ກອງປະຊຸມສະຫລຸບຕີລາຄາ ໜ່ວຍພັກ ປອດໃສ ເຂັ້ມແຂງ ຫນັກແຫນ້ນ ປະຈໍາປີ 2023 ໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.

ກອງປະຊຸມສະຫລຸບຕີລາຄາ ໜ່ວຍພັກ ປອດໃສ ເຂັ້ມແຂງ ຫນັກແຫນ້ນ ປະຈໍາປີ 2023 ໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.

ໃນວັນທີ 28 ພະຈິກ 2023 ໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສະຫລຸບຕີລາຄາ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ໂດຍການເປັນປະທານຂອງ ສະຫາຍ ວັນຕຸລາ ຣັກນຸດ ກຳມະການຄະນະພັກ ເລຂາໜ່ວຍພັກ ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ; ເຂົ້າຮ່ວມມີ: ຄະນະຮັບຜິດຊອບຈາກກົມຈັດຕັ້ງ-ພະນັກງານ ແລະ ກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ, ບັນດາ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ນາງ ໄພວັນ ວັນນະໄຊ ກຳມະການໜ່ວຍພັກ ຮອງຫົວຫນ້າກົມຈັດຕັ້ງ-ພະນັກງານ ໄດ້ກ່າວຈຸດປະສົງໃນການດໍາເນີນກອງປະຊຸມຄັ້ງນີ້ ເພື່ອຕິດຕາມ, ຊຸກຍູ້ ແລະ ດຳເນີນການລົງຄະແນນປິດລັບໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023, ຫລັງຈາກນັ້ນ ສະຫາຍ ວັນຕຸລາ ຣັກນຸດ ຄະນະປະຈໍາພັກ ເລຂາໜ່ວຍພັກ ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ຫນັກແໜ້ນ ຂອງໜ່ວຍພັກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ປະຈໍາປີ2023 , ຕີລາຄາດ້ານດີ-ດ້ານອ່ອນໃນການຊີ້ນໍາ-ນໍາພາສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແຫນ້ນ ເຊີ່ງສະແດງອອກທາງດ້ານການນໍາພາດ້ານການເມືອງ, ດ້ານແນວຄິດ, ດ້ານແບບແຜນການນໍາພາກົນໄກການປະສານງານ, ການເຄື່ອນໄຫວວຽກງານວິຊາສະເພາະໃນໄລຍະຜ່ານມາ, ສາເຫດທີ່ພາໃຫ້ມີດ້ານດີ-ດ້ານອ່ອນ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການກໍ່ສ້າງຫນ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024.