ພິທີເປີດຊຸດຝຶກອົບຮົມການຄຸ້ມຄອງ, ການນຳໃຊ້ ແລະ ການພັດທະນາເວັບໄຊໃຫ້ວາລະສານໂຄສະນາເປັນສື່ເອເລັກໂຕຼນິກ

ພິທີເປີດຊຸດຝຶກອົບຮົມການຄຸ້ມຄອງ, ການນຳໃຊ້ ແລະ ການພັດທະນາເວັບໄຊໃຫ້ວາລະສານໂຄສະນາເປັນສື່ເອເລັກໂຕຼນິກ

    ໃນວັນທີ 26 ຫາ 27 ກໍລະກົດ 2021 ທີ່ຜ່ານມາ ວາລະສານໂຄສະນາ ຮ່ວມກັບ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດຊຸດຝຶກອົບຮົມການຄຸ້ມຄອງ, ການນຳໃຊ້ ແລະ ການພັດທະນາເວັບໄຊ ໃຫ້ແກ່ພະນັກງານວາລະສານໂຄສະນາ ຂຶ້ນທີ່ຫ້ອງສະໜອງຂໍ້ມູນ ວາລະສານໂຄສະນາ; ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ໂພເມກ ວິໄລສັກ ຫົວໜ້າ ບ.ກ ວາລະສານໂຄສະນາ ແລະ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ເຂົ້າຮ່ວມມີ: ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານວິຊາການວາລະສານໂຄສະນາ ແລະ ອາຈານຈາກກົມຂໍ້ມູນຂ່າວສານ ທັງໝົດ 18 ທ່ານ, ຍິງ 9 ທ່ານ.

ໃນພິທີ ທ່ານ ໂພເມກ ວິໄລສັກ ຫົວໜ້າ ບ.ກ ວາລະສານໂຄສະນາ ໄດ້ໃຫ້ກຽດກ່າວເປີດພິທີ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖີງຄວາມສຳຄັນຂອງວຽກງານໄອທີໃນຍຸກປັດຈຸບັນ ເພື່ອເປັນການເຜີຍແຜ່ຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ແລະ ກວ້າງຂວາງແນ່ໃສ່ສ້າງ ບາດກ້າວຫັນປ່ຽນໃໝ່ໃນການປັບປຸງເນື້ອໃນ ແລະ ຮູບການຂອງວາລະສານໂຄສະນາ ໃຫ້ມີຄວາມທັນສະໄໝເທື່ອລະກ້າວ ທັງເປັນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານໃນການນໍາໃຊ້ສື່ສັງຄົມອອນລາຍເຂົ້າໃນການໂຄສະນາເຜີຍແຜ່ຂໍ້ມູນຂອງວາລະສານໃຫ້ນັບມື້ນັບກວ້າງໄກ.ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການນຳໃຊ້ ແລະ ພັດທະນາເວັບໄຊໃຫ້ແກ່ພະນັກງານໄອທີວາລະສານໂຄສະນາໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບວາລະສານໂຄສະນາສຽງຂອງຄະນະໂຄສະນາອົບຮົມສູນກາງພັກໃຫ້ກວ້າງໄກ ແລະ ວ່ອງໄວ.

ຫຼັງຈາກນັ້ນ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ກໍໄດ້ມີຄຳເຫັນຕໍ່ຊຸດຝຶກອົບຮົມວ່າ: ວຽກງານໄອທີໃນປັດຈຸບັນແມ່ນມີຄວາມສຳຄັນຫຼາຍຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານເພາະມັນເປັນເຄື່ອງມືທີ່ຈະຊ່ວຍຂັບເຄື່ອນໃຫ້ວຽກງານເຮົາສະດວກວ່ອງໄວ ແລະ ທັນກັບສະພາບການໃນໄລຍະໃໝ່. ສະນັ້ນ ການສ້າງເວັບໄຊແມ່ນມີຄວາມຈຳເປັນຫຼາຍໃນເງື່ອນໄຂທີ່ໂລກໄດ້ເປີດກວ້າງການພົວພັນຮ່ວມມືເຊິ່ງກັນ ແລະ ກັນນັບມື້ນັບຫຼາຍທັງມັນເປັນເຄື່ອງມືໃນການສື່ສານ, ໂຄສະນາ, ປະຊາສຳພັນ ເພື່ອແລກປ່ຽນຂໍ້ມູນຂ່າວສານກັບ ພາຍນອກ ກໍ່ຄືພາກພື້ນ ແລະ ສາກົນ.ສະນັ້ນໃນອະນາຄົດເຄື່ອງມືທີ່ທັນສະໄໝນີ້ ຈະກາຍເປັນພາຫານະທີ່ສຳຄັນອັນໜຶ່ງໃນການໂຄສະນາສຶກສາອົບຮົມບັນດາເປົ້າໝາຍທາງດ້ານວຽກງານແນວຄິດ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ກ້າວສູ່ຈຸດໝາຍທີ່ໄດ້ກຳນົດໄວ້.

+ເນື້ອໃນເອກະສານທີ່ນຳມາ ຝຶກອົບຮົມຄັ້ງນີ້ປະກອບມີ 4 ບົດຄື:

1/. ການສ້າງຜູ້ໃຊ້ງານ (User)  ແລະ ການບໍລິການຈັດການເມນູ

2/. ວິທີ Post, ແກ້ໄຂ ແລະ ລົບຂ່າວໃນເວັບໄຊ

3/. ວິທີແກ້ໄຂບັນດາສ່ວນເສີມ

4/. ວິທີເຜີຍແຜ່, ແຊຂໍ້ມູນຂ່າວສານຜ່ານສື່ລະບົບອອນລາຍ

ໃນພິທີປິດຊຸດຝຶກອົບຮົມ ໄດ້ມີພິທີມອບເວັບໄຊໃຫ້ແກ່ວາລະສານໂຄສະນາຄຸ້ມຄອງ ແລະ ນຳໃຊ້ຢ່າງເປັນທາງການໃຫ້ກຽດມອບໂດຍ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຮັບໂດຍ ທ່ານ ໂພເມກ ວິໄລສັກ ຫົວໜ້າ ບ.ກ ວາລະສານໂຄສະນາ ເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວຽກງານວາລະສານໂຄສະນາຂອງ ຄອສພ.

ຫຼັງຈາກນັ້ນ ທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊິ່ງກ່ອນອຶ່ນໝົດທ່ານສະແດງຄວາມຊົມເຊີຍຄະນະຮັບຜິດຊອບສ້າງຕັ້ງເວັບໄຊ ກໍ່ຄື ກົມຂໍ້ມູນຂ່າວສານ, ພະແນກໂຄສະນາຜ່ານສື່ເອເລັກໂຕຼນິກ ທີ່ໄດ້ສ້າງເວັບໄຊໃຫ້ແກ່ວາລະສານໂຄສະນາ ຈົນສຳເລັດຕາມແຜນການທີ່ວາງໄວ້ ແລະ ເຊື່ອໝັ້ນວ່າເວັບໄຊນີ້ຈະສືບຕໍ່ໄດ້ຮັບການປັບປຸງເພີ່ມຕື່ມໃຫ້ຄົບຖ້ວນສົມບູນ ແລະ ຮັບໃຊ້ການໂຄສະນາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເຮັດໜ້າທີ່ຕາມພາລະບົດບາດຂອງວາລະສານໂຄສະນາທີ່ກຳນົດໄວ້ ກາຍເປັນກະບອກສຽງ ທີ່ແຫລມຄົມ, ເລິກເຊິ່ງ, ວ່ອງໄວ ແລະ ທັນການໃນອະນາຄົດ.