ຈີນຈັດແຂ່ງຂັນ “World Humanoid Robot Games” ເປີດສັງກາດໃໝ່ໃນໂລກຫຸ່ນຍົນຄ້າຍຄືມະນຸດ
ຢູ່ທີ່ນະຄອນຫຼວງປັກກິ່ງ – ສປ ຈີນປະສົບຄວາມສຳເລັດໃນການເປັນເຈົ້າພາບຈັດການແຂ່ງຂັນ “World Humanoid Robot Games” ຫຼື ກິລາຫຸ່ນຍົນຄ້າຍຄືມະນຸດ ຈັດຂຶ້ນໃນລະຫວ່າງວັນທີ 15-17 ສິງຫາ ທີ່ຜ່ານມາ. ການຈັດການແຂ່ງຂັນໃນຄັ້ງນີ້ລວມມີ: ການແຂ່ງຂັນບານເຕະ, ການຕີມວຍ, ການແຂ່ງແລ່ນມາລາທອນ ພ້ອມກັບກິດຈະກຳດ້ານທັກສະ ເຊັ່ນ: ການຂົນຍ້າຍວັດຖຸອປຸກອນ, ການຄັດແຍກຢາຊະນິດຕ່າງໆ ແລະ ການເຮັດຄວາມສະອາດ.
ການແຂ່ງຂັນຄັ້ງນີ້ ເປັນການສະທ້ອນໃຫ້ເຫັນຄວາມມຸ່ງຫມັ້ນຂອງສປ ຈີນໃນການສົ່ງເສີມເທັກໂນໂລຊີປັນຍາປະດິດ (AI) ແລະ ອຸດສາຫະກຳຫຸ່ນຍົນ. ໃນການຈັດການແຂ່ງຂັນຄັ້ງນີ້ມີ 16 ປະເທດ ແລະ 280 ທີມ ເຂົ້າຮ່ວມ ລະອຽດມີລາຍການດັ່ງນີ້:
ການແຂ່ງຂັນບານເຕະຫຸ່ນຍົນ
ຫຸ່ນຍົນຮຸ່ນ T1 ຈາກບໍລິສັດ Booster Robotics ເປັນຕົວເອກໃນການແຂ່ງຂັນບານເຕະ. ມີຄວາມສູງ 120 ຊັງຕີແມັດ ນ້ຳໜັກ 30 ກິໂລກຣາມ ແລະ ສາມາດເຄື່ອນໄຫວໄດ້ຫຼາກຫຼາຍ ຕັ້ງແຕ່ການຍ່າງ, ແລ່ນ, ເຕະໝາກບານ, ກິລາກັງຟູ ຈົນເຖິງການລຸກຂຶ້ນເອງໄດ້ເມື່ອລົ້ມລົງ.
ການແຂ່ງມວຍຫຸ່ນຍົນ
ຫຸ່ນຍົນຮຸ່ນ G1 ຂອງບໍລິສັດ Unitree ຈີນ ມີນ້ຳໜັກ 35 ກິໂລກຣາມ ຄວາມສູງ 132 ຊັງຕີແມັດ. ມັນສາມາດເຕະ, ຕີ-ຍົກ, ປ່ອຍມືດ້ວຍຄວາມວ່ອງໄວ ແລະ ລຸກຂຶ້ນໄດ້ເມື່ອລົ້ມ ດ້ວຍຊຸດເຊັນເຊີລ້ຳສະໄໝ. ການແຂ່ງຕີມວຍຫຸ່ນຍົນຖືກຄວບຄຸມຜ່ານລະບົບທາງໄກ ໂດຍມີຜູ້ຄວບຄຸມຢູ່ນອກສັງວຽນ.
ການຈັດການແຂ່ງຂັນຫຸ່ນຍົນແບບນີ້ເປັນຄັ້ງທຳອິດຂອງການແຂ່ງຫຸ່ນຍົນຄ້າຍມະນຸດ
ຄວາມຈິງ ການແຂ່ງຫຸ່ນຍົນມີມາດົນນານແລ້ວ ແຕ່ການແຂ່ງ “World Humanoid Robot Games 2025” ເປັນຄັ້ງທຳອິດທີ່ເນັ້ນສະເພາະຫຸ່ນຍົນຮູບຮ່າງຄ້າຍຄືມະນຸດ ໂດຍມີການສະໜັບສະໜູນຈາກລັດຖະບານຈີນ ເພື່ອເປີດເວທີໃຫ້ບໍລິສັດ ແລະ ອົງການຕ່າງໆ ພິສູດຄວາມສາມາດ ແລະ ພັດທະນາຫຸ່ນຍົນຄ້າຍຄືມະນຸດຮັບເພື່ອໃຊ້ວຽກງານໃນຊີວິດຈິງຂອງມະນຸດໃນອະນາຄົດອັນໃກ້.