Month: January 2024

ກຳມະບານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ກຳມະບານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມບໍລິຈາກເລືອດຊ່ວຍເຫຼືອສັງຄົມ ໃນຕອນເຊົ້າວັນທີ 30 ມັງກອນ 2024 ເນື່ອງໃນໂອກາດ ວັນສ້າງຕັ້ງກຳມະບານລາວ ຄົບຮອບ 68 ປີ ພະນັກງານກຳມະບານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເຊິ່ງນຳພາໂດຍທ່ານ ນາງ ໄພວັນ ວັນນະໄຊ, ຮອງປະທານສະຫະພັນກຳມະບານ ຄອສພ.

ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ.

ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໄດ້ຈັດຂຶ້ນໃນວັນທີ 24 ມັງກອນ 2024 ທີ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມມີ: ສະຫາຍ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຊີ້ນຳການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ, ສະຫາຍ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫລວງວຽງຈັນ, ສະຫາຍ ບົວສອນ ບຸບຜາວັນ ອະດີດກຳມະການກົມການເມືອງສູນກາວພັກ, ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ, ສະຫາຍ ວຽງສະຫວັດ ສີພັນດອນ […]

ລະວັງ! 4 ພະຍາດອັນຕະລາຍ ທີ່ມັກລະບາດໃນລະດູ

ລະວັງ! 4 ພະຍາດອັນຕະລາຍ ທີ່ມັກລະບາດໃນລະດູ ຍາມຮ້ອນໃຜຫຼາຍໆຄົນກໍຈະຄິດຮອດການໄປຫຼິ້ນນ້ຳ ຫຼື ການອອກໄປທ່ຽວໃນສະຖານທີ່ຕ່າງໆ, ແຕ່ກໍບໍ່ຄວນລືມລະມັດລະວັງໃນເລື່ອງຂອງການເບິ່ງແຍງສຸຂະພາບ ເພາະຍາມຮ້ອນມັກຈະເປັນທີ່ມາຂອງພະຍາດຫຼາຍຢ່າງ; ຖ້າບໍ່ເບິ່ງແຍງຕົນເອງດີໆ ກໍອາດຈະຖືກພະຍາດຮ້າຍມາຄຸກຄາມກໍເປັນໄດ້. ດັ່ງນັ້ນ, ຈຶ່ງຂໍແນະນຳບາງພະຍາດທີ່ພວກເຮົາຄວນລະວັງ ທີ່ມັກຈະມາພ້ອມກັບລະດູຮ້ອນ.

ກອງປະຊຸມເຜີຍແຜ່ແນະນໍາເອກະສານການກຳນົດຕໍາແໜ່ງງານ.

ໃນວັນທີ 17 ມັງກອນ 2024, ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາເອກະ ສານກ່ຽວກັບການກຳນົດຕໍາແໜ່ງງານ ຂຶ້ນທີ່ຫ້ອງປະຊຸມ ຄອສພ (ຫຼັກ6) ໂດຍການເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ກຳມະການຄະນະພັກ ຫົວຫນ້າກົມຈັດຕັ້ງ-ພະນັກງານ, ມີຜູ້ເຂົ້າຮ່ວມ ຕາງໜ້າຄະນະກົມ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ ແລະ ວິຊາການທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.

ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຢູ່ເມືອງຊະນະສົມບູນ ແຂວງຈໍາປາສັກ

ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຢູ່ເມືອງຊະນະສົມບູນ ແຂວງຈໍາປາສັກ     ໃນຕອນເຊົ້າຂອງວັນທີ 9 ມັງກອນ 2024 ໄດ້ຈັດພິທີເປີດຊຸດອົບຮົມ ຄວາມຮູ້ພື້ນຖານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນລຽບຕາມຊາຍເເດນ ຂຶ້ນຢູ່ສະໂມສອນຫ້ອງການສຶກສາທິການ ແລະ ກິລາເມືອງຊະນະສົມບູນ ແຂວງຈໍາປາສັກ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສອນສະຫວັນ ສີວິໄລ ກໍາມະການພັກແຂວງ

1 2 3