ອົບຮົມວຽກງານ 3 ສ້າງ ແລະ ວຽກງານຊາຍແດນຢູ່ເມືອງໂພນທອງ ແຂວງຫຼວງພະບາງ

ອົບຮົມວຽກງານ 3 ສ້າງ ແລະ ວຽກງານຊາຍແດນຢູ່ເມືອງໂພນທອງ ແຂວງຫຼວງພະບາງ

ໃນວັນທີ 14-16 ພຶດສະພາ 2024 ກົມອົບຮົມ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ຄະນະໂຄສະນາອົບຮົມເມືອງໂພນທອງ ຈັດຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນ.

ຊຸດອົບຮົມໄດ້ຈັດຂຶ້ນທີ່ຫ້ອງປະຊຸມໃຫຍ່ ເມືອງໂພນທອງ ແຂວງຫຼວງພະບາງ ໂດຍໃຫ້ກຽດເປັນປະທານຮ່ວມເປີດຂອງ ທ່ານ ທອງດີ ດວງພະຈັນ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ທ່ານ ລີຈາວ ໄຊເຍ່ຍຊ່າງ ຮອງຫົວໜ້າກົມອົບຮົມ ຄອສພ ແລະ ທ່ານ ສົມຈິດ ສິງລໍຄໍາ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງຫຼວງພະບາງ ຊຶ່ງມີຜູ້ເຂົ້າຮ່ວມອົບຮົມທັງໝົດ 34 ທ່ານ, ຍິງ 8 ທ່ານ. ໃນນັ້ນ, ມາຈາກກອງບັນຊາການ ປກສ ເມືອງ 2 ທ່ານ, ກອງບັນຊາການ ປກຊ 2 ທ່ານ, ຄູ-ອາຈານສອນຢູ່ ມສ ໂພນທອງ 4 ທ່ານ; ມີເລຂາ, ຮອງເລຂາໜ່ວຍພັກບ້ານ, ນາຍບ້ານ, ຮອງນາຍບ້ານ, ແນວໂຮມບ້ານ, ປກສ ບ້ານ, ຫົວໜ້າຊາວໜຸ່ມ, ແມ່ຍິງ ຊຶ່ງມາຈາກ 3 ກຸ່ມບ້ານ (ກຸ່ມເມືອງຮືບ, ກຸ່ມນາຊ່ອນ, ກຸ່ມໂພນທອງ) ພາຍໃນເມືອງໂພນທອງ.

ການຈັດ​ອົບຮົມ​ຄັ້ງ​ນີ້ ​ແມ່ນ​ນໍາ​ໃຊ້ 2 ​ເອກະສານ​ (ເອກະສານອົບຮົມຄວາມ​ຮູ້​ພື້ນຖານ​ດ້ານ​ກາ​ນ​ເມືອງ-ການ​ປົກຄອງ ​ແລະ ການ​ສ້າງ​ບ້ານ​ພັດທະນາ​; ເອກະສານອົບຮົມປະຊາຊົນລຽບຕາມຊາຍແດນ). ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ກ່າວປິດຊຸດອົບຮົມໂດຍ ທ່ານ ບຸນຈັນ ປານຝອງເພັດ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໂພນທອງ,ໃຫ້ກຽດມອບໃບຢັ້ງຢືນໂດຍ ທ່ານ ສົມຈິດ ສິງລໍຄໍາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ.

ການອົບຮົມນີ້ ເປັນກາຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ອົງ ການປົກຄອງບ້ານ ໂດຍສະເພາະແມ່ນ ເລຂາ, ຮອງເລຂາໜ່ວຍພັກບ້ານ, ນາຍບ້ານ ແລະ ປະຊາຊົນຜູ້ທີ່ເປັນຫຼັກແຫຼ່ງ ຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຕາມຊາຍແດນ ແລະ ລະບຽບການຕ່າງໆ ເພື່ອສາມາດນໍາໄປສຶກສາອົບຮົມພໍ່ແມ່ປະຊາຊົນພາຍໃນບ້ານຂອງຕົນເອງ ໃຫ້ຮັບຮູ້ ເຂົ້າໃຈ ແລະ ປະຕິບັດຢ່າງຖືກຕ້ອງ.

ຂຽນໂດຍ: ໃຈແກ້ວ ກ້ວາງເຮືອງຊັບ