ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ

ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ

ໃນວັນທີ 20 ທັນວາ 2021 ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ ທີ່ຈັດຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາສະຫາຍຄະນະບໍລິຫານງານພັກ ຄຕພ, ​ແຂກ​ທີ່​ຖືກ​ເຊີນ​ຈາກ​ຄະນະພັກອ້ອມ​ຂ້າງ​ສູນ​ກາງ​, ​ສະມາຊິກ​ພັກ​ອາວຸ​ໂສບຳນານ, ພ້ອມ​ດ້ວຍ ​ຕາງໜ້າອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ສະມາຊິກພັກ ​ເຂົ້າ​ຮ່ວມທັງໝົດ 82 ສະຫາຍ, ຍິງ 24 ສະຫາຍ.

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີຄວາມຫມາຍຄວາມສໍາຄັນ, ສະແດງເຖິງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບສູງ ຂອງສະມາຊິກພັກ. ກອງປະຊຸມໄດ້ຕີລາຄາເລິກເຊິ່ງ, ກົງໄປກົງມາ ຕໍ່ການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້, ເຊິ່ງໄດ້ສ້າງພື້ນຖານສໍາຄັນໃຫ້ແກ່ການສືບຕໍ່ປັບປຸງ, ຍົກລະດັບ ປະສິດທິພາບໃນການຈັດຕັ້ງປະຕິບັດວຽກງານຂອງຄະນະພົວພັນຕ່າງປະເທດສູນກາງພັກ ໃຫ້ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນໃນຊຸມປີຕໍ່ໜ້າ, ທັງຮັບປະກັນໃນການເປັນເສນາທິການວຽກງານຕ່າງປະເທດໃຫ້ສູນກາງພັກຢ່າງໜັກແໜ້ນການພົວພັນຮ່ວມມື ກັບພັກອ້າຍນ້ອງ ເພື່ອນມິດຍຸດທະສາດ ໄດ້ຮັບການເພີ່ມທະວີ ແລະ ຫັນເຂົ້າສູ່ລວງເລິກ, ການພົວພັນກັບພັກການເມືອງອື່ນໆ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍສືບຕໍ່ເປີດກວ້າງ, ວຽກງານການທູດປະຊາຊົນ ກໍໄດ້ຮັບການຍູ້ແຮງ ແລະ ສືບຕໍ່ເສີມຂະຫຍາຍ, ປະກອບສ່ວນສໍາຄັນເຂົ້າໃນການສ້າງສະພາບແວດລ້ອມອັນອໍານວຍ ແລະ ນໍາເອົາຜົນປະໂຫຍດຕົວຈິງນັບມື້ນັບຫຼາຍຂຶ້ນມາໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດກ້າວສູ່ຈຸດໝາຍສັງຄົມນິຍົມ.

ກອງປະຊຸມຄັ້ງນີ້ ໄດ້ເປັນເອກກະພາບກັນຮັບຮອງເອົາບົດລາຍງານການເມືອງ ແລະບົດສໍາຫຼວດການນໍາພາລວມຂອງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ສະໄໝທີ I ພ້ອມດ້ວຍ ແຜນພັດທະນາຄະນະພົວພັນຕ່າງປະເທດສູນກາງພັກ ໄລຍະປີ 2021-2025;

ຈາກນັ້ນກອງປະຊຸມໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງທັງໝົດ 09 ສະຫາຍ, ຍິງ 01ສະຫາຍ ແລະ ໄດ້ເລືອກເອົາ 07 ສະຫາຍ, ຍິງ 01 ສະຫາຍ, ໃນນີ້ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ ເປັນເລຂາຄະນະພັກ, ສະຫາຍ ສົມພອນ ສີຈະເລີນ, ເປັນຮອງເລຂາຄະນະພັກ ພ້ອມທັງເປັນປະທານກວດກາພັກ ແລະ ສະຫາຍ ເກີລໍ່ ຢ່າງກໍ ແລະ ສະຫາຍ ວັງຮື ເນັ່ງມົງວ່າງ ເປັນຮອງປະທານກວດກາ.

ກອງປະຊຸມໃຫຍ່ ຄັ້ງນີ້ ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຊີ້ນໍາ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຊຶ່ງໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ແລະ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາມະຕິ, ຄໍາສັ່ງຕ່າງໆ ຂອງພັກ ຕະຫລອດໄລຍະ 5 ປີຜ່ານມາ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນຳ-ນຳພາ ຂອງບັນດາສະມາຊິກພັກ ໃນການປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ ແລະ ຍາດໄດ້ຜົນສຳເລັດໃນຫຼາຍດ້ານ. ພ້ອມກັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ຊີ້ນໍາ ໃຫ້ສືບຕໍ່ເສີມຂະຫຍາຍດ້ານດີ ທີ່ຕັ້ງໜ້າ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນແຕ່ລະດ້ານ ແລະ ຮຽກຮ້ອງໃຫ້ຄະນະບໍລິຫານພັກຊຸດໃໝ່  ສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ ໃຫ້ເຂົ້າສູ່ລວງເລິກ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຈະຕ້ອງໄດ້ສູ້ຊົນ ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານພົວພັນຕ່າງປະເທດຂອງພັກ ໂດຍຢຶດໝັ້ນແນວທາງການຕ່າງປະເທດຂອງພັກ ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ວາງອອກ ໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.

ກອງປະຊຸມໃຫຍ່ ຄັ້ງນີ້ ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຊີ້ນໍາ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຊຶ່ງໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ແລະ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາມະຕິ, ຄໍາສັ່ງຕ່າງໆ ຂອງພັກ ຕະຫລອດໄລຍະ 5 ປີຜ່ານມາ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນຳ-ນຳພາ ຂອງບັນດາສະມາຊິກພັກ ໃນການປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ ແລະ ຍາດໄດ້ຜົນສຳເລັດໃນຫຼາຍດ້ານ. ພ້ອມກັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ຊີ້ນໍາ ໃຫ້ສືບຕໍ່ເສີມຂະຫຍາຍດ້ານດີ ທີ່ຕັ້ງໜ້າ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນແຕ່ລະດ້ານ ແລະ ຮຽກຮ້ອງໃຫ້ຄະນະບໍລິຫານພັກຊຸດໃໝ່  ສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ ໃຫ້ເຂົ້າສູ່ລວງເລິກ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຈະຕ້ອງໄດ້ສູ້ຊົນ ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານພົວພັນຕ່າງປະເທດຂອງພັກ ໂດຍຍຶດໝັ້ນແນວທາງການຕ່າງປະເທດຂອງພັກ ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ວາງອອກ ໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.