ກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2022 ແລະ ແຜນ ການປະຈໍາປີ 2023 ຂອງຄະນະໂຄສະນາອົບຮົມສູນກາງພັກ.


ກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2022 ແລະ ແຜນການປະຈໍາປີ 2023 ຂອງຄະນະໂຄສະນາອົບຮົມສູນກາງພັກ.
ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2022 ແລະ ແຜນການປະຈໍາປີ 2023 ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຫຼັກ6 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ປະທານກວດກາ ຄອສພ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມມີ: ຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ ທ່ານ ອານົງສັກ ອິນທະວົງ ຄະນະພັກ ຮອງປະທານກວດກາຄະນະພັກ ຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານບົດແນະນໍາ ສະບັບເລກທີ 192/ຄກສພ, ລົງວັນທີ 26 ມິຖຸນາ 2017 ການປັບປຸງການຈັດຕັ້ງຄະນະກວດກາພັກ, ອົງການກວດກາລັດ ກະຊວງ-ອົງການ ແລະ ທ້ອງຖິ່ນ( ສະບັບປັບປຸງ); ບົດແນະນໍາ ສະບັບເລກທີ 194/ ຄກສພ, ລົງວັນທີ 08 ກໍລະກົດ 2021 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ກ່ຽວກັບວຽກງານຕິດຕາມກວດກາຂອງພັກ, ຄະນະກວດກາພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ; ຂໍ້ຕົກລົງ ສະບັບເລກທີ 253/ຄອສພ, ລົງວັນທີ 29/10/2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມກວດກາ.

ຫຼັງຈາກນັ້ນ ທ່ານ ນ. ພວງມະລີ ອັກຄະມູນຕີ ຄະນະພັກ ຮອງປະທານກວດກາ ຄອສພ ຫົວໜ້າກົມກວດກາ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາແຕ່ປີ 2016 ເຖິງປັດຈຸບັນ ແລະ ບາງເນື້ອໃນຕົ້ນຕໍສໍາລັບການເຄື່ອນໄຫວ ແຕ່ນີ້ເຖິງປີ 2026 ແລະ ບົດສະຫຼຸບຕີລາຄາວຽກງານກວດກາຂອງຄະນະກວດກາສູນກາງພັກ ປະຈໍາປີ 2022.

ທ່ານ ສະຫວ່າງ ດາລາແສນ ຮອງປະທານກວດກາຄະນະພັກ ຮອງຫົວໜ້າກົມກວດກາ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ຄອສພ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023.

ໃນໂອກາດດັ່ງກ່າວ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ປະທານກວດກາ ຄອສພ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດປາ ຖະກະຖາລະນຶກວັນສ້າງຕັ້ງອົງການກວດກາພັກ-ລັດ ສປປລາວ ຄົບຮອບ 41 ປີ ເຊິ່ງທ່ານຍົກໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງອົງການກວດກາ  ພັກ-ລັດ, ຜົນງານທີ່ພົ້ນເດັ່ນໃນແຕ່ລະໄລຍະ ແລະ ດ້ານອ່ອນ ຂໍ້ຄົງຄ້າງ ບົດຮຽນທີ່ທອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ຫນ້າຂອງອົງການກວດກາ    ພັກ-ລັດ ສປປ ລາວ ພ້ອມນັ້ນທ່ານໄດ້ເຜີຍແຜ່ບົດໂອ້ລົມຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດ ກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະ ເທດ ປະຈໍາປີ 2022; ເພື່ອເຮັດໃຫ້ບົດໂອ້ລົມດັ່ງກ່າວມີຄວາມຫມາຍ ສໍາຄັນໃນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ເປັນທິດໃນການສືບຕໍ່ປະຕິບັດວຽກງານຕິດຕາມ-ກວດກາ ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ໃນປີ 2023 ຊຶ່ງເປັນປີກາງສະໄຫມຂອງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIຂອງພັກ ແລະ ແຜນ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີIXເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ IV ແລະ 2 ວາລະແຫ່ງຊາດ ທ່ານ ໄດ້ເນັ້ນຫນັກບາງບັນຫາຄື: ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ຜັນຂະຫຍາຍເນື້ອໃນຈິດໃຈຂອງ ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ IV ຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ທີ່ຄະນະເລຂາທິການສູນກາງພັກເປັນຜູ້ຊີ້ນໍາໂດຍກົງ, ສະນັ້ນ ຄະນະພັກ ແລະ ຜູ້ນຳພາຄຸ້ມຄອງແຕ່ ລະຂັ້ນຕ້ອງກຳແໜ້ນ, ເລັ່ງທວງອັນຮີບດ່ວນ ແລະ ເພີ່ມທະວີການຕິດຕາມ, ກວດກາ ໃນສະພາບການໃໝ່, ການເຄື່ອນໄຫວຕິດຕາມກວດກາ ແລະ ແກ້ໄຂຜົນຂອງການກວດກາມາດຕະການ ໃນທາງປະຕິບັດຕົວຈິງທີ່ສຳຄັນທີ່ສຸດເປັນປັດໃຈຄໍ້າປະກັນໂດຍກົງ ຕໍ່ການສ້າງການຫັນປ່ຽນແບບບຸກທະລຸໃນການກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສ້າງລະບົບການເມືອງໃຫ້ເຂັ້ມແຂງມີປະສິດທິພາບ ແລະ ປະສິດທິຜົນ; ຍົກລະດັບວຽກງານກວດກາ, ການສ້າງຄວາມເຂົ້າໃຈໃນການປະຕິບັດໜ້າທີ່ແນ່ໃສ່ສ້າງການຫັນປ່ຽນແຂງແຮງເລິກເຊິ່ງຮອບດ້ານຕິດພັນກັບການແກ້ໄຂບັນຫາວິກິດ ກໍຄື ຄວາມຮັບຜິດຊອບຕົວຈິງຂອງຄະນະພັກແຕ່ລະຂັ້ນ, ໃຫ້ເບິ່ງເປັນມາດຕະການຕົວຈິງ ແລະ ເປັນປັດໄຈຄໍ້າປະກັນໂດຍກົງ; ການເຄື່ອນໄຫວກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດໃນສະພາບປັດຈຸບັນ ຕ້ອງຕິດພັນໂດຍກົງ ກັບການຕີຖອຍການສະກັດກັ້ນການສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວທີ່ບໍ່ຖືກ ຕ້ອງຂອງພະນັກງານ-ສະມາຊິກພັກ ແລະ ເຈົ້າຫນ້າທີ່ລັດແຕ່ລະຂັ້ນ ສະນັ້ນ, ຄະນະພັກຕ້ອງເຂັ້ມງວດໃນການປະຕິບັດລະບຽບວິໄນເອກະພາບໃນການຕັດສິນໃຈ, ເອກະພາບຢູ່ໃນຄວາມຮັບຜິດຊອບ; ເບິ່ງຄືນການປັບປຸງພາລະບົດບາດວຽກງານກວດກາ ວ່າອັນໃດພາລະບົດບາດກວດກາພັກ, ອັນໃດພາລະບົດບາດກວດກາລັດ, ອັນໃດແມ່ນພາລະບົດບາດ ແລະ ຄວາມຮັບຜິດ ຊອບຂອງຄະນະພັກ; ລະຫວ່າງຄະນະພັກກັບຄະນະກວດກາ ຕ້ອງໄດ້ຊີ້ນຳ ແລະ ປະສານງານຢ່າງກົມກ້ຽວ, ຍົກລະດັບຄວາມຮູ້ຄວາມສາດມາດດ້ານວຽກງານກວດກາໃຫ້ຜູ້ທີ່ເຮັດວຽກງານກວດກາໃຫ້ສູງຂຶ້ນກວ່າເກົ່າ ເພື່ອຮັບປະກັນປະສິດພາບ ແລະ ປະສິດທິຜົນ.

ໃນຕອນທ້າຍ ພິທີ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານກວດກາໃນໄລຍະຜ່ານມາ ແລະ ຕີລາຄາສູງຕໍ່ບົດສະຫລຸບວຽກ ງານກວດກາ ປະຈໍາປີ 2022 ແລະ ທິດທາງແຜນການວຽກງານປີ 2023; ພ້ອມນັ້ນ ທ່ານໄດ້ເນັ້ນຫນັກໃຫ້ສະມາຊິກພັກ-ພະນັກງານທຸກສະຫາຍ ນໍາເອົາບັນດາເນື້ອໃນຈິດໃຈຂອງເອກະສານທີ່ເຜີຍແຜ່ໄປນັ້ນໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານຂອງຕົນໃຫ້ມີປະສິດທິພາບສູງ, ຍົກສູງບົດບາດການຊີ້ນໍາ-ນໍາພາຂອງວຽກງານກວດກາໃຫ້ຫນັກແຫນ້ນທົ່ວເຖີງ ແລະ ແທດເໝາະກັບສະພາບຕົວຈິງ ຄຽງຄູ່ກັນນັ້ນກໍຕ້ອງກວດກາແກ້ໄຂຢ່າງຮີບດ່ວນ ທັນການ, ເພີ່ມທະວີການຊີ້ນໍາ-ນໍາພາວຽກງານການເມືອງແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ເອົາໃຈໃສ່ປະຕິບັດໜ້າ ທີ່ວຽກງານມີແບບແຜນວິທີເຮັດວຽກ ເຮັດສໍາເລັດຕາມການຈັດຕັ້ງມອບໝາຍ, ປັບປຸງການຈັດຕັ້ງໃຫ້ຮັດກຸ້ມ, ຮອບດ້ານຕິດພັນກັບການກໍ່ສ້າງສະມາຊິກພັກ ເພື່ອເຮັດໃຫ້ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.