ສື່ມວນຊົນໃນຍຸກ ( Newnormal ).

                                        ສື່ມວນຊົນໃນຍຸກ ( Newnormal )
ກ່ອນການລະບາດຂອງພະຍາດໂຄວິດ -19 ກໍໄດ້ເກີດມີປະກົດການໃໝ່ຂຶ້ນໃນວົງການສື່ມວນຊົນທົ່ວໂລກ ນັ້ນຄືຄວາມນິຍົມໃນການບໍລິໂພກຂ່າວທາງສື່ອອນລາຍ ອັນໄດ້ເຮັດໃຫ້ສື່ມວນຊົນທົ່ວໂລກຕ້ອງມີການປັບປຸງຕົນ ເອງ ໂດຍສະເພາະແມ່ນ ສື່ສິ່ງພິມທີ່ໄດ້ຮັບຜົນກະທົບຢ່າງໜັກ; ມີບາງສະບັບກໍຢຸດຕິການພິມຈໍາໜ່າຍ ເຊິ່ງສາ ເຫດຕົ້ນຕໍແມ່ນລາຍຮັບຕົກຕໍ່າຍ້ອນຜູ້ບໍລິໂພກ ຂ່າວທັງຫຼາຍຫັນສູ່ສື່ອອນລາຍ (Socialmedia) ເພາະມັນສະ ດວກວ່ອງໄວພຽງແຕ່ມີໂທລະສັບມືຖືລຸ້ນທັນສະໄໝ ກໍສາມາດເຂົ້າເຖິງບັນດາຂໍ້ມູນທີ່ຢາກຮູ້ໄດ້,ບາງຂ່າວບໍ່ຈໍາເປັນຈ່າຍເງິນກໍ່ເບິ່ງໄດ້ສະບາຍ.
ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ -19 ເຮັດໃຫ້ໂລກຂອງພວກເຮົາມີການປ່ຽນແປງຮູບແບບການດໍາລົງຊີວິດນັ້ນກໍຄື ວິຖີຊີວິດແບບປົກກະຕິໃໝ່ ( Newnormal ) ຮູບແບບການດໍາລົງຊີວິດດັ່ງກ່າວມັນເຊື່ອມເຂົ້າຫາທຸກຂົງເຂດລວມເຖິງວົງການສື່ມວນຊົນ, ຫາກເພື່ອນຜູ້ອ່ານຕິດຕາມຂ່າວຈະເຫັນວ່າຜູ້ກະທົບໜັກທີ່ສຸດແມ່ນວົງການສື່ສິ່ງພິມເຊັ່ນ: ໜັງສືພິມດັງໆລະດັບໂລກຕ້ອງປິດກິດຈະການລົງຍ້ອນຂາດລາຍຮັບ.
ສໍາລັບວົງການສື່ມວນຊົນຂອງປະເທດເຮົາກໍບໍ່ສາມາດຫຼີກລຽງເຫດການນີ້ໄດ້ ເຊັ່ນ: ວາລະສານ, ໜັງສືພິມ, ຈໍານວນພິມ ແລະ ລາຍພິມ (ລາຍວັນ, ສັບປະດາ, ໜຶ່ງເດືອນ, ສອງເດືອນ )ໄດ້ຖືກຕັດງົບປະມານລົງຍັງຄົງໄວ້ແຕ່ເງິນເດືອນພະນັກງານປະຈໍາການ; ຄ່າພິມກໍຫຼຸດລົງ ສ່ວນການໃຊ້ຈ່າຍອື່ນໆ ຕ້ອງຊອກວິທີຫາກຸ້ມຕົນເອງ. ສ່ວນສື່ເອເລັກໂຕຼນິກ ( ວິທະຍຸ, ໂທລະພາບ ) ກໍໄດ້ຮັບຜົນສະທ້ອນຈາກການແຂ່ງຂັນທີ່ດຸເດືອດເຊັ່ນກັນ. ທີ່ກ່າວມາຂ້າງເທີງນັ້ນ ແມ່ນສິ່ງທ້າທາຍໃໝ່ ຂອງສື່ມວນຊົນທີ່ຖືວ່າເປັນສະພາບແວດລ້ອມທາງນອກກະທົບໃສ່. ດັ່ງນັ້ນວົງການສື່ມວນຊົນພວກເຮົາ ຕ້ອງປັບປຸງຕົວເອງຕ້ອງສ້າງມາດຕະຖານໃໝ່ເຊັ່ນວ່າ: ການນໍາສະເໜີຂໍ້ມູນ-ຂ່າວ ສານ ແກ່ຜູ້ບໍລິໂພກຂ່າວນັ້ນວ່ອງໄວທັນການ ຫຼື ບໍ່? ຂໍ້ມູນຊັດເຈນຄົບຖ້ວນໜ້າເຊື່ອຖື ຫຼື ບໍ່? ຂໍ້ມູນສາມາດໂນ້ມນ້າວແນວຄິດຂອງຜູ້ບໍລິໂພກໄປໃນທິດທາງທີ່ຖືກຕ້ອງ ຫຼື ບໍ່? ອັນສຸດທ້າຍແມ່ນຕ້ອງມີການສໍາຫຼວດເບິ່ງຕົນເອງວ່າ: ຄວາມນິຍົມຂອງສັງຄົມທີ່ມີຕໍ່ການສະໜອງຂໍ້ມູນ-ຂ່າວສານ ຈາກສໍານັກຕົນນັ້ນ ເພີ່ມຂຶ້ນ ຫຼື ຫຼຸດ ລົງ ແລະ ສາເຫດຍ້ອນຫຍັງ? ຫຼື ເວົ້າແບບທຸລະກິດວ່າຕ້ອງຮູ້ຈັກການປະເມີນຜົນການຕະຫຼາດໃນຕົວສິນຄ້າຂອງຕົນ.
ເມື່ອການປະເມີນຜົນ ໄດ້ຊີ້ໃຫ້ເຫັນຈຸດດີ ແລະ ຂໍ້ຄົງຄ້າງແລ້ວ ສໍານັກສື່ກໍຕ້ອງຫັນມາປັບປຸງຕົນເອງເປັນຕົ້ນ: ການປະຢັດບຸກຄະລາກອນ; ປະຫຍັດເວລາ ແລະ ມີວິໄສທັດຕໍ່ວຽກງານຂອງຕົນ.
ຢາກໃຫ້ວົງການສື່ພວກເຮົາໄດ້ຄົ້ນຄວ້າເຊື່ອມຊຶມຄໍາເຫັນໂອ້ລົມຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃນໂອກາດສະຫຼອງ 70 ປີ ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ໃນວັນທີ 14 ສິງຫາ 2020 ທີ່ຫໍວັດທະນະທໍາແຫ່ງຊາດ; ນະຄອນລວງວຽງຈັນ.
ນອກຈາກທ່ານຈະຂະໜານນາມໃຫ້ສື່ມວນຊົນລາວແລ້ວ ເພິ່ນຍັງເວົ້າເຖິງສັງຄົມວິຖີຊີວິດປົກກະຕິໃໝ່ ( Newnormal ) ສໍາລັບສື່ມວນຊົນວ່າ: “ສື່ມວນຊົນປຽບເໝືອນຜູ້ໃຫ້ອາຫານດ້ານຂໍ້ມູນ-ຂ່າວສານ ໃຫ້ແກ່ຜູ້ບໍລິໂພກ ສະນັ້ນ ການຫາຂ່າວຕ້ອງທັນການ; ເນື່ອງຈາກປັດຈຸບັນສື່ອອນລາຍ ເຂົ້າມາເປັນສ່ວນໜຶ່ງໃນການສະ ໜອງຂໍ້ມູນ-ຂ່າວສານ ສະນັ້ນ ຜູ້ທີ່ເປັນສື່ຕ້ອງບືນຕົວສະໜອງຂໍ້ມູນ ໃຫ້ຜູ້ບໍລິໂພກຂ່າວຖືກຄວາມຈິງ; ໜ້າເຊື່ອ ຖືຫາກບໍ່ແມ່ນຂ່າວປອມ; ຂ່າວລວງ!. ປັດຈຸບັນສື່ພວກເຮົາພວມປະເຊີນໜ້າກັບບັນຫາຕ່າງໆທີ່ເກີດຂຶ້ນໃນສັງ ຄົມເຊັ່ນ: ສັງຄົມມີຫຼາຍໂຄງປະກອບ; ສັງຄົມມີການເປີດກວ້າງສະແດງອອກຄໍາເຫັນຕາມກົດໝາຍ; ສັງຄົມເຮົາແມ່ນຕົກຢູ່ໃນສັງຄົມຫັນປ່ຽນ ໂດຍສັນຕິ; ການປະຕິວັດສີ, ສັງຄົມເປີດກວ້າງໃນການສ້າງມູມມອງຂອງຄົນໄປໃນແຕ່ລະທິດທາງ, ການເສບຜົນຜະລິດຂອງສື່ບໍ່ໄດ້ມີການກັ່ນຕອງ; ນັ້ນແມ່ນໜ້າທີ່ໜັກໜ່ວງ ຂອງສື່ມວນຊົນພວກເຮົາທີ່ຈະຕ້ອງມີການປັບປຸງຕົນເອງຢ່າງຮອບດ້ານ ຖ້າເຮົາຮູ້ໝູນໃຊ້ກາລະໂອກາດທີ່ດີເຂົ້າໃນການຕໍ່ສູ້ຕ້ານສິ່ງທີ່ຜິດເຂວພວກເຮົາ ຈະມີກຳລັງແຮງຕ້ານທານຕໍ່ສິ່ງຫຍໍ້ທໍ້ຕ່າງໆ ສື່ປະຕິວັດຕ້ອງໄດ້ປັບປຸງຕົວເອງຢູ່ເລືອຍໆເກືອບວ່າປັບທຸກມື້ ເຫັນກະແສຕ້ອງປັບ, ວຽກນີ້ຕ້ອງຫັນປ່ຽນໃໝ່ ສ້າງມາດຖານໃໝ່ ບໍ່ປະໃຫ້ເປັນໄປຕາມມີຕາມເກີດ. ແຕ່ລະສໍານັກສື່ຕ້ອງໄດ້ສໍາຫຼວດເບີ່ງຕົວເອງວ່າຄວາມນິຍົມຂອງສັງຄົມໃນການບໍລິໂພກຂ່າວຂອງຕົນເພີ່ມຂຶ້ນ ຫຼື ຫຼຸດລົງ ແລະ ຍ້ອນສາເຫດຫຍັງ? ນອກນັ້ນທ່ານຍັງກ່າວເຖິງວິຖີຊີວິດແບບປົກກະຕິໃໝ່ ຫຼັງການແຜ່ລະບາດຂອງພະຍາດໂຄວິດ -19 ( Newnormal ) ສື່ຕ້ອງໄດ້ປັບຕົນເອງຫັນໄປສູ່ການກຸ້ມຕົນເອງ; ປະຍັດຄົນປະຍັດເວລາ; ເບິ່ງການໄກ; ສື່ເປັນຜູ້ໂນ້ມນ້າວແນວຄິດຂອງຄົນໃນສັງຄົມ… ສື່ຕ້ອງປັບຕົວໃຫ້ດີຂຶ້ນ…”
ສະເໜີບັນຫານີ້ ເພາະວ່າມີການສົນທະນາກັນວ່າ ວິຖີຊີວິດແບບປົກກະຕິໃໝ່ ( Newnormal )ຢາກໃຫ້ມີບົດແນະນໍາລະອຽດເປັນເອກະພາບທົ່ວປະເທດ ເພື່ອພ້ອມກັນຈັດຕັ້ງປະຕິບັດ ເຊິ່ງເລື່ອງນີສື່ມວນຊົນພວກເຮົາກໍຕ້ອງໄດ້ຕັ້ງບັນຫາເພື່ອປັບປຸງອົງກອນຂອງຕົນໃຫ້ເຂັ້ມແຂງ ສາມາດປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ປະ ສົບຜົນສໍາເລັດ.
ທ່ານ ຄໍາວິສັນ ແກ້ວສຸວັນ
ຜູ້ຊ່ວຍຄະນໂຄສະນາອົບຮົມສູນກາງພັກ