ອ່ານໃຫ້ເຂົ້າໃຈ, ກຳໃຫ້ແໜ້ນແຈ້ງການ, ຄຳແນະນຳ, ເອກະສານຂອງຄະນະໂຄສະນາອົບຮົມສູນກາງພັກ

ອ່ານໃຫ້ເຂົ້າໃຈ, ກຳໃຫ້ແໜ້ນແຈ້ງການ, ຄຳແນະນຳ, ເອກະສານຂອງຄະນະໂຄສະນາອົບຮົມສູນກາງພັກ

ທ່ານ ຄຳວິສັນ ແກ້ວສຸວັນ

ຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

    ໃນເວລາທີ່ພະຍາດໂຄວິດ-19ລະບາດຮອບສອງທົ່ວສັງຄົມໃນປະເທດເຮົາປະສົບຄວາມຫຍຸ້ງຍາກໃນການດຳລົງຊີວິດກໍຄືການປະຕິບັດໜ້າທີ່ວຽກງານ, ແຕ່ນັ້ນບໍ່ແມ່ນອຸປະສັກກີດຂວາງ, ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກໄດ້ຊີ້ນຳ-ນຳພາທຸກວຽກງານໃຫ້ດຳເນີນໄປຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ ສະແດງອອກໃຫ້ເຫັນຢ່າງຈະແຈ້ງ; ພົ້ນເດັ່ນແມ່ນການອອກແຈ້ງການ; ຄຳແນະນຳ ແລະ ເອກະສານຕ່າງໆເຊັ່ນ: ແຈ້ງການກ່ຽວກັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ສະບັບເລກທີ 15/ຄອສພ ລົງວັນທີ 10 ພຶດສະພາ 2021; ສ້າງເອກະສານນຳພາແນວຄິດການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ສະບັບເລກທີ 16/ຄອສພ ລົງວັນທີ 11 ພຶດສະພາ 2021; ຄຳແນະນຳກ່ຽວກັບການຈັດຕັ້ງເຊື່ອມຊຶມມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກຕໍ່ວຽກງານວັດທະນະທຳໃນໄລຍະໃໝ່, ສະບັບເລກທີ 13/ຄອສພ ການຈັດຕັ້ງເຊື່ອມຊຶມມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານ-ການເມືອງແນວຄິດໃນໄລຍະໃໝ່ສະບັບເລກທີ 14/ຄອສພ ລົງວັນທີ 02 ມິຖຸນາ 2021 ແລະ ຫຼ້າສຸດແມ່ນວຽກງານພາຍໃນໂດຍແມ່ນເອກະສານກ່ຽວກັບການເຊື່ອມຊຶມ ແລະ  ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເຊິ່ງໃນນັ້ນມີວິໄສທັດພັດທະນາວຽກງານໂຄສະນາອົບຮົມປີ 2021-2025 ສະບັບເລກທີ 53/ຄພ.ຄອສພ, ລົງວັນທີ 03 ມິຖຸນາ 2021 ເຫຼົ່ານີ້ເປັນຕົ້ນ.

    ໃນແຈ້ງການ, ຄຳແນະນຳ, ເອກະສານຕ່າງໆນັ້ນລ້ວນແຕ່ມີມາດຕະການຈັດຕັ້ງປະຕິບັດເຊິ່ງໄດ້ລົງໃນລາຍລະອຽດຊັດເຈນ; ສັ້ນກະທັດລັດເພື່ອເປັນບ່ອນອີງໃຫ້ຄະນະໂຄສະນາອົບຮົມຂັ້ນຕ່າງໆ; ບັນດາກົມອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກໄດ້ສ້າງເປັນແຜນງານ, ໂຄງການວຽກງານອັນລະອຽດຊີ້ນຳ-ນຳພາຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງຕາມພາລະບົດບາດໜ້າທີ່ທັງນີ້ເພື່ອສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດໃນຂົງເຂດວຽກງານຂອງຕົນ.

    ສະນັ້ນຈຶ່ງຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ; ສະມາຊິກພັກ; ພະນັກງານ-ລັດຖະກອນໃນທົ່ວຂະແໜງໂຄສະນາອົບຮົມຕ້ອງອ່ານໃຫ້ເຂົ້າໃຈ, ກຳໃຫ້ແໜ້ນແຈ້ງການ, ຄຳແນະນຳ ແລະ ເອກະສານຕ່າງໆຂອງຄະນະໂຄສະນາອົບຮົມສູນກາງພັກວາງອອກ.