ກອງ​ປະ​ຊຸມ​ສຳ​ມະ​ນາ​ເປີດກວ້າງ ເພື່ອ​ລະ​ດົມ​ຄວາມ​ຄິດ​ເຫັນ​ຕໍ່​ຮ່າງ​ບົດ​ຄົ້ນ​ຄວ້າ ຫົວ​ຂໍ້: “ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ຢູ່ແຂວງພາກໃຕ້.

ກອງ​ປະ​ຊຸມ​ສຳ​ມະ​ນາ​ເປີດກວ້າງ ເພື່ອ​ລະ​ດົມ​ຄວາມ​ຄິດ​ເຫັນ​ຕໍ່​ຮ່າງ​ບົດ​ຄົ້ນ​ຄວ້າ

ຫົວ​ຂໍ້: “ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ຢູ່ແຂວງພາກໃຕ້.

          ໃນວັນທີ 10 ພຶດສະພາ 2022; ສະພາທິດສະດີສູນກາງພັກ ຮ່ວມກັບ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສໍາມະນາເປີດກວ້າງ ​ເພື່ອ​ລະດົມຄວາມຄິດເຫັນປະກອບໃສ່ຮ່າງຄົ້ນຄວ້າ ໃນຫົວຂໍ້: “ການຄົ້ນຄວ້າທິດສະດີ ແລະສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງຈຳປາສັກ ໂດຍການເປັນປະທານຮ່ວມ ຂອງສະຫາຍ ປອ ກິແກ້ວ ຈັນທະບູຣີ ຮອງເລຂາ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ຄະນະປະຈຳ ສທພ, ຫົວໜ້າຄະນະເລຂາທິການວິທະຍາສາດ ສະພາທິດສະດີສູນກາງພັກ ແລະ ສະຫາຍ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ, ເຂົ້າຮ່ວມມີບັນດາການນຳ 4 ແຂວງພາກໃຕ້, ມີແຂວງສະຫວັນນະເຂດ, ເຈົ້າເມືອງ, ເຈົ້ານະຄອນ, ພະແນກການຕ່າງໆອ້ອມຂ້າງແຂວງຈຳປາສັກ ແລະ ກອງ​ເລ​ຂາຊ່ວຍວຽກດ້ານເນື້ອໃນ​.

ໃນພິທີ ສະຫາຍ ປອ ກິແກ້ວ ຈັນທະບູຣີ ຮອງເລຂາ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ຄະນະປະຈຳ ສທພ, ຫົວໜ້າຄະນະເລຂາທິການວິທະຍາສາດ ສະພາທິດສະດີສູນກາງພັກໄດ້ໃຫ້ກຽດກ່າວເປີດກອງປະຊຸມເຊິ່ງທ່ານໄດ້ກ່າວວ່າກອງປະຊຸມຄັ້ງນີ້ມີຄວາມໝາຍຄວາມສຳຄັນຫຼາຍ ເພາະວ່າເປັນຄົ້ນຄວ້າປະກອບສ່ວນຄຳຄິດຄຳເຫັນທາງທິດສະດີ ແລະ ສະຫຼຸບພຶດຕິກຳໃນການປັບປຸງ ແລະ ກໍ່ສ້າງພັກເຮົາໃຫ້ເຂັ້ມແຂງທາງດ້ານສະຕິປັນຍາ ແລະ ຄວາມສາມາດນຳພາໃນທົ່ວສັງຄົມກໍ່ຄື ຄຸນຜົນປະໂຫຍດຂອງການຄົ້ນຄວ້າຫົວຂໍ້ດັ່ງກ່າວ ແມ່ນເພື່ອສ້າງເປັນບ່ອນອີງທາງດ້ານທິດສະດີວິທະຍາສາດ ແລະ ພຶດຕິກຳໃຫ້ແກ່ການກຳນົດທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກເຮົາໃນເງື່ອນໄຂໃໝ່ ແລະ ເປັນພື້ນຖານໃຫ້ແກ່ການຮ່າງໂຄງການການເມືອງຂອງພັກເຮົາ ແຕ່ນີ້ຮອດປີ 2050 ເຊິ່ງຄາດວ່າຈະນຳສະເໜີຮັບຮອງເອົາໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃນຕໍໜ້າ.

ຫຼັງຈາກນັ້ນ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ  ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສມປຊ, ຮອງຫົວໜ້າຄະນະເລຂາທິການວິທະຍາສາດ ສະພາທິດສະດີສູນກາງພັກ ໄດ້ລາຍງານ​ໂດຍສັງເຂບກ່ຽວ​ກັບ​ເນື້ອ​ໃນ​ບົດ​ຄົ້ນ​ຄວ້າ​ທິດ​ສະ​ດີ ແລະ​ ສະ​ຫຼຸບ​ພຶດ​ຕິ​ກຳ​ໃຫ້​ແກ່​ການ​ສ້າງ​ປະ​ຖົມ​ປັດ​ໄຈ ເພື່ອ​ກ້າວ​ເດີນ​ສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ (ສະ​ບັບ​ຫຍໍ້) ຕໍ່ກອງປະຊຸມ ໂດຍ​ຍົກ​ໃຫ້​ເຫັນພື້ນ​ຖານ​ທິດ​ສະ​ດີ ແລະ​ພຶດ​ຕິ​ກຳ​ກ່ຽວ​ກັບ​ການ​ສ້າງ​ບັນ​ດາ​ປັດ​ໄຈ​ເພື່ອ​ກ້າວ​ເດີນ​ສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ​; ຂະ​ບວນ​ວິ​ວັດ​ແຫ່ງ​ການ​ກຳ​ເນີດ ແລະ​ສ້າງ​ບັນ​ດາ​ປັດ​ໄຈ ເພື່ອ​ກ້າວ​ເດີນ​ສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ; ການ​ສືບ​ຕໍ່​ສ້າງ​ປັດ​ໄຈ​ໃຫ້​ແກ່​ການ​ກ້າວ​ເດີນ​ສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ ຢູ່​ປະ​ເທດ​ເຮົາ.

ພ້ອມ​ດຽວ​ກັນ​ນັ້ນ, ປະທານກອງປະຊຸມໄດ້ມີຄໍາຖາມເຈາະຈີ້ມໃນບາງບັນຫາທີ່ຍັງບໍ່ທັນຈະ​ແຈ້ງ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຕໍ່ຫົວຂໍ້ຄົ້ນຄວ້າດັ່ງກ່າວ, ພ້ອມທັງໄດ້ຊີ້ນຳການປະກອບຄຳເຫັນໃຫ້ມີລັກສະນະວິທະຍາສາດ ເພື່ອຮັບໃຊ້ໃຫ້ແກ່ການປັບປຸງເນື້ອໃນບົດຄົ້ນຄວ້າໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ.

ນອກຈາກນີ້ບັນດາການນຳແຂວງທີ່ເຂົ້າຮ່ວມຍັງໄດ້ຂື້ນລາຍງານຜົນການຈັດສຳມະນາຢູ່ພາຍໃນບັນດາແຂວງພາກໃຕ້ນຳອີກ.

ໃນໂອກາດນີ້, ສະຫາຍ ປອ ກິແກ້ວ ຈັນທະບູຣີ ຮອງເລຂາ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ຄະນະປະຈຳ ສທພ, ຫົວໜ້າຄະນະເລຂາທິການວິທະຍາສາດ ສະພາທິດສະດີສູນກາງພັກໄດ້ຕີລາຄາສູງຕໍ່ຄະນະຮັບ​ຜິດ​ຊອບ​ການ​ຄົ້ນ​ຄວ້າ​ໃນ​ຂົງ​ເຂດ​ຕ່າງໆ​ ທີ່​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນ​ຄວ້າ-ຂຽນ​ຮ່າງ​ສະ​ບັບ​ເບື້ອງ​ຕົ້ນ ກໍ​ຄື​ບັນ​ດາ​ການນຳຂອງ 4 ແຂວງພາກໃຕ້ ແລະ ພາກສ່ວນ​ທີ່ກ່ຽວ​ຂ້ອງ​ທີ່​ໄດ້​ສຸມ​ສະ​ຕິ​ປັນ​ຍາເຂົ້າ​ໃນ​ການ​ຄົ້ນ​ຄວ້າ; ຊົມ​ເຊີຍກອງ​ເລ​ຂາ​ດ້ານ​ເນື້ອ​ໃນທີ່ເປັນເຈົ້າການສັງ​ລວມ​, ປັບ​ປຸງເນື້ອ​ໃນ, ​ສ້າງ​ເປັນ​ສະ​ບັບຮ່າງ ແລະ​ ສັ​ງ​ລວມສະ​ບັບ​ສັງ​ລວມ​ຫຍໍ້​ທີ່​ມີ​ເນື້ອ​ໃນ​ຈະ​ແຈ້ງ​ຂຶ້ນ​ຕື່ມ.

ໃນ​ຕອນ​ທ້າຍ ຂອງກອງ​ປະ​ຊຸມ​ປະ​ທານກອງ​ປະ​ຊຸມໄດ້ໃຫ້ທິດຊີ້ນໍາໃນການສືບ​ຕໍ່​ນຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ ຂອງກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ເພື່ອ​ໃຫ້​ຄະ​ນະ​ຮັບ​ຜິດ​ຊອບ​ດ້ານ​ເນື້ອ​ໃນ​ສຸມ​ໃສ່ປັບປຸງຮ່າງເນື້ອໃນບົດຄົ້ນຄວ້າ ແລະ ​ນຳ​ເອົາ​​ເນື້ອ​ໃນຈິດໃຈຄວາມຄິດຄວາມເຫັນຂອງກອງປະຊຸມໃນຄັ້ງນີ້ ​ເພື່ອ​ນຳໄປ​ປັບ​ປຸງ​ບັນດາຂໍ້​ມູນ​ຕ່າງໆ​ໃຫ້​ມີ​ວິ​ທະ​ຍາ​ສາດ, ສອດ​ຄ່ອງ​ກັບ​ຕົວ​ຈິງ ແລະ​ ນຳ​ໄປ​ສະ​ເໜີ​ໃນ​ກອງ​ປະ​ຊຸມ​ສູນ​ກາງຄັ້ງຕໍ່ໄປ.