ກະຊວງ ອຸດສາຫະກຳ ແລະ ການຄ້າ ຈັດປາຖະກະຖາ ວັນສໍາຄັນຂອງຊາດ-ພັກ

ກະຊວງ ອຸດສາຫະກຳ ແລະ ການຄ້າ ຈັດປາຖະກະຖາ

ວັນສໍາຄັນຂອງຊາດ-ພັກ

ພາບ-ຂ່າວ: ເກດແກ້ວ ສໍສຸພັນ

    ວັນທີ 10 ທັນວາ 2021 ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ(2/12/1975-2/12/2021), ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ (13/12/1920-13/12/2021) ແລະ ຜົນສໍາເລັດການກໍ່ສ້າງທາງລົດໄຟ ລາວ -ຈີນ ຢູ່ທີ່ຫ້ອງປະຊຸມທາງໄກ ຂອງກະຊວງ ອຸດສາຫະກໍາ ແລະ ຄ້າ.

    ໃຫ້ກຽດ ແລະ ເປັນປະທານປາຖະກະຖາ  ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດລັດຖະມົນຕີ ,ເຂົ້າຮ່ວມມີ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົມຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີຮອງລັດຖະມົນຕີ, ຄະນະພັກ-ຄະນະນໍາ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຕະຫລອດຮອດຮອດພະນັກງາານຫລັກແຫຼ່ງ ພະແນກ ອຸດສາຫະກໍາ ແລະ ການຄ້າ ຂອງບັນດາແຂວງ ເຂົ້າຮ່ວມການປາຖະກະຖາ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນຜົນງານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 46 ປີຜ່ານມາ ຊຶ່ງກ່ອນໜ້າວັນທີ 2 ທັນວາ 1975 ຊາດລາວ ໄດ້ຖືກຈັກກະພັດຕ່າງດ້າວກົດຂີ່ຂູດຮີດ, ປະຊາຊົນເປັນຂ້ອຍຂ້າມ້າໃຊ້ຂອງພວກເຂົາເປັນເວລາອັນຍາວນານ, ແຕ່ດ້ວຍມູນເຊື້ອຕໍ່ສູ້ພິລະອາດຫານ, ເດັດດ່ຽວບໍ່ຍອມຈໍານົນ, ປະຊາຊົນລາວພວກເຮົາໄດ້ດໍາເນີນການຕໍ່ສູ້ຢ່າງເນື່ອງນິດ-ລຽນຕິດ, ດຸເດືອດຂ້ຽວຂາດ ແລະ ຜ່ານຄວາມຫຍຸ້ງຍາກລຳບາກ ເພື່ອຍາດເອົາຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໂດຍພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ຈຶ່ງສາມາດຍາດໄດ້ໄຊຊະນະຢ່າງສົມບູນໃນວັນທີ 2 ທັນວາ 1975 ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ. ຈາກນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາຮັກຂອງປວງຊົນລາວທັງຊາດ, ທ່ານແມ່ນຜູ້ຮັກຊາດ, ນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ວິລະບູລຸດຜູ້ນໍາຂອງພັກ-ລັດທີ່ປີຊາສາມາດສະຫຼາດສ່ອງໃສ, ທັງເປັນນັກທິດສະດີ ແລະ ພຶດຕິກຳ, ເປັນຜູ້ທີ່ມີຄຸນສົມບັດສິນທໍາປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ, ທັງເປັນຜູ້ວາງແນວທາງການຕ່າງປະເທດຢ່າງຖືກຕ້ອງອັນໄດ້ເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນນັບມື້ສູງຂຶ້ນ. ການອຸທິດຕົນເພື່ອປະເທດຊາດຂອງ ປະທານ ໄກສອນ ພົມວິຫານ ແມ່ນການເສຍສະຫຼະ ແລະ ທຸ້ມເທເຫື່ອແຮງ, ສະຕິປັນຍາໃຫ້ແກ່ພາລະກິດປະຕິວັດ, ເພື່ອອິດສະລະພາບ, ຄວາມເປັນເອກະລາດແຫ່ງຊາດ, ຄວາມມັ່ງຄັ່ງເຂັ້ມແຂງຂອງປະເທດຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນບັນດາເຜົ່າ ຊຶ່ງຜົນງານ ແລະ ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນແວ່ນແຍງອັນໃສແຈ້ງໃຫ້ພະນັກງານ-ສະມາຊິກພັກ ແລະ ພົນລະເມືອງລາວທຸກຄົນ. ພວກເຮົາຈົ່ງຮຽນເອົາແບບແຜນການເຄື່ອນໄຫວ, ການນໍາພາ-ຊີ້ນໍາ ແລະ ການດຳລົງຊິວິດ ຂອງປະທານ ໄກສອນ ພົມວິຫານ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ແລະ ຊີວິດຕົວຈິງໃຫ້ເກີດປະໂຫຍດສູງສຸດ.

    ຕອນທ້າຍຂອງການປາຖະກະຖາ ເພິ່ນຍັງໄດ້ຍົກໄດ້ເຫັນຜົນສໍາເລັດການກໍ່ສ້າງທາງລົດໄຟ  ລາວ-ຈີນ ຊຶ່ງເປັນການໄຂສັງກາດໃໝ່ ແຫ່ງການຫັນການພັດທະນາພຶ້ນຖານໂຄງລ່າງຄົມມະນາຄົມທາງບົກ ຂອງ ສປປ ລາວ ໃຫ້ກ້າວໄປສູ່ ຄວາມເປັນທັນສະໄໝແບບບໍ່ເຄີຍມີມາກ່ອນ ອັນໄດ້ ກາຍເປັນພື້ນຖານສຳຄັນ ໃນການບັນລຸຍຸດທະສາດ ການຫັນປະເທດ ໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ກັບ ພາກພື້ນ ຂອງ ສປປ ລາວ, ເປັນສັນຍາລັກແຫ່ງມິດຕະພາບການຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ກໍຄືໝາກຜົນຕົວຈິງຂອງການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ຢ່າງແທ້ຈິງ. ພ້ອມທັງເຊື່ອໝັ້ນວ່າ ທາງລົດໄຟ ລາວ-ຈີນ ຈະເປັນ ປັດໄຈສຳຄັນທີ່ຈະນຳເອົາຜົນປະໂຫຍດທີ່ໃຫຍ່ຫຼວງ ແລະ ຄວາມຈະເລີນຮຸ່ງເຮືອງ ສີວິໄລ ມາສູ່ ສປປ ລາວ ກາຍເປັນເສັ້ນທາງແຫ່ງສັນຕິພາບ, ເສັ້ນທາງແຫ່ງການຮ່ວມມື ແລະ ການພັດທະນາ ໜຶ່ງແລວໜຶ່ງເສັ້ນທາງຂອງ ສປ ຈີນທີ່ເປັນແບບຢ່າງທີ່ດີຂອງອະນຸພາກພຶ້ນ ແລະ ສາກົນ.