮົມ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນ ໄຫວໃນໄລຍະ 5 ປີຜ່ານມາ , ເຊິ່ງຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ, ບາງບົດຮຽນທີ່ຖອດຖອນໄດ້ ນອກນັ້ນກໍໄດ້ວາງທິດທາງ, […]

1 2 3 9