10 ມາດຖານເງື່ອນໄຂທີ່ຈະເຂົ້າເປັນມໍລະດົກໂລກທາງດ້ານວັດທະນະທຳ ແລະ ທາງດ້ານທຳມະຊາດ

10 ມາດຖານເງື່ອນໄຂທີ່ຈະເຂົ້າເປັນມໍລະດົກໂລກທາງດ້ານວັດທະນະທຳ ແລະ ທາງດ້ານທຳມະຊາດ

ສະຖານທີ່ຈະກາຍເປັນສະຖານທີ່ມໍລະດົກໂລກໄດ້ ກໍຕໍ່ເມື່ອສະຖານທີ່ແຫ່ງນັ້ນມີ 10 ເງື່ອນໄຂມາດຖານທີ່ອົງການ ຢູນິດສໂກ UNESCO ກຳນົດໄວ້. ສະຖານທີ່ມໍລະດົກໂລກໄດ້ແບ່ງອອກເປັນ 2 ປະເພດຄື: ມໍລະດົກໂລກທາງດ້ານວັດທະນະທຳ ແລະ ມໍລະດົກໂລກ ທາງດ້ານທຳມະຊາດ.

ມໍລະດົກໂລກທາງດ້ານວັດທະນະທຳມີ 6 ມາດຖານເງື່ອນໄຂດັ່ງນີ້:

  1. ໝາຍເຖີງຜົນງານສຸດຍອດແຫ່ງການປະດິດສ້າງຂອງມະນຸດ
  2. ຈະຕ້ອງສະແດງອອກເຖິງການແລກປ່ຽນອັນສຳຄັນແຫ່ງຄຸ່ນຄ່າຕ່າງໆຂອງມະນຸດ ໂດຍຜ່ານການເວລາ ຫຼືວ່າ ພາຍໃນຂອບເຂດວັດທະນະທຳໃດໜຶ່ງຂອງໂລກ, ບົນຂະບວນວິວັດຕ່າງໆທາງສະຖາປັດຕະຍະກຳ, ການວາງແຜນຜັງເມືອງ ຫຼື ການອອກແບບຈັດວາງພູມີທັດ.
  3. ຕ້ອງຖືກຄຸນລັກສະນະແຫ່ງຄວາມເປັນພິເສດໜຶ່ງດຽວໃນໂລກ ຫຼື ວ່າຢ່າງໜ້ອຍທີ່ສຸດ ກໍສະແດງອອກເຖີງພິໄນກຳທາງປະເພນີວັດທະນະທຳ ຫຼື ອະລິຍະທຳທີ່ບໍ່ມີສິ່ງໃດປຽບທຽບໄດ້ ນັບທັງສ່ວນທີ່ມີຊີວິດຢູ່ ຫຼືວ່າ ໄດ້ຖືກສູນຫາຍໄປແລ້ວ.
  4. ຕ້ອງເປັນຕົວຢ່າງອັນໂດດເດັ່ນໃນສິ່ງກໍ່ສ້າງຊະນິດໃດໜຶ່ງ, ກຸ່ມສະຖາປັດຕະຍະກຳ ຫຼືວ່າ ເຕັກໂນໂລຊີ ຫຼືວ່າ ພູມມີທັດທີ່ສະແດງໃຫ້ເຫັນໜຶ່ງ ຫຼື ຫຼາຍໄລຍະແຫ່ງປະຫວັດສາດຂອງມວນມະນຸດ.
  5. ຕ້ອງເປັນຕົວຢ່າງອັນໂດດເດັ່ນແຫ່ງປະເພນີການຕັ້ງຖິ່ນຖານຂອງມວນມະນຸດ, ການນຳໃຊ້ພື້ນທີ່ດິນ ຫຼືວ່າ ການນຳໃຊ້ພື້ນທີ່ນ້ຳ ຊຶ່ງເປັນຕົວແທນແຫ່ງວັດທະນະທຳໜຶ່ງ ຫຼື ຫຼາຍໆວັດທະນະທຳ, ຫຼືວ່າ ການພົວພັນຂອງມະນຸດກັບທຳມະຊາດໂດຍສະເພາະຢ່າງຍິ່ງ ແມ່ນເວລາທີ່ມັນຕົກຢູ່ໃນສະພາບທີ່ສ່ຽງຕໍ່ການສູນຫາຍ ພາຍໃຕ້ຜົນກະທົບທີ່ພາໃຫ້ເກີດການປ່ຽນແປງໄປຢ່າງບໍ່ອາດຮຽກຮ້ອງຄືນມາໄດ້.
  6. ຈະຕ້ອງເປັນສ່ວນປະກອບໂດຍກົງ ຫຼື ທາງຮູບປະທຳກັບເຫດການໃດໜຶ່ງ ຫຼື ປະເພນີທີ່ຍັງມີຊີວິດຊີວາຢູ່, ດ້ວຍມະໂນຄະຕິ ຫຼື ວ່າຄວາມເຊື່ອ, ດ້ວຍຜົນງານສິລະປະ, ວັນນະກຳທີ່ມີຄຸນຄ່າຈັກກະວານອັນໂດດເດັ່ນ.

ມໍລະດົກໂລກທາງດ້ານທຳມະຊາດມີ 4ມາດຖານເງື່ອນໄຂດັ່ງນີ້:

  1. ຈະຕ້ອງມີສາລະທີ່ສະທີ່ສະແດງອອກເຖິງປະກົດການ ເໜືອທຳມະຊາດ ຫຼື ຄວາມສວຍງາມພິເສດທາງທຳມະຊາດ.
  2. ຕ້ອງເປັນຕົວຢ່າງອັນໂດດເດັ່ນທີ່ເປັນຕົວແທນໃຫ້ແກ່ບັນດາຍຸກປະຫວັດສາດ ແຫ່ງຂະບວນວິວັດຂອງໂລກລວມທັງການບັນທຶກສີ່ງທີ່ມີຊີວິດ, ຂະບວນການວິວັດອັນໂດດເດັ່ນທາງທໍລະນີສາດ ທີ່ພວມກຳລັງດຳເນີນຢູ່ ທີ່ພາໃຫ້ເກີດການປະກອບສ້າງເປັນແຜ່ນດິນ, ຫຼືວ່າ ທໍລະນີສັນຖານ ຫຼື ຮູບລັກສະນະຂອງການສະພາບສາດອັນໂດດເດັ່ນ.
  3. ຕ້ອງເປັນຕົວຢ່າງອັນໂດດເດັ່ນ ຊຶ່ງເປັນຕົວແທນໃຫ້ແກ່ຂະບວນການວິວັດອັນສຳຄັນທາງລະບົບນິເວດ ແລະ ຊີວະວິທະຍາໃນວິວັດທະນາການ ແລະ ພັດທະນາການ ແຫ່ງການປະກອບສ້າງຂອງລະບົບນິເວດ ແລະ ຊຸມຊົນພືດ ແລະ ສັດທີ່ຢູ່ເທີງດິນ, ນ້ຳຈືດ, ແຄມຝັ່ງທະເລ ແລະ ໃນມະຫາສະໝຸດ.
  4. ຕ້ອງມີແຫຼ່ງທີ່ຢູ່ອາໄສທາງທຳມະຊາດທີ່ສຳຄັນທີ່ສຸດ ແລະ ໂດດເດັ່ນທີ່ສຸດເພື່ອອະນຸລັກຢູ່ກັບທີ່ ບັນດາຊີວະນາໆພັນ, ລວມທັງບັນດາສາຍພັນທີ່ຫາຍາກຕ່າງໆທີ່ມີຄວາມສຳຄັນໂດດເດັ່ນຕໍ່ຄຸນຄ່າທາງວິທະຍາສາດ ແລະ ການອະນຸລັກ.
    ແຫຼ່ງຂໍ້ມູນ: ວາລະສານປະເທດລາວ