ວຽກງານການເມືອງແນວຄິດ ໃນທ່າມກາງການລະບາດຂອງພະຍາດໂຄວິດ-19

ວຽກງານການເມືອງແນວຄິດ ໃນທ່າມກາງການລະບາດຂອງພະຍາດໂຄວິດ-19.

                                                             ທ່ານ ຄຳວິສັນ ແກ້ວສຸວັນ

ຜູ້ຊ່ວຍຄະນະໂຄສະນາອົບຮົມສູນກາງພັກ

        ຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃນຮອບສອງ ເຊິ່ງເລີ່ມຮຸນແຮງ​ຂຶ້ນໃນເດືອນເມສາທີ່ຜ່ານມາ ເຮັດໃຫ້​ມີ​ຜູ້​ຕິດ​ເຊື້ອຂະຫຍາຍວົງກ້ວາງ ໄປໃນ 15 ແຂວງ, ໃນນັ້ນມີຜູ້ຕິດເຊື້ອລະບາດແຮງຢູ່ນະຄອນຫຼວງວຽງຈັນ, ແຂວງຈຳປາສັກ ແລະ ແຂວງບໍ່ແກ້ວ ມີທ່າອ່ຽງເພີ່ມຂຶ້ນ ໃນໄລຍະເວລາສັ້ນໆ ຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍກວ່າປີ 2020 ຈົນຕົວເລກສະສົມເຖິງ 1 ພັນກວ່າຄົນ ແລະ ມີຜູ້ເສຍຊີວິດ 1 ຄົນ.

ຕໍ່ໜ້າສະພາບການດັ່ງກ່າວ; ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສ້າງເອກະສານນຳພາແນວຄິດເລກທີ 16/ຄອສພ ລົງວັນທີ 11/05/2021 ວ່າດ້ວຍ: ການເພີ່ມທະວີການຊີ້ນໍາວຽກງານການເມືອງ-ແນວຄິດໃນການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19.

ເອກະສານສະບັບນີ້ລວມມີ 3 ຂໍ້ໃຫ່ຍຄື:

I. ສະ​ພາບ​ການ​ກຳ​ເນີດ ແລະ​ ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ລວມ​ມີ:

1/ ການ​ກຳ​ເນີດ​ຂອງ​ພະ​ຍ​າດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່ (ໂຄວິດ-19).

2/ ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່ (ໂຄວິດ-19).

3/ ຜົນ​ກະ​ທົບ​ຂອງ​ເຊື້ອ​ພະ​ຍາດໂຄວິດ-19.

II. ການ​ສະ​ກັດ​ກັ້ນ​ຄວບ​ຄຸມ, ປ້ອງ​ກັນ ແລະ ແກ້​ໄຂ​ພະ​ຍາດໂຄວິດ-19.

III. ເພີ່ມ​ທະ​ວີ​ການ​ຊີ້​ນຳ​ວຽກ​ງານ​ການ​ເມືອງ-ແນວ​ຄ​ິດ ໃນ​ການ​ສະ​ກັດ​ກັ້ນ, ປ້ອງ​ກັນ, ​ຄວບ​ຄຸມ ແລະ ແກ້​ໄຂ ​ພະ​ຍາດໂຄວິດ-19.

ຈາກ​ເນື້ອ​ໃນ​ທັງ​ໝົດ​ນັ້ນ​ມັນ​ຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ກ່ຽວ​ຂ້ອງ​ເປັນ​ຕົ້ນ​ແມ່ນ: ຄະ​ນະປະຈຳ​​ພັກ​ກະ​ຊວງ-ອົງ​ການ; ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂັ້ນ​ສູນ​ກາງ; ຄະ​ນະ​ປະ​ຈຳ​ພັກ​ນະ​ຄອນຫຼວງວຽງ​ຈັນ ແລະ ແຂວງ​ໃນ​ທົ່ວ​ປະ​ເທດ; ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ນະ​ຄອນຫຼວງວຽງ​ຈັນ, ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ໃນ​ທົ່ວ​ປະ​ເທດ ຕ້ອງ​ໄດ້​ກຳ​ແໜ້ນ​ບັນ​ດາ ເນື້ອ​ໃນ​ສຳ​ຄັນ​ຂອງ​ເອ​ກະ​ສານ​ນີ້​ໃນ​ການ​ຜັນ​ຂະ​ຫຍາຍ​ໂຄ​ສະ​ນາ​ເຜີ​ຍແຜ່​ຢ່າງ​ກ້​ວາງ​ຂວາງ ໃຫ້​ທົ່ວ​ສັງ​ຄົມ​ໄດ້​ຮັບ​ຊາບຢ່າງ​ທົ່ວ​ເຖິງ.

ຈຸດ​ສຳ​ຄັນ​ທີ່​ຕ້ອງ​ກຳ​ແໜ້ນ​ໃນ​ເອ​ກະ​ສານ​ສະ​ບັບ​ນີ້​ແມ່ນ​ຂໍ້​ທີສາມ​ໃຫ່​ຍ​ຄື:

 ເພີ່ມ​ທະ​ວີ​ການ​ຊີ້​ນຳ​ວຽກ​ງານ​ການ​ເມືອງ-ແນວ​ຄ​ິດ ໃນ​ການ​ສະ​ກັດ​ກັ້ນ, ປ້ອງ​ກັນ, ​ຄວບ​ຄຸມ ແລະ ແກ້​ໄຂ ​ພະ​ຍາດໂຄວິດ-19.

ປັດ​ຈຸ​ບັນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຍັງ​ສືບ​ຕໍ່​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ໃນ​ທຸກໆ​ມື້ ເຊິ່ງ​ຈ​ະ​ນຳ​ໄປ​ສູ່​ການ​ສ້າງ​ຄວາມ​ສູນ​ເສຍ​ດ້ານ​ຊີ​ວິດ, ສຸ​ຂະ​ພາບ ກໍ​ຄື​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ທາງ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ-ສັງ​ຄົມ, ການ​ເຄື່ອນ​ໄຫວ​ວຽກ​ງານ​ຕ່າງໆ​ຂອງ​ພັກ ແລະ ລັດ.

ເພື່ອ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 15/ນຍ ແລະ ຄຳ​ສັ່ງ​ແນ​ະນຳ​ເລກ​ທີ 87/ຄ​ລ​ສ​ພ; ຄະ​ນະ​ພັກ​ແຕ່​ລະ​ຂັ້ນ​ຕ້ອງ​ໄດ້​ເພີ່ມ​ທະ​ວີ​ວຽກ​ງານ​ສຶກ​ສາ​ອົບ​ຮົມ​ການ​ເມືອງ-ແນວ​ຄິດ, ໂຄ​ສະ​ນາ​ປຸກ​ລະ​ດົມ, ຊຸກ​ຍູ້​ໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ, ທະ​ຫານ, ຕຳຫຼວດ, ປະ​ຊາ​ຊົນ​ ແລະ ຊັ້ນ​ຄົນ​ຕ່າງໆ​ໃນ​ສັງ​ຄົ​ມ ສືບ​ຕໍ່​ປະ​ຕິ​ບັດ​ທິດ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ທີ່​ວ່າ: ຖື​ເອົາ​ການ​ຕ້ານ, ສະ​ກັດ​ກັ້ນ, ຄວບ​ຄຸມ ແລະ ປ້ອງ​ກັນພະ​ຍາດ​ໂຄວິດ-19 ເປັນ​ໜ້າ​ທີ່​ຍຸດ​ທະ​ສາດ​ສຳ​ຄັນ ແລະ ຮີບ​ດ່ວນ​ໃນ​ການ​ນຳ​ພາຊີ້​ນຳ ແລະ ບັນ​ຊາ​ຕົວ​ຈິງ​ຄື​ໃນ​ສະ​ພາ​ວະ​ສົງ​ຄາມ; ຖື​ເປັນ​ປັດ​​ໄຈ​ສ​ຳ​ຄັນຕັດ​ສີນກວ່າ​ໝູ່ ທີ່​ຈະ​ເຮັດ​ໃຫ້​ປະ​ເທດ​ເຮົາ​ສາ​ມາດ​ຄວບ​ຄຸມ ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອພະ​ຍາດ​ໂຄວິດ-19, ຕ້ອງ​ຮັບ​ປະ​ກັນ​ບໍ່​ໃຫ້​ມີ​ການ​ລະ​ບາດ​ຄັ້ງ​ໃໝ່ ແລະ ລະ​ບາດ​ຮອບ​ໃຫ່​ຍ​ທີ່​ທະ​ວີ​ຄູນ​ຂຶ້ນກວ່າ​ເກົ່າ. ສະ​ນັ້ນ, ຄະ​ນະ​ພັກ​ແຕ່​ລະ​ຂັ້ນ​ຕ້ອງ​ຖື​ເອົາ​ວຽກ​ງານ​ໂຄ​ສະ​ນາ​ສຶກ​ສາ​ອົບ​ຮົມ​ເປັນ​ວຽກ​ກົກ, ເປັນ​ວຽກ​ງານ​ແຖວ​ໜ້າ ແລະ ເປັນ​ວຽກ​ງານ​ຮີບ​ດ່ວນ​ຂອງ​ທົ່ວ​ພັກ, ທົ່ວ​ລັດ ແລະ ທົ່ວ​ປວງ​ຊົນ​ທັງ​ຊາດ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງໜ້າ ເຂົ້າ​ຮ່ວມ​ພາ​ລະ​ກິດ​ສະ​ກັດ​ກັ້ນ, ປ້ອງ​ກັນ, ຄວບ​ຄຸມ ພະ​ຍາດ​ໂຄວິດ-19 ເຊິ່ງ​ເປັນ​ທິດ​ຊີ້​ນຳ ເປັນ​ເອ​ກະ​ພາບ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ ດ້ວຍ​ຈິດ​ໃຈ​ທີ່​ວ່າ: ສະ​ໜາມ​ຮົບ​ຕ້ານ​ພະ​ຍາດ​ກໍ​ຄື​ກັນ​ກັ​ບ​ສະ​ໜາມ​ຮົບ​ຕີ​ສັດ​ຕູ ເຊິ່ງ​ຄະ​ນະ​ພັກ​ແຕ່​ລະ​ຂັ້ນ ຕ້ອງ​ເພີ່​ມ​ທະ​ວີ​ຊີ້​ນຳ-ນຳ​ພາ​ວຽກ​ງານ​ໂຄ​ສະ​ນາ​ສຶກ​ສາ​ອົບ​ຮົມ​ການ​ເມືອງ-ແນວ​ຄິດ​ດັ່ງ​ນີ້:

  1. ໂຄ​ສະ​ນາ​ສຶກ​ສາ​ອົບ​ຮົມ​ການ​ເມືອງ-ແນວ​ຄິດ ກ່ຽວ​ກັບ​ການ​ຍົກ​ສູງ​ສະ​ຕ​ິ​ຄວ​າມ​ຕື່ນ​ຕົວ, ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​ທາງ​ດ້ານ​ສະ​ຕິ​ປັນ​ຍາ ແລະ ກຳ​ລັງ​ແຮງ​ທາງ​ດ້ານ​ວັດ​ຖຸ​ຂອງ​ປວງ​ຊົນ, ຂອງ​ທົ່ວ​ຊັ້ນ​ຄົນ​ໃນ​ສັງ​ຄົມ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 15/ນຍ ແລະ ຄຳ​ແນະ​ນຳ​ເລກ​ທີ 87/ຄ​ລ​ສ​ພ, ກໍ​ຄື​ບັນ​ດາ​ແຈ້ງ​ການ​ຂອງ​ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ, ຂອງ​ຄະ​ນະ​ສະ​ເພາະ​ກິດ​ລະ​ດັບ​ຊາດ, ຄະ​ນະ​ສະ​ເພາະ​ກິດ​ຂອງ​ພາກ​ສ່ວນ​ຕ່າງໆ ທັງ​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ​ຢ່າງ​ເຂັ້ມ​ງວ​ດ ​ແ​ລະ ມີ​ປະ​ສິດ​ທິ​ຜົນ​ສູງ.
  2. ໂຄ​ສະ​ນາສຶກ​ສາ​ອົບ​ຮົມ ແລະ ປຸກ​ລະ​ດົມ​ໃຫ້​ພະ​ນັກ​ງານ, ລັດ​ຖະ​ກອນ, ທະ​ຫານ​, ຕຳຫຼວດ, ນັກ​ຮຽນ, ນັກ​ສຶກ​ສາ, ກຳ​ມະ​ກອນ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ແລະ ຊັ້ນຄົນ​ໃນ​ສັງ​ຄົມ ຍົກ​ສູງ​ສະ​ຕິ​ຕື່ນ​ຕົວ ແລະ ເປັນ​ເຈົ້າ​ການ ໃນ​ການ​ຕໍ່​ສູ້​ຕ້ານ​ກັບ​ການ​ໂຄ​ສະ​ນາ​ທີ່​ບິດ​ເບືອນ​ໃສ່​ຮ້າຍ​ປ້າຍ​ສີ, ສ້າງ​ຂ່າວ​ປອມ, ຂ່າວ​ທີ່ບໍ່​ມີ​ມູນ​ຄວາມ​ຈິງ ທີ່​ອອກ​ຜ່ານ​ທາງ​ສື່​ອອນ​ລາຍ, ເຟດ​ບຸກ, ສື່​ອິນ​ເຕີ​ເນັດ… ເພື່ອ​ສ້າງ​ຄວາມ​ປັ່ນ​ປ່ວນ, ສ້າງ​ຄວາມບໍ່​ສະ​ຫງົບ​ຢູ່​ສັງ​ຄົມ, ປຸກ​ລະ​ດົມຂົນ​ຂວາຍ​ປະ​ຊາ​ຊົນ, ຊັ້ນ​ຄົນ, ທຸກ​ພາກ​ສ່ວນ, ທຸກ​ກຳ​ລັງ​ແຮງ​ຢູ່​ໃນ​ສັງ​ຄົມ ພ້ອມກັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ ເພື່ອ​ຕ້ານພະ​ຍາດ​ໂຄວິດ-19.
  3. ໂຄ​ສະ​ນາ​ສຶກ​ສາ​ອົບ​ຮົມ​ກ່ຽວ​ກັບ​ນ້ຳ​ໃຈ​ຮັກ​ຊາດ, ຈິດ​ໃຈ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ສົ່ງ​ເສີມ​ມູນ​ເຊື້ອ​ດຸ​ໝັ່ນ, ອົດ​ທົນ ແລະ ປະ​ດິດ​ສ້າງ​ໃນ​ການ​ອອກ​ແຮງ​ງານ​ຂອງ​ປະ​ຊາ​ຊົນ​ເຮົາ; ຊຸກ​ຍູ້​ຂະ​ບວນ​ການ​ອອກ​ແຮງ​ງານ​ເພີ່ມ​ພູນ​ຜະ​ລິດ​ຜົນ ເປັນ​ຕົ້ນ​ແມ່ນ​ການ​ປູກ​ຝັງ-ລ້ຽງ​ສັດ; ນ້ຳ​ໃຈ​ປະ​ຢັດ​ມັດ​ທະ​ຍັດ ເພື່ອ​ປັບ​ປຸງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ພະ​ນັກ​ງານ, ທະ​ຫານ, ຕຳຫຼວດ ແລະ ປະ​ຊາ​ຊົນເຮົາ​ໃນ​​ໄລ​ຍະ​ທີ່​ພວກ​ເຮົາ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂພະ​ຍາດ​ໂຄວິດ-19.
  4. ໂຄ​ສະ​ນາ​ສຶກ​ສາ​ອົບ​ຮົມ ກ່ຽວ​ກັບ​ມູນ​ເຊື້ອ​ຄວາມ​ສາ​ມັກ​ຄີ​ເປັນ​ເອກ​ະ​ພາບ​ພາຍ​ໃນ​ທົ່ວພັກ, ທົ່ວ​ລັດ ແລະ ປວງ​ຊົນ​​ທັງ​ຊາດ ເພື່ອ​ເປັນ​ກຳ​ລັງ​ແຮງ​ສັງ​ລວມ​ຮ່ວມ​ແຮງ, ຮ່ວ​ມ​ໃຈ​ໃນ​ການ​ຕ້ານ, ສະ​ກັດ​ກັ້ນ, ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂພະ​ຍາດ​ໂຄວິດ-19.
  5. ໂຄ​ສະ​ນາ​ສຶກ​ສາ​ອົບ​ຮົມ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ, ເພີ່ມ​ພູນ​ຄູນ​ສ້າງ​ມູນ​ເຊືຶ້ອ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ກັບ ສ​ສ ຫວຽດ​ນາມ; ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ກັບ ສ​ປ ຈີນ ບົນ​ຈິດ​ໃຈ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ໝັ້ນ​ຄົງ​ຍາວ​ນານ ແລະ ຄູ່​ຮ່ວມ​ຊາຕາ​ກຳ; ພົວ​ພັນ​ຮ່ວມ​ມື​ກັບ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ, ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ ແລະ ປະ​ເທດ​ເພື່ອນ​ມິດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ ເພື່ອ​ພ້ອມ​ກັນ​ສະ​ກັດ​ກັ້ນ, ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.
  6. ໂຄ​ສະ​ນາ​ປຸກ​ລະ​ດົມໃຫ້​ພະ​ນັກ​ງານ, ລັດ​ຖະ​ກອນ, ທະ​ຫານ​ຕຳຫຼວດ, ກຳ​ມະ​ກອນ, ນັກ​ສຶກ​ສາ ແລະ ປະ​ຊາ​ຊົນ, ຊັ້ນ​ຄົນ​ໃນ​ສັງ​ຄົມ ເຂົ້າ​ຮ່ວມ​ຂະ​ບວນ​ການ​ສັກ​ຢາ​ວັກ​ຊີນ ເພື່ອ​​ສ້າງ​ພູມ​ຄຸ​້ມ​ກັນ​ໃຫ້​ແກ່​ຮ່າງ​ກາຍ​ປ້ອງ​ກັນ​ການ​ເຈັບ​ເປັນ ແລະ ເສຍ​ຊີ​ວິດ​ຈາ​ການ​ຕິດ​ເຊື້ອພະ​ຍາດ​ໂຄວິດ-19, ທັງ​ເປັນ​ການ​ປະ​ກອບ​ສ່ວນ​ຊ່ວຍ​ໃນ​ການ​ຕ້ານ, ສະ​ກັດ​ກັ້ນ, ປ້ອງ​ກັນ, ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງເຊື້ອພະ​ຍາດ​ໂຄວິດ-19.

ຂໍຮຽກຮ້ອງໃຫ້ຈັດຕັ້ງປະຕິບັດເປັນເອກະພາບກັນດ້ວຍຈິດໃຈທີ່ວ່າ:

“ສະໝາມຮົບຕ້ານພະຍາດກໍຄືກັນກັບສະໝາມຮົບຕີສັດຕູ…