ໜ່ວຍພັກ ປອດໃສ ເຂັ້ມແຂງ ຫນັກແຫນ້ນ ປະຈໍາປີ 2023

ກອງປະຊຸມສະຫລຸບຕີລາຄາ ໜ່ວຍພັກ ປອດໃສ ເຂັ້ມແຂງ ຫນັກແຫນ້ນ ປະຈໍາປີ 2023 ໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.

ກອງປະຊຸມສະຫລຸບຕີລາຄາ ໜ່ວຍພັກ ປອດໃສ ເຂັ້ມແຂງ ຫນັກແຫນ້ນ ປະຈໍາປີ 2023 ໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ໃນວັນທີ 28 ພະຈິກ 2023 ໜ່ວຍພັກ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສະຫລຸບຕີລາຄາ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ໂດຍການເປັນປະທານຂອງ ສະຫາຍ ວັນຕຸລາ ຣັກນຸດ ກຳມະການຄະນະພັກ ເລຂາໜ່ວຍພັກ ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ; ເຂົ້າຮ່ວມມີ: ຄະນະຮັບຜິດຊອບຈາກກົມຈັດຕັ້ງ-ພະນັກງານ ແລະ ກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ, ບັນດາ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.