ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ

ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ

ໂດຍ: ທ່ານ ຄຳວິສັນ ແກ້ວສຸວັນ

ຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

ຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກໄດ້ອອກເອກະສານກ່ຽວກັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ, ສະບັບເລກທີ 53/ຄພ.ຄອສພ ລົງວັນທີ 3 ມິຖຸນາ 2021

ເອກະສານສະບັບນີ້ມີຄວາມສຳຄັນຫຼາຍເພາະມັນແມ່ນໂຄງການວຽກງານອັນລະອຽດໃນຂົງເຂດວຽກງານໂຄສະນາອົບຮົມສູນກາງພັກເຊິ່ງໄດ້ສ້າງເປັນແຜນງານ ແລະ ໂຄງການວຽກງານຈຸດສຸມໃນຂົງເຂດວຽກງານໂຄສະນາອົບຮົມ 5 ປີ(2021-2025) ແລະ ຍຸດທະສາດຮອດປີ 2030.

ສຳລັບຈຸດປະສົງ ແລະ ລະດັບຄາດໝາຍມີດ່ັງນີ້:

  • ເພື່ອສ້າງການຫັນປ່ຽນທາງດ້ານແນວຄິດ-ຈິນຕະນາການຢ່າງແຂງແຮງ, ປັບປຸງຍົກສູງຫຼັກໝັ້ນການເມືອງ, ຍົກສູງນຳ້ໃຈເສຍສະຫຼະ ແລະ ຢຶດໝັ້ນອຸດົມການປະຕິວັດຂອງສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໃຫ້ມີຄຸນທາດການເມືອງທີ່ໝັກແໜ້ນ, ມີຄຸນສົມບັດສີນທຳປະຕິວັດ; ເດັດດ່ຽວແກ້ໄຂການເສື່ອມຖອຍດ້ານແນວຄິດ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນຂອງສະມາຊິກພັກ, ພະນັກງານ-ລັດຖະກອນ; ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນໃຫ້ໝັກແໜ້ນຂຶ້ນຕື່ມ.
  • ສ້າງຄວາມເປັນເອກະພາບ ແລະ ຄວາມຕັດສິນໃຈສູງຂອງສະມາຊິກພັກ, ພະນັກງານ-ລັດຖະກອນໃນການເສີມຂະຫຍາຍສະຕິປັນຍາ, ຫົວຄິດປະດິດສ້າງ, ສ້າງຄວາມຮັບຮູ້ເຂົ້າໃຈກ່ຽວກັບການສ້າງການຫັນປ່ຽນດ້ານແນວຄິດ-ຈີນຕະນາການ ໃນການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຕິດພັນກັບແຜນພັດທະນາວຽກງານໂຄສະນາອົບຮົມໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ.
  • ເພື່ອເປັນບ່ອນອີງໃຫ້ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ບັນດາກົມໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ວິໄສທັດ ແລະ ແຜນຍຸດທະສາດພັດທະນາວຽກງານໂຄສະນາອົບຮົມໃຫ້ເປັນແຜນງານ, ໂຄງການວຽກງານອັນລະອຽດ ຂອງຄະນະໂຄສະນາອົບຮົມສູນກາງພັກ, ຂອງກົມ ແລະ ຊີ້ນຳ-ນຳພາຈັດຕ້ັງປະຕິບັດເຂົ້າສູ່ຊິວິດຕົວຈິງຕາມພາລະບົດບາດ,ໜ້າທີ່ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດໃນຂົງເຂດວຽກງານຂອງຕົນ.
  • ເພື່ອຈັດຕັ້ງເຂົ້າສູ່ຊີວິດຕົວຈິງຕາມພາລະບົດບາດ, ໜ້າທີ່, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງເລິກເຊິ່ງຮອບດ້ານ ແລະ ມີຜົນສຳເລັດໃນຂົງເຂດວຽກງານຂອງຕົນ. ຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກຈຶ່ງໄດ້ສ້າງແຜນງານ ແລະ ໂຄງການຈຸດສຸມກໍຄືແຜນຍຸດທະສາດອອກມາ. ຜູ້ຂຽນຂໍອະນຸຍາດຄັດຈ້ອນເອົາບາງຂໍ້ມູນສຳຄັນມານຳສະເໜີເພາະໃນເອກະສານມີຢ່າງລະອຽດແລ້ວ; ເພື່ອນຜູ້ອ່ານສາມາດຊອກອ່ານໄດ້ໃນເວັບໄຊຂອງພັກເຮົາ.

ສຳລັບຍຸດທະສາດວຽກງານໂຄສະນາອົບຮົມປີ 2030 ມີຄື:

  1. ວຽກງານໂຄສະນາອົບຮົມຕິດພັນສະໜິດແໜ້ນກັບວຽກງານການເມືອງ-ແນວຄິດ ຂອງພັກ, ວຽກງານກໍ່ສ້າງ ແລະ ປັບປຸງ ບົນພື້ນຖານໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ, ໂດຍເອົາໃຈໃສ່ໂຄສະນາ, ປຸກລະດົມ, ສຶກສາອົບຮົມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດຂອງສະມາຊິກພັກ, ພະນັກງານ ຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 206/ກມສພ, ລົງວັນທີ 7 ທັນວາ 2020 ວ່າດ້ວຍການຍົກສູງຄຸນນະພາບວຽງການການເມືອງ-ແນວຄິດໃນໄລຍະໃໝ່.
  2. ວຽກງານໂຄສະນາອົບຮົມ ເປັນເຈົ້າການປະກອບສ່ວນໃນການໂຄສະນາ, ປຸກລະດົມ, ສຶກສາອົບຮົມສະມາຊິກພັກ, ພະນັກງານ ແລະ ປະຊາຊົນຊັ້ນຄົນຕ່າງໆໃນສັງຄົມໃຫ້ຮັບຮູ້, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ; ປະກອບສ່ວນສ້າງຄວາມເຊື່ອໝັ້ນຕໍ່ບົດບາດນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ອະນາຄົດຂອງປະເທດຊາດ. ເອົາໃຈໃສ່ປ່ຽນແປງໃໝ່ທາງດ້ານເນື້ອໃນ, ຮູບການ ແລະ ວິທີການເຄື່ອນໄຫວວຽກງານໂຄສະນາອົບຮົມໃນແຕ່ລະໄລຍະ, ສະໜອງຂໍ້ມູນຂ່າວສານດ້ານຕ່າງໆທັງພາຍໃນ ແລະ ຕ່າງປະເທດໃຫ້ທົ່ວເຖິງທຸກເປົ້າໝາຍໃນທົ່ວສັງຄົມ.
  3. ວຽກງານໂຄສະນາອົບຮົມຕ້ອງເນັ້ນໝັກ ແລະ ຖືສຳຄັນຄຸນນະພາບ, ປະສິດທິຜົນ ໂດຍເລີ່ມຈາການຍົກສູງຄວາມຮັບຜິດຊອບໃນການນຳພາ-ຊີ້ນຳ ຂອງຄະນະພັກທຸກຂັ້ນ, ທຸກຂະແໜງການຕໍ່ວຽກງານໂຄສະນາອົບຮົມດ້ວຍການເອົາໃຈໃສ່ສ້າງແຜນງານ, ໂຄງການ, ແຜນການລະອຽດ ເພື່ອເຄື່ອນໄຫວເຮັດວຽກງານເມືອງ-ແນວຄິດ ແລະ ວຽກງານໂຄສະນາອົບຮົມໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ.
  4. ຄະນະໂຄສະນາອົບຮົມແຕ່ລະຂັ້ນ ຕ້ອງເປັນເສນາທິການທາງດ້ານການເມືອງ-ແນວຄິດ ທີ່ປະດິດສ້າງ, ມີໄຫວພິບ ແລະ ຄ່ອງຕົວໃຫ້ຄະນະພັກຂອງຕົນ. ພ້ອມກັນນັ້ນ, ກໍເປັນເຈົ້າການໃນການຄົ້ນຄວ້າ, ສະຫຼຸບສັງລວມທິດສະດີ ແລະ ພຶດຕິກຳ ໃນຂົງເຂດໂຄສະນາອົບຮົມ, ກຳແໜ້ນສະພາບແນວຄິດ, ຫາງສຽງສັງຄົມ ແລະ ມີວິທີຕອບຕ້ານຖ້ອຍທຳນອງບິດເບືອນໃສ່ຮ້າຍປ້າຍສີ ຂອງອິດທິກຳລັງປໍລະປັກ ແລະ ພວກຄົນບໍ່ດີ, ທັງນຳພາແນວຄິດ, ຫາງສຽງສັງຄົມໃຫ້ຖືກທິດ ແລະ ທັນການ, ສ້າງເນື້ອໃນເອກະສານ, ຫຼັກສູດການສອນ-ການຮຽນ, ການໂຄສະນາປະເພດຕ່າງໆໃຫ້ມີຄຸນນະພາບ ແລະ ປະສິດທິຜົນ.
  5. ປັບປຸງກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມທຸກຂັ້ນ ໃຫ້ໜັກແໜ້ນເຂັ້ມແຂງ ແລະ ກະທັດຮັດ, ດ້ວຍການປັບປຸງພາລະບົດບາດ, ໜ້າທີ່, ຂອບເຂດສິດໃຫ້ຈະແຈ້ງ; ມີກົນໄກເຄື່ອນໄຫວປະສານງານດຶງດູດເອົາສະຕິປັນຍາ ແລະ ທຶນຮອນຈາກຊັ້ນຄົນຕ່າງໆໃນສັງຄົມ ເຂົ້າໃນການເຄື່ອນໄຫວວຽກງານໂຄສະນາອົບຮົມໃຫ້ກວ້າງຂວາງ ແລະ ເລິກເຊິ່ງ; ປະກອບພາຫະນະ, ວັດຖຸອຸປະກອນທີ່ທັນສະໄໝ ແລະ ຈຳເປັນໃຫ້ພຽງພໍກັບຄວາມຕ້ອງການຂອງວຽກງານ.
  6. ກໍ່ສ້າງ, ບຳລຸງຍົກລະດັບຖັນແຖວພະນັກງານທີ່ເຮັດວຽກໂຄສະນາອົບຮົມ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ແນວທາງ ແລະ ວິຊາສະເພາະ, ມີຄວາມຊຳນານໃນໜ້າທີ່ວຽກງານ ແລະ ມີຜູ້ຊ່ຽວຊານເພີ່ມຂຶ້້ນ.
  7. ເພີ່ມທະວີການພົວພັນຮ່ວມມືກັບບັນດາອົງການ ທີ່ເຮັດວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມຂອງບັນດາປະເທດເພື່ອນມິດ ໂດຍສະເພາະແມ່ນປະເທດເພື່ອນມິດຍຸດທະສາດ; ປະກອບສ່ວນສ້າງສະຕິເປັນເຈົ້າໃນການເຊື່ອມໂຍງພາກພື້ນ ແລະ ສາກົນບົນພື້ນຖານແນວທາງການຕ່າງປະເທດຂອງພັກເຮົາ.

ສ່ວນແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ (2021-2025) ໂດຍສະເພາະໂຄງການຈຸດສຸມມີບາງຈຸດສຳຄັນດັ່ງນີ້:

ແຜນພັດທະນາໂຄງການຈຸດສຸມແຕ່ປີ 2021-2025 ລວມມີ 7 ແຜນງານ; ແຜນງານທີ 1: ຈັດຕັ້ງເຜີຍແຜ່, ຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ; ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ຂອງລັດໃນຂົງເຂດວຽກງານໂຄສະນາອົບຮົມມີ 4 ໂຄງການ. ແຜນງານທີ2: ສ້າງ ແລະ ປັບປຸງວຽກງານໂຄສະນາສຶກສາອົບຮົມ ແລະ ຈັດຕັ້ງຝຶກອົບຮົມເປົ້າໝາຍຕ່າງໆມີ 6 ໂຄງການ. ແຜນງານທີ 3: ເກັບກຳສະພາບແນວຄິດ, ຫາງສຽງສັງຄົມ, ສະໜອງຂໍ້ມູນຂ່າວສານດ້ານຕ່າງໆ; ສະຫຼຸບສັງລວມການເຄື່ອນໄຫວວຽກງານໂຄສະນາອົບຮົມມີ 8 ໂຄງການ. ແຜນງານທີ4: ປັບປຸງຍົກສູງຄຸນນະພາບຂອງວາລະສານອະລຸນໃໝ່ ແລະ ວາລະສານໂຄສະນາມີ 2 ຂໍ້. ແຜນງານທີ 5: ການນຳໃຊ້ສື່ ແລະ ກຳລັງແຮງສັງລວມເຂົ້າໃນວຽກງານໂຄສະນາອົບຮົມ ແລະ ກໍ່ສ້າງພະນັກງານໂຄສະນາອົບຮົມມີ 5 ໂຄງການ. ແຜນງານທີ6: ປັບປຸງກົງຈັກການຈັດຕັ້ງ; ພາລະບົດບາດ ແລະ ບຸກລາຄາກອນທີ່ເຮັດວຽກງານໂຄສະນາອົບຮົມຢູ່ສູນກາງ ແລະ  ທ້ອງຖິ່ນ; ສ້າງພື້ນຖານໂຄງລ່າງ ແລະ ກົນໄກປະສານງານຂອງຄະນະໂຄສະນາອົບຮົມສູນກາງພັກມີ 4 ໂຄງການ ແລະ  ສຸດທ້າຍແຜນງານທີ 7: ເພີ່ມທະວີການພັວພັນຮ່ວມມືກັບບັນດາອົງການທີ່ເຮັດວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດຂອງປະເທດເພື່ອນມິດຍຸດທະສາດ; ບັນດາປະເທດໃນພາກພື້ນ ແລະ ສາກົນມີ 5 ຂໍ້.

ອີງຕາມພາລະບົດບາດ, ໜ້າທີ່ຂອງຄະນະໂຄສະນາອົບຮົມສູນກາງພັກ, ນອກຈາກຈັດຕັ້ງປະຕິບັດ 7 ແຜນງານ ແລະ ໂຄງການວຽກງານຈຸດສຸມທີ່ກ່າວມາຂ້າງເທິງນັ້ນ ກໍຍັງຈະໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສະເຫຼີມສະຫຼອງວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງຜູ້ນຳເຊັ່ນ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ວັນສະຖາປະນາ ສປປ ລາວ, ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ, ວັນເກີດປະທານ ສຸພານຸວົງ ແລະ ວັນສຳຄັນອຶ່ນໆ. ດ້ວຍການສ້າງເອກະສານອົບຮົມ, ການຈັດຕັ້ງສຳມະນາໃນຫົວຂໍ້ຕ່າງໆ, ການໂຄສະນາເຜີຍແຜ່ຢ່າງກວ້າງຂວງ ແລະ ເລິກເຊິ່ງ.

ແຜນງານ ແລະ ໂຄງການວຽກງານຈຸດສຸມແຕ່ປີ 2021-2025 ແມ່ນສືບຕໍ່ຜັນຂະຫຍາຍແຜນງານ ແລະ ວຽກງານຈຸດສຸມປີ 2016-2020 ວຽກງານເຮັດໄດ້ດີມີຄວາມໂດດເດັ່ນສືບຕໍ່ເສີມຂະຫຍາຍໃຫ້ດີຍິ່ງຂື້ນ, ອັນໃດຄົງຄ້າງຈະສືບຕໍ່ປັບປຸງແກ້ໄຂເພື່ອເຮັດໃຫ້ໄດ້ຕາມຄາດໝາຍ.

ອັນສຳຄັນຕັດສີນຜົນໄດ້ຮັບຂອງເອກະສານນີ້ແມ່ນມາດຕະການຈັດຕັ້ງປະຕິບັດເຊິ່ງລວມມີດ່ັງນີ້:

  1. ຄະນະພັກຄະນະໂຄສະນາອົບຮົມສູນກາງພັກນຳພາຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖີງ.
  2. ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ເພີ່ມທະວີການຊີ້ນຳ-ນຳພາ ຄະນະໂຄສະນາອົບຮົມແຕ່ລະຂັ້ນ ລວມທັງຕິດຕາມ, ກວດກາ, ຊຸກຍູ້-ຊີ້ນຳການເຄື່ອນໄຫວໜ້າທີ່ການເມືອງຕະຫຼອດຮອດການສ້າງເງື່ອນໄຂຄວາມສະດວກດ້ານຕ່າງໆໃຫ້ດີຂື້ນກວ່າເກົ່າ.
  3. ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຊີ້ນຳບັນດາກົມຫັນເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ເປັນແຜນງານ, ໂຄງການ ແລະ ເປັນແຜນການເຄື່ອນໄຫວວຽກງານອັນລະອຽດປະຈຳເດືອນ, ປະຈຳໄຕມາດ ແລະ ປະຈຳປີຕາມພາລະບົດບາດຂອງຕົນ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.
  4. ຫ້ອງການຂອງຄະນະໂຄສະນາອົບຮົມສູນກາງພັກ ເປັນໃຈກາງປະສານສົມທົບກັບບັນດາກົມ ແລະ ຄະນະໂຄສະນາອົບຮົມແຕ່ລະຂັ້ນໃນທົ່ວປະເທດ ຕິດຕາມການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ XI ຂອງພັກຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ, ພ້ອມທັງສະຫຼຸບລາຍງານຄະນະໂຄສະນາອົບຮົມສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະເລຂາທິການສູນກາງພັກຮັບຊາບເປັນແຕ່ລະໄລຍະ.

ເອກະສານສະບັບນີ້ລົງນາມໂດຍທ່ານຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຊິ່ງຖືວ່າເປັນບາດກ້າວໃໝ່ຂອງວຽກງານໂຄສະນາອົບຮົມສູນກາງພັກ, ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.