ສະຫຼຸບຕີລາຄາຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ

ຄະນະໂຄສະນາອົບຮົມສູນກາງພັກ ປະກາດການຈັດຕັ້ງ ແລະ ສະຫຼຸບຕີລາຄາຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ.

ຄະນະໂຄສະນາອົບຮົມສູນກາງພັກ ປະກາດການຈັດຕັ້ງ ແລະ ສະຫຼຸບຕີລາຄາຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ.     ໃນຕອນເຊົ້າ​ວັນ​ທີ 02 ພະຈິກ 2022 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີ​ ປະກາດການຈັດຕັ້ງ ແລະ ສະຫຼຸບຕີລາຄາຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ໃຫ້​ກຽດ​ເປັນປະທານໂດຍ ​ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ​ມີ​ບັນດາຄະນະ​ພັກ ຄອສພ, ຄະນະຈັດຕັ້ງສູນກາງພັກ, ຫ້ອງການສະພາທິດດີ, ໜັງສືພິມປະຊາຊົນ, ຄະນະກົມ ແລະ ພະ​ນັກ​ງານ-ລັດຖະກອນ ທັງໝົດຂອງຄະນະໂຄສະນາອົບຮົມສູນກາງພັກ ​ເຂົ້າ​ຮ່ວມຢ່າງພ້ອມພຽງ.