ຄະນະໂຄສະນາອົບຮົມສູນກາງພັກ ປະກາດການຈັດຕັ້ງ ແລະ ສະຫຼຸບຕີລາຄາຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ.

ຄະນະໂຄສະນາອົບຮົມສູນກາງພັກ ປະກາດການຈັດຕັ້ງ ແລະ ສະຫຼຸບຕີລາຄາຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ.

    ໃນຕອນເຊົ້າ​ວັນ​ທີ 02 ພະຈິກ 2022 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີ​ ປະກາດການຈັດຕັ້ງ ແລະ ສະຫຼຸບຕີລາຄາຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ໃຫ້​ກຽດ​ເປັນປະທານໂດຍ ​ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ​ມີ​ບັນດາຄະນະ​ພັກ ຄອສພ, ຄະນະຈັດຕັ້ງສູນກາງພັກ, ຫ້ອງການສະພາທິດດີ, ໜັງສືພິມປະຊາຊົນ, ຄະນະກົມ ແລະ ພະ​ນັກ​ງານ-ລັດຖະກອນ ທັງໝົດຂອງຄະນະໂຄສະນາອົບຮົມສູນກາງພັກ ​ເຂົ້າ​ຮ່ວມຢ່າງພ້ອມພຽງ.

    ໃນພິທີໄດ້ປະກາດການປັບປຸງກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມສູນກາງພັກ ອີງຕາມມະຕິຕົກລົງ ສະບັບເລກທີ 20/ກມສພ, ລົງວັນທີ 13/10/2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມສູນກາງພັກ ໂຄງປະກອບກົງຈັກການຈັດຕັ້ງເຊິ່ງປະກອບມີ: 9 ກົມຄື:

  1. ຫ້ອງການ
  2. ກົມຈັດຕັ້ງ-ພະນັກງານ
  3. ກົມກວດກາ
  4. ກົມໂຄສະນາ
  5. ກົມອົບຮົມ
  6. ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ
  7. ວາລະສານອະລຸນໃໝ່
  8. ໜັງສືພິມປະຊາຊົນ
  9. ຫ້ອງການສະພາທິດສະດີສູນກາງພັກ

    ຈາກນັ້ນຫົວໜ້າກົມຈັດຕັ້ງພະນັກງານ ຈາກຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຂັ້ນເທິງ ວ່າດ້ວຍການອະນຸມັດໃຫ້ພະນັກງານພັກການຮັບອຸດໝູນບໍານານຈຳນວນ 6 ທ່ານ ແລະ ແຕ່ງຕັ້ງຕຳແໜ່ງບໍລິຫານທົດແທນເຊິ່ງລາຍລະອຽດດັ່ງນີ້: ແຕ່ງຕັ້ງ ທ່ານ ວັນໄຊ ຕະວິນຍານ ຫົວໜ້າບັນທິການໜັງສືພິມປະຊາຊົນສຽງຂອງສູນກາງພັກ ເປັນ ກຳມະການຄະນະພັກ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ; ແຕ່ງຕັ້ງບົ່ງຕົວ ທ່ານ ນ. ພວງມາລີ ອັກຄະມຸນຕີ ເປັນກຳມະການຄະນະພັກ, ເປັນຫົວໜ້າກົມກວດກາ, ແຕ່ງຕັ້ງ ທ່ານ ໂພເມກ ວິໄລສັກ ເປັນຫົວໜ້າກົມໂຄສະນາ, ແຕ່ງຕັ້ງ ທ່ານ ຄຳກອງ ທຳມະເທວາ ເປັນຫົວໜ້າກົມອົບຮົມ ແລະ ແຕ່ງຕັ້ງ ທ່ານ ປອ ວັນລາຕີ ຄຳວານວົງສາ ເປັນວ່າການຫົວໜ້າ ບ.ກ ວາລະສານອະລຸນໃໝ່.

    ຫຼັງຈາກນັ້ນ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂື້ນຜ່ານບົດສະຫຼຸບຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ ໄລຍະ 5 ປີຜ່ານມາ 2016-2020 ແລະ ທິດທາງແຜນການຮອດປີ 2025.

    ຫຼັງຈາກນັ້ນ ໄດ້ມີພິທີມອບຫຼຽນແຮງງານ ຊັ້ນ I, ຊັ້ນ II, ຊັ້ນ III ;​ ຫຼຽນກາແຮງງານ; ໃບຍ້ອງຍໍລັດຖະບານ  ແລະ ໃບຍ້ອງຍໍ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ແກ່ພະນັກງານ-ລັດຖະກອນ ຜູ້ທີ່ມີຜົນງານດີເດັ່ນໃນຕະຫຼອດໄລຍະ 5 ປີຜ່ານມາ(2016-2020).

    ຫຼັງຈາກນັ້ນ ໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ ພ້ອມທັງເປີດບັ້ນແຂ່ງຂັນຍ້ອງຍໍ ຮັກຊາດ ແລະ ພັດທະນາຮອດປີ2025 ໂດຍຕາງໜ້າກົມ 9 ກົມຂຶ້ນຈັບມືກັນເພື່ອເປີດບັ້ນແຂ່ງຂັນກັນ.

    ໃນໂອກາດດັ່ງກ່າວ, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງກ່ອນອຶ່ນສະຫາຍ ໄດ້ຍ້ອງຍໍຊົມເຊີຍຜົນງານໃນໄລຍະຜ່ານມາ ແລະ ເນັ້ນໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ ຈົ່ງກຳແໜ້ນພາລະບົດບາດ-ໜ້າທີ່ຂອງຕົນ, ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ເຂັ້ມງວດຕໍ່ລະບຽບວິໄນ, ມີຄວາມເປັນແບບຢ່າງນຳໜ້າ, ສ້າງຄວາມເປັນເອກະພາບສູງພາຍໃນໝູ່ຄະນະ, ຮັກສາຄຸນທາດການເມືອງພະນັກງານທີ່ເຮັດວຽກທາງດ້ານແນວຄິດການເມືອງ ແລະ ມີວິໄສທັດພັດທະນາວຽກງານໂຄສະນາອົບຮົມຢ່າງບໍ່ຢຸດຢັ້ງ; ເຮັດລ້ອນໜ້າທີ່ເປັນເສນາທິການໃຫ້ແກ່ກົມການເມືອງ, ຄະນະເລຂາທິການສູນກາງພັກ ທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດໃໝ່.

ທິດທາງວຽກງານໃນຕໍ່ໜ້າຕ້ອງສຸມໃສ່ດັ່ງນີ້:

  1. ສຸມໃສ່ກະກຽມ ກອງປະຊຸມວຽກງານການເມືອງ-ແນວຄິດ ທີ່ຈະໄຂຂື້ນໃນທ້າຍເດືອນ 11/2022.
  2. ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫ່ຍຂອງອົງຄະນະພັກ ຄະນະໂຄສະນາອົບຮົມ ຄັ້ງທີ V ແລະ ແຜນພັດທະນາວຽກງານໂຄສະນາອົບຮົມ ໃຫ້ເປັນແຜນການ, ໂຄງການລະອຽດ;
  3. ໃຫ້ແຕ່ລະກົມ ໃຫ້ເອົາການປັບປຸງກົງຈັກການຈັດຕັ້ງໄປຫັນເປັນອັນລະອຽດຂອງກົມຕົນ ໂດຍຫັນມະຕິ ຂອງກົມການເມືອງ ເລກທີ 20 ໄປຜັນຂະຫຍາຍເປັນຂໍ້ກໍານົດ ເປັນລະບຽບຂອງກົມ​ ໃຫ້ສອດຄ່ອງກັບຄວາມເປັນຈິງເພື່ອຈັດວາງຊັບຊ້ອນບຸກຄະລາກອນໄປຕາມຄວາມຮູ້, ຄວາມສາມາດຂອງພະນັກງານເຮົາ.
  4. ຄະນະກົມທີ່ສັບປ່ຽນໃໝ່ ໃຫ້ມອບວຽກ-ມອບງານກັນ.
  5. ເນື້ອໃນຂໍ້ແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາແມ່ນໃຫ້ແຕ່ລະກົມໄປຫັນເປັນອັນລະອຽດ.
  6. ວຽກງານກໍ່ສ້າງພັກ-ພະນັກງານ ຕໍ່ໄປຈະໄດ້ຈັດຝຶກອົບຮົມທາງດ້ານທິດສະດີ ແລະ ວຽກງານວິຊາສະເພາະ ໃຫ້ພະນັກງານ-ລັດຖະກອນ ມອບໃຫ້ກົມຈັດຕັ້ງ-ພະນັກງານ ເປັນເຈົ້າການຂື້ນແຜນລະອຽດ.
  7. ກົມໂຄສະນາໃຫ້ກະກຽມ ເອກະສານປາຖະກະຖາ ວັນບຸນ, ວັນສໍາຄັນຂອງຊາດ.ຂອງພັກ
  8. ຫ້ອງການສະພາທິດສະດີໃຫ້ກະກຽມການຈັດສໍາມະນາໃນຫົວຂໍ້ຕ່າງໆ.