ເພສກົມອົບຮົມ

ແຂວງ ໄຊສົມບູນ ໄດ້ຈັດຊຸດຝຶກອົບຮົມ ວຽກງານອົບຮົມໃຫ້ພະນັກງານຫຼັກແຫຼ່ງ.

ໃນລະຫວ່າງວັນທີ 23-24 ກັນຍາ 2025 ຢູ່ທີ່ສະໂມສອນ (ຫ້ອງກຸຫຼາບລ້ານປີ) ສໍານັກງານປົກຄອງແຂວງ ໄຊສົມບູນ, ໄດ້ເປີດຊຸດຝຶກອົບຮົມວຽກງານອົບຮົມໃຫ້ແກ່ພະນັກງານໂຄສະນາອົບຮົມຂັ້ນຕ່າງໆ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງ ແຂວງ ໄຊສົມບູນ, ທ່ານ ນ. ຄໍາສີ ສິດທີວໍລະດາ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງ ໄຊສົມບູນ ແລະ ສະຫາຍ ລີຈາວ ໄຊເຍ່ຍຊ່າງ, ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ມີນັກສຳມານາກອນ ຄະນະໂຄສະນາອົບຮົມແຂວງ, ເມືອງ ແລະ ບັນດາພະແນກການອ້ອມຂ້າງແຂວງ, ເຂົ້າຮວ່ມຈຳນວນ 36 ສະຫາຍ, ຍິງ 17 ສະຫາຍ.

ສໍາເລັດພິທີອົບຮົມວຽກງານການເມືອງ-ແນວຄິດ ໃຫ້ແກ່ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ ພາຍໃນເມືອງເລົ່າງາມ ແຂວງສາລະວັນ.

ສໍາເລັດພິທີອົບຮົມວຽກງານການເມືອງ-ແນວຄິດ ໃຫ້ແກ່ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ ພາຍໃນເມືອງເລົ່າງາມ ແຂວງສາລະວັນ.               ໃນວັນທີ 28-29 ສິງຫາ 2025 ນີ້ ຄະນະໂຄສະນາອົບຮົມສູນກາງພັກ (ກົມອົບຮົມ) ໄດ້ຮ່ວມກັບຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຊຸດອົບຮົມວຽກງານການເມືອງ-ແນວຄິດ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ຢູ່ເມືອງເລົ່າງາມ ທີ່ສະໂມສອນໂຮງຮຽນມັດທະະຍົມສົມບູນເລົ່າງາມ ໂດຍການເປັນທານຂອງສະຫາຍ ຈັນສະໜອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນໂຄສະນາອົບຮົມແຂວງສາ ລະວັນ, ມີສະຫາຍ ຄໍາກອງ ທໍາມະວາ ກໍາມະການ ຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສັງວານ ສາຍແສງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ຫົວໜ້າຄະນະຈັດຕັ້ງເມືອງເລົ່າງາມ ພ້ອມດ້ວຍນັກສໍາມະນາກອນອ້ອມຂ້າງເມືອງເລົ່າງາມເຂົ້າຮ່ວມຢ່າງພ້ອມພຽງ.

ພົບປະແລກປ່ຽນການປັບປຸງຫຼັກສູດປະລິນຍາຕີ ສາຂາໂຄສະນາອົບຮົມ ລະຫວ່າງ ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ກັບ ຄະນະປັດຊະຍາ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ

ພົບປະແລກປ່ຽນການປັບປຸງຫຼັກສູດປະລິນຍາຕີ ສາຂາໂຄສະນາອົບຮົມ ລະຫວ່າງ ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ກັບ ຄະນະປັດຊະຍາ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ @ ຂ່າວ-ພາບ: ຄະນະຮັບຜິດຊອບປັບປຸງຫຼັກສູດ ກົມອົບຮົມ   ຕອນເຊົ້າ ຂອງວັນທີ 20 ສິງຫາ 2025  ຢູ່ທີ່ຫ້ອງປະຊຸມໂຕະມົນຊັ້ນ2 ຂອງຄະນະໂຄສະ ນາອົບຮົມສູນກາງພັກ; ຄະນະຮັບຜິດຊອບປັບປຸງເນື້ອໃນຫຼັກສູດປະລິນຍາຕີສາຂາໂຄສະນາ ກົມອົບຮົມ,

ກົມອົບຮົມຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ກົມອົບຮົມຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025         ໃນຕອນເຊົ້າວັນທີ 5 ສິງຫາ 2025 ທີ່ຜ່ານມາ ກົມອົບຮົມໄດ້ຈັດຕັ້ງຂະບວນການແຂ່ງຂັນເຮັດວຽກງານວິຊາສະເພາະຂອງກົມ ປະຈໍາປີ 2025 ຊຸດທີ 1 ຂຶ້ນ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງສະຫາຍນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການເຂົ້າຮ່ວມທັງໜົດ 17 ສະຫາຍ, ຍິງ 9 ສະຫາຍ. ການແຂ່ງຂັນດັ່ງກ່າວຈັດຂຶ້ນໃນຮູບແບບສໍາມະນາວິທະຍາສາດພາຍໃຕ້ຫົວຂໍ້ “ສ້າງການຫັນປ່ຽນຢ່າງແຂງແຮງວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່”, ຈຸດປະສົງແມ່ນແນ່ໃສ່ຍົກລະດັບຄວາມຮູ້, ຄວາມເຂົ້າໃຈກ່ຽວກັບທິດສະດີ, ແນວທາງນະໂຍບາຍຂອງພັກ, ລັດ, ຄວາມສາມາດ ໃນການຂຽນບົດສໍາມະນາວິທະຍາສາດ ຂອງບັນດາພະນັກງານຂັ້ນພະແນກ ແລະ ວິຊາການ ແລະ ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນທັງເປັນການສ້າງພະນັກງານສືບທອດໃຫ້ເປັນລະບົບ ແລະ ສືບຕໍ່ຖອດຖອນບົດຮຽນ ເພື່ອປູທາງໄປສູ່ການສືບຕໍ່ເປີດຂະບວນການແຂ່ງຂັນຊຸດທີ 2 ໃນຫົວຂໍ້: “ຮໍ່າຮຽນເອົາແບບ ແຜນວິທີເຮັດວຽກຂອງປະທານ ໄກສອນ ພົມວິຫານ” […]

ອົບ​ຮົມ​ການເມືອງ-ແນວ​ຄິດ​ໃຫ້​ ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ຢູ່ເມືອງລອງ​ ແຂວງ​ຫຼວງນໍ້າທາ

ອົບ​ຮົມ​ການເມືອງ-ແນວ​ຄິດ​ໃຫ້​ ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ຢູ່ເມືອງລອງ​ ແຂວງ​ຫຼວງນໍ້າທາ ໂດຍ: ສີ​ວອນ ຈັນ​ສຸ​ລີ ໃນວັນທີ 13 ພຶດສະພາ 2025 ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງລອງ ຈັດຕັ້ງ​ອົບຮົມການ​ເມືອງ-​ແນວຄິດ ໃຫ້​ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ​ ຢູ່​ເມືອງ​ລອງ ແຂວງ​ຫຼວງນໍ້າທາ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ສິງໄຊ ວັນຄໍາ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ, ສະ​ຫາຍ ສາລີ ບັອບບີ້  ຮອງເລຂາພັກເມືອງ ຮອງ​ເຈົ້າ​ເມືອງ ເມືອງ​ລອງ ແລະ ສະ​ຫາຍ​ ນາງ ສຸກສະຫວັນ ອິນຄະວິໄລ ຮອງ​ຫົວ​ໜ້າ​ກົ​ມ​ອົບ​ຮົມ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ຊຸດ​ອົບ​ຮົມ​ຄັ້ງ​ນີ້​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 39 ຄົນ, ຍິງ 6 ຄົນ  ຊຶ່ງເປັນຜູ້ມີຊົງຄຸນວຸດທິບັນດາຊົນເຜົ່າ ທີ່ມາ​ຈາກ 11 ​ບ້ານຂອງເມືອງລອງ. ເນື້ອ​ໃນ​​ເອກະສານອົບຮົມຄັ້ງນີ້ປະກອບມີ 3 ບົດ ຄື: ບົດ​ທີ 1 […]

1 2 3 10