ກອງປະຊຸມສຳມະນາຫົວຂໍ້ລະດັບຊາດ “ ການກໍ່ສ້າງພັກປະຊາຊົນ ປະຕິວັດລາວ ໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສປປ ລາວ ” ຢູ່  6 ແຂວງພາກເໜືອ

ກອງປະຊຸມສຳມະນາຫົວຂໍ້ລະດັບຊາດ ການກໍ່ສ້າງພັກປະຊາຊົນ ປະຕິວັດລາວ ໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສປປ ລາວ ຢູ່  6 ແຂວງພາກເໜືອ

ໃນວັນທີ 11 ມັງກອນ 2023 ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງອຸດົມໄຊ ໄດ້ຈັດກອງປະຊຸມສຳມະນາຫົວຂໍ້ລະດັບຊາດ “  ການກໍ່ສ້າງພັກປະຊາຊົນ ປະຕິວັດລາວໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສປປ ລາວ ” ຢູ່  6 ແຂວງພາກເໜືອ ພາຍໃຕ້ການເປັນປະທານ ສະຫາຍ ສົມສະຫວາດ ເລັ່ງສະຫວາດ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ທີ່ປຶກສາສະພາທິດສະດີສູນກາງພັກມີ: ສະຫາຍ ສອນທະນູ ທຳມະວົງ ກໍາມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງ, ສະຫາຍ ບຸນຄົງ ຫຼ້າຈຽມພອນ, ກໍາມະການສໍາຮອງສູນກາງພັກ, ເຈົ້າແຂວງ ແຂວງອຸດົມໄຊ, ທ່ານ ຫຽມ ພົມມະຈັນ ອະດີດລັດຖະມົນຕີກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ, ຫົວໜ້າ​ກໍາມາທິການ​ການ​ເມືອງ ​ແລະ ຄວາມ​ໝັ້ນຄົງສະພາ​ທິດ​ສະ​ດີ​ສູນ​ກາງ​ພັກ ແລະ ບັນດາທ່ານຜູ້ແທນຈາກ 6 ແຂວງພາກເໜືອເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ  ສະຫາຍ ບຸນຄົງ ຫຼ້າຈຽມພອນ, ກໍາມະການສໍາຮອງສູນກາງພັກ, ເຈົ້າແຂວງ ແຂວງອຸດົມໄຊ ໄດ້ຂຶ້ນກ່າວລາຍງານສະພາບຂອງແຂວງໂດຍຫຍໍ້ ໃນຖານະເປັນແຂວງເຈົ້າພາບຈັດກອງປະຊຸມໃນຄັ້ງນີ້. ຫຼັງຈາກນັ້ນ ສະຫາຍ ປອ ບົວຈັນ ເພັງສະຫວັດ ອະດີດສະມາຊິກສະພາທິດສະດີສູນກາງພັກ, ຫົວໜ້າໂຄງການ ການກໍ່ສ້າງພັກປະຊາຊົນ ປະຕິວັດລາວໃນເງື່ອນໄຂພັກດຽວກຳອຳນາດ ຢູ່ ສປປ ລາວ ໄດ້ສະເໜີເນື້ອໃນສໍາຄັນຂອງການຄົ້ນຄວ້າດັ່ງກ່າວ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການສຸມໃສ່ຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ແຫ່ງການກໍ່ສ້າງພັກປະຊາຊົນ ປະຕິວັດລາວໃນເງື່ອນໄຂພັກດຽວກຳອຳນາດຢູ່ປະເທດເຮົາ ທັງນີ້ກໍເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ໃນຂົງເຂດການກໍ່ສ້າງພັກ, ແນໃສ່ສ້າງຄວາມເຂົ້າໃຈ, ເປັນເອກະພາບ ແລະ ສາມາດຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ;

ຈາກນັ້ນ ສະຫາຍ ສົມສະຫວາດ ເລັ່ງສະຫວາດ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ທີ່ປຶກສາສະພາທິດສະດີສູນກາງພັກ ໄດ້ມີຄຳເຫັນໂອ້ລົມຕໍ່ກ້ອງປະຊຸມໂດຍສະເພາະແມ່ນເນັ້ນໜັກບັນດາສະຫາຍໃຫ້ລະດົມຄວາມຄິດຄວາມເຫັນຢ່າງຈິງອົກຈິງໃຈກົງໄປກົງມາ ເພື່ອປະກອບສ່ວນປັບປຸງບົດຄົ້ນຄ້ວາໃຫ້ຄົບຖ້ວນສົມບູນຕື່ມ, ປະກອບຄວາມເຫັນໂດຍສຸມໃສ່ບັນຫາຂອງພັກເຮົາ ຕາມຍຸດທະສາດສ້າງພັກເຮົາໃຫ້ກາຍເປັນພັກທີ່ເຂັ້ມແຂງຂອງຊົນຊັ້ນກໍາມະກອນ  ແລະ ຊາວຜູ້ອອກແຮງງານ ເພື່ອໃຫ້ມີຄວາມສາມາດພຽງພໍໃນການນໍາພາການປະຕິວັດລາວໃຫ້ໄປເຖິງໄຊຊະນະ ທີ່ປະທານ ໄກສອນ ພົມວິຫານ ໄດ້ເປັນຜູ້ສ້າງພື້ນຖານ ນັບແຕ່ກອງປະຊຸມໃຫຍ່ສ້າງຕັ້ງພັກ ເປັນຕົ້ນມາ ພ້ອມກັນນັ້ນ ກໍ່ເປັນການສ້າງຄວາມເປັນເອກະພາບໃນດ້ານຄວາມຮັບຮູ້ກ່ຽວກັບທິດສະດີ ແລະ ພຶດຕິກໍາ, ຜົນສໍາ ເລັດ, ບັນຫາທີ່ຕັ້ງຂຶ້ນ ແລະ ວິທີການແກ້ໄຂສໍາລັບວຽກງານກໍ່ສ້າງພັກເຮົາໃນສະພາບການໃໝ່.

ກອງປະຊຸມ ກໍຄື ຜູ້ເຂົ້າຮ່ວມ ໄດ້ພ້ອມກັນຕັ້ງຄໍາຖາມເຈາະຈີ້ມ ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອເປັນຂໍ້ມູນໃຫ້ແກ່ການປັບປຸງ ແລະ ກຳນົດແນວທາງຂອງພັກ ໃນການກໍ່ສ້າງພັກປະຊາຊົນ ປະຕິວັດລາວໃນເງື່ອນໄຂພັກດຽວກຳອຳນາດຢູ່ປະເທດເຮົາ ໃຫ້ມີປະສິດທິພາບກວ່າເກົ່າ.