Month: May 2026

ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ.

ໃນຕອນບ່າຍ ຂອງວັນທີ 27 ພຶດສະພາ 2026 ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ. ເຊິ່ງນໍາໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນການພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ເຂົ້າຮ່ວມມີ: ຄະນະບໍລິຫານງານພັກ ສະໄໝທີ V, ບັນດາເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າກົມ, ທຽບເທົ່າກົມ ພ້ອມດ້ວຍຜູ້ແທນສົມບູນທັງໝົດ ເຂົ້າຮ່ວມ. ຈຸດປະສົງໃນພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານຄັ້ງນີ້ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສະມາ ຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ເພື່ອສະແດງຄວາມເຄົາລົບຮັກຮູ້ບຸນຄຸນອັນໃຫຍ່ຫຼວງ ແລະ ລະ ນຶກເຖິງຜົນງານ, ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງ ປວງຊົນລາວບັນດາເຜົ່າ ເຊິ່ງທ່ານເປັນຜູ້ກໍ່ຕັ້ງນໍາພາ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງຊາດເຮົາຈາກໄຊຊະນີ້ ສູ່ໄຊຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າ ແລະ ສ້າງປະຖົມປັດໃຈກ້າວຂຶ້ນສູ່ສັງຄົມ ນິຍົມຢ່າງໜັກແໜ້ນ, ນໍາພາຂະບວນການປະຕິວັດລຸກຮືຂຶ້ນຕໍ່ສູ້ກັບສັດຕູຜູ້ຮຸກຮານຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງອົງອາດກ້າຫານ.

ພິທີເປີດຂະບວນການ, ໂຄສະນາ ແລະ ພິທີການເພື່ອຕ້ອນຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ

ໃນຕອນເຊົ້າຊອງວັນທີ 22 ພຶດສະພາ 2026 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີເປີດຂະບວນການ, ໂຄສະນາ ແລະ ພິທີການ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ສາຄອນ ພົມມະລາດ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ອະນຸກໍາມະການຂະບວນ ການ, ໂຄສະນາ ແລະ ພິທີການ, ຫົວໜ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ ພ້ອມດ້ວຍພະນະນັກງານ ທີ່ຂຶ້ນກັບ ຄອສພ. ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າອະນຸກໍາມະການຂະບວນການ, ໂຄສະນາ ແລະ ພິທີການ ຂຶ້ນກ່າວຈຸດປະສົງ ແລະ ລາຍງານຫຍໍ້ກ່ຽວກັບການກະກຽມວຽກງານຂະບວນການໂຄສະນາ ແລະ ພິທີການ ຄັ້ງນີ້ເພື່ອໂຄສະນາເຜີຍແຜ່ຜົນງານການເຄື່ອນໄຫວວຽກງານໂຄສະນາອົບຮົມ ໃນສະໄໝທີV ຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ໃຫ້ພະນັກງານ, ສະມາຊິກພັກ ແລະ […]

ກົມຂໍ້ມູນຂ່າວສານໄດ້ເປິດຝຶກອົບຮົມ ວຽກງານຄຸ້ມຄອງລະບົບຫ້ອງການທັນສະໄໝ

ໃນຕອນເຊົ້າ ຂອງວັນທີ 18 ພຶດສະພາ 2026 ຢູ່ທີ່ຫ້ອງຝຶກອົບຮົມ ກົມຂໍ້ມູນຂ່າວສານ (ຄອສພ), ໄດ້ເປີດຊຸດຝຶກອົບຮົມ ຜູ້ຄຸ້ມຄອງລະບົບຫ້ອງການທັນສະໄໝ (E-office) ແລະ ລະບົບພາກລັດ G-Share, E-mail ລັດຖະບານ

ກອງປະຊຸມ ພິຈາລະນາ-ຮັບຮອງຫຼັກສູດ ທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) 2026.

ໃນຕອນບ່າຍຂອງວັນທີ 18 ພຶດສະພາ 2026, ເວລາ 08:30 ໂມງ, ສະພາທິດສະດີສູນກາງພັກ, ໄດ້ຈັດກອງປະຊຸມພິຈາລະນາ-ຮັບຮອງຫຼັກສູດທິດສະດີການເມືອງ 3 ຂັ້ນ(ສະບັບປັບປຸງ) 2026; ທີ່ຫ້ອງປະຊຸມໃຫຍ່ສໍໍານັກງານສະພາທິດສະດີສູນກາງພັກຊັ້ນ II (ຫຼັກ 6) ໂດຍການເປັນປະທານຂອງສະຫາຍ ປອ. ຄໍາພັນ ເຜີຍຍະວົງ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ.

ພະນັກງານກົມຂໍ້ມູນຂ່າວສານເຂົ້າຝຶກອົບຮົມການຄຸ້ມຄອງລະບົບEmailຂອງລັດຖະບານ

ພະນັກງານກົມຂໍ້ມູນຂ່າວສານເຂົ້າຝຶກອົບຮົມການຄຸ້ມຄອງລະບົບEmailຂອງລັດຖະບານ ໃນວັນທີ 14 ພຶດສະພາ 2026 ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດພິທີຝຶກອົບຮົມການຄຸ້ມຄອງລະບົບEmailຂອງລັດຖະບານ ໃຫ້ກຽດກ່າວເປີດພິທີ ທ່ານ ຄຳຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ມີ: ບັນດາພະນັກງານໄອທີຂອງກະຊວງອົງການ ແລະ ຂັ້ນສູນກາງເຂົ້າຮ່ວມ. ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາກະຊວງອົງການທຽບເທົ່າໃນການຄຸ້ມຄອງນຳໃຊ້ລະບົບEmailລັດຖະບານ, ເຊິ່ງການຝຶກອົບຮົມດັ່ງກ່າວຈະສາມາດຄຸ້ມຄອງລະບົບ ແລະ ບໍລິຫານຈັດການຜູ້ນຳໃຊ້ຂອງພາກສ່ວນຕົນເອງໄດ້ງ່າຍຂຶ້ນ; ບົດຮຽນທີ່ໄດ້ຝຶກມີ: 1. ລະບົບ user admin 2. ເມນູລວມຂອງລະບົບ 3. ການເພີ່ມ, ແກ້ໄຂ, ລົບບັນຊີລາຍຊື່ອີເມວ 4. ການ Export ແລະ Import ບັນຊີລາຍຊື່ ຫຼັງຈາກສໍາເລັດການຝຶກອົບຮົມດັ່ງກ່າວນັ້ນ ທ່ານ ຄຳຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ມີຄຳເຫັນໂອ້ລົມ ເພື່ອຊຸກຍູ້ສົ່ງເສີມການພັດທະນາ, ປັບປຸງລະບົບEmailຂອງລັດຖະບານ ຫັນວຽກງານຂອງຕົນເອງທີ່ຮັບຜິດຊອບ ໃຫ້ມີຄວາມທັນສະໄໝ ເປັນຕົ້ນແມ່ນການສົ່ງຂໍ້ມູນ ແລະ ການເຂົ້າເຖິງຂໍ້ມູນຂ່າວສານທີ່ທັນສະໄໝ, ວ່ອງໄວ ປອດໄພ ທີ່ຂໍ້ມູນເປັນຂອງລັດຖະບານຄຸ້ມຄອງ; ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ນັກສຳ ມະກອນທຸກທ່ານຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ, […]

1 2 3