news

ຫົວໜ້າ ຄອສພ ພົບປະໂອ້ລົມພະນັກງານ -ລັດຖະກອນ ສຳນັກຂ່າວສານປະເທດລາວ

       ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ເລຂະຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ລັດຖະກອນ ສຳນັກຂ່າວສານປະເທດລາວ (ຂປລ) ໃນວັນທີ 25 ມີນາ 2025 ໂດຍການຕ້ອນຮັບຂອງ ທ່ານ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນສຳນັກຂ່າວສານປະເທດລາວ. ທ່ານ ວັນນະສິນ ສິມມະວົງ ໄດ້ຍົກໃຫ້ເຫັນເຖິງປະຫວັດການກຳເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວ ຂອງສຳນັກຂ່າວສານປະເທດລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານຂອງສື່ມວນຊົນ ເປັນຕົ້ນ ການສະໜອງຂໍ້ມູນຂ່າວສານ ແລະ ຮູບພາບ ໃຫ້ແກ່ອົງການສື່ມວນຊົນ ແລະ ການຈັດຕັ້ງສັງຄົມທົ່ວໄປ. ສໍາລັບການເຄື່ອນໄຫວວຽກງານວິຊາສະເພາະ ໃນໄລຍະຜ່ານມາ, ຄະນະນໍາ ຂປລ ໄດ້ຍຶດໝັ້ນຕາມແນວທາງຂອງພັກ-ລັດວາງອອກ ໂດຍຖືເອົາວຽກງານການເມືອງ-ແນວຄິດເປັນວຽກງານທີ່ສຳຄັນໃນການນໍາພາ-ຊີ້ນໍາ, ຄຸ້ມຄອງ […]

ພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ ຂອງສູນກາງແນວລາວສ້າງຊາດ

ໃນວັນທີ 20 ມີນາ ຜ່ານມາ ຢູ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ມີພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ ຂອງສູນກາງແນວລາວສ້າງຊາດ

ພິທີປິດຊຸດຝຶກອົບຮົມວິທີນໍາໃຊ້ລະບົບຫ້ອງການທັນສະໄໝ (E-Office)

ໃນຕອນບ່າຍຂອງ ວັນທີ 12 ມີນາ 2026 ທີ່ ຫ້ອງຝຶກອົບຮົມ ຊັ້ນ 3 ກົມຂໍ້ມູນຂ່າວສານ ໄດ້ຈັດພິທີປິດຊຸດຝຶກອົບຮົມວິທີນໍາໃຊ້ລະບົບຫ້ອງການທັນສະໄໝ (E-Office)

1 2 3 4 11