Month: November 2025

ກະຊວງການຕ່າງປະເທດ ຮ່ວມກັບກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ

ໃນຕອນເຊົ້າ, ວັນທີ 18 ພະຈິກ 2025 ກະຊວງການຕ່າງປະເທດ ຮ່ວມກັບກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ ທີ່ຢູ່ໃນການຄຸ້ມຄອງຂອງຕົນ ເຊິ່ງຈັດຂຶ້ນຢູ່ຫ້ອງປະຊຸມຊັ້ນ III ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໂດຍການເປັນປະທານຂອງທ່ານ ປອ. ຄໍາມອນ ຈັນທະຈິດ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານ-ຜູ້ປະຈໍາການສະພາທິດສະດີສູນກາງພັກ, ທ່ານ ນ. ວິທະຍາ ໄຊຍະວົງ ຫົວໜ້າສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະຮັບຜິດຊອບ, ວິທະຍາກອນ ແລະ ສໍາມະນາກອນເຂົ້າຮ່ວມ. ຈຸດປະສົງການຝຶກອົບຮົມແມ່ນເພື່ອຍົກລະດັບທິດສະດີ-ແນວທາງ ໃຫ້ພະນັກງານ-ລັດຖະກອນ ຮັບຮູ້, ເຂົ້າໃຈ ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ທິດສະດີ, ແນວທາງແຜນນະໂຍບາຍຂອງພັກ ໂດຍສະເພາະ ແມ່ນແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັການຂອງພັກ, ການສ້າງ-ບູລະນະລະບອບປະຊາທິປະໄປະຊາຊົນ ຕາມທິດສັງຄົມນິຍົມ ແລະ ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ. ໃນໂອກາດນີ້, ທ່ານ ປອ. ຄໍາມອນ ຈັນທະຈິດ […]

ພະນັກງານບຳນານ ຖວທ ມອບເຄື່ອງຊວ່ຍເຫຼືອໃຫ້ຄະນະໂຄສະນາອົບຮົມສູນກາງພັກ

ພະນັກງານບຳນານ ຖວທ ມອບເຄື່ອງຊວ່ຍເຫຼືອໃຫ້ຄະນະໂຄສະນາອົບຮົມສູນກາງພັກ ພະນັກງານບຳນານຂົງເຂດຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ນຳໂດຍທ່ານຈະເລີນວາລິນທະລາສັກ ອະດີດຮອງລັດຖະມົນຕີກະຊວງຖວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຍົກລະດັບລະທິດສະດີ-ແນວທາງຂອງພັກ ໃຫ້ແກ່ພະນັກງານ-ລັດຖະກອນ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຍົກລະດັບລະທິດສະດີ-ແນວທາງຂອງພັກ ໃຫ້ແກ່ພະນັກງານ-ລັດຖະກອນ ພາບ-ຂ່າວ: ສ.ນາກກາລາສິນ           ໃນຕອນເຊົ້າຂອງວັນທີ 10 ພະຈິກ 2025 ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຮ່ວມກັບກົມອົບຮົມ

ຄວາມເປັນມາຂອງ “ພຣະທາດຫຼວງວຽງຈັນ”

ຄວາມເປັນມາຂອງ “ພຣະທາດຫຼວງວຽງຈັນ” ປະຫວັດທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງ

ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພາບ-ຂ່າວ: ນາກກາລາສິນ           ໃນຕອນເຊົ້າ ຂອງວັນທີ 4 ພະຈິກ 2025 ໄດ້ຈັດພິທີເປີດຊຸດອົບຮົມ ຄວາມຮູ້ພື້ນຖານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ

1 2