Month: July 2026

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ວາງສະແດງວັດຖຸພັນ ໃນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ວາງສະແດງວັດຖຸພັນ ໃນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນລະຫວ່າງ ວັນທີ 13-15 ກໍລະກົດ 2026 ທີ່ຫໍປະຊຸມແຫ່ງຊາດ ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນຳພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ”. ເຊິ່ງໃນກອງປະຊຸມໄດ້ມີການວາງສະແດງວັດຖຸພັນຂອງແຕ່ລະສຶ່ ແລະ ຜະລິດຕະພັນຜາໄໝ, ຫັດຖະກໍາ ແລະ ເຄຶ່ອງດື່ມ ເຊິ່ງລວມມີ 18 ພາກສ່ວນ ແລະ 50 ຮ້ານ ທີ່ໄດ້ວາງສະແດງໃນງານດັ່ງກ່າວ. ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ກໍ່ແມ່ນພາກສ່ວນໜຶ່ງທີ່ໄດ້ເຂົ້າຮ່ວມວາງສະແດງໃນກອງປະຊຸມຄັ້ງນີ້ດ້ວຍການຈັດບູດນຳສະເໜີຜະລິດຕະພັນ ແລະ ຜົນງານການຫັນເປັນດິຈິຕອນ ພ້ອມກັບພາກສ່ວນສື່ມວນຊົນຂອງພັກ-ລັດ ແລະເອກະຊົນຢ່າງຫຼວງຫຼາຍ. ການເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຍົກສູງບົດບາດການເປັນເສນາທິການດ້ານວຽກງານເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ໂດຍໄດ້ນຳເອົາ 3 ຜະລິດຕະພັນຫຼັກ ທີ່ເປັນໝາກຜົນຂອງການພັດທະນາລະບົບທັນສະໄໝ ມາຈັດວາງສະແດງ ແລະສາທິດການນຳໃຊ້ຕົວຈິງ ປະກອບມີ: – ລະບົບເວັບໄຊສູນກາງ […]

ສໍາເລັດການຈັດຕັ້ງອົບຮົມການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ ເມືອງສະໝ້ວຍ ແຂວງສາລະວັນ

ເພື່ອເຮັດໃຫ້ຜູຊົງຄຸນວຸດທິບັນດາເຜົ່າມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບການເສີມຂະຫຍາຍມູນເຊື້ອອັນດີງາມ, ຄວາມມັກຄີເປັນປຶກແຜນ ແລະ ຄວາມສະເໝີພາບຂອງປະຊາຊົນບັນດາເຜົ່າ, ທັງເປັນການຍົກສູງບົດບາດ, ໜ້າທີ່ຂອງຜູ້ຊົງຄຸນວຸດທິບັນດາເຜົ່າ ແລະ ເພື່ອເປັນການປັງປຸງຫຼັກໝັ້ນຂອງຜູ້ຊົງຄຸນວຸດທີໃຫ້ມີຄວາມໜັກແໜ້ນ; ເຂັ້ມແຂງ ເປັນເຈົ້າການນໍາເອົາແນວທາງແຜນນະໂຍບາຍຂອງພັກ-ລັດ ໄປສຶກສາອົບຮົມໃຫ້ປະຊາຊົນຊັ້ນຄົນມີຄວາມຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ ແລະ ພ້ອມກັນປະຕິ ບັດໃຫ້ປະກົດຜົນເປັນຈິງ, ໃນວັນທີ 3 ກໍລະກົດ 2026 ທີ່ຜ່ານມາ ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ສົມທົບກັບກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຕັ້ງອົບຮົມການເມືອງ-ແນວຄິດໃຫ້ຜູ້ຊົງຄຸນວຸດທິບັນດາຊົນເຜົ່າຂຶ້ນ ຢູ່ທີ່ສະໂມສອນເມືອງສະໝ້ວຍແຂວງສາລະວັນ ໂດຍການເຂົ້າຮ່ວມເປັນປະ ທານກ່າວເປີດ-ປິດ ຂອງສະຫາຍ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະ ນາອົບຮົມແຂວງສາລະວັນ, ມີສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບ ຮົມ ຄະນະໂຄສະນາອົບຮົມສູນກາງພັກ, ມີບຸນເນື້ອ ຫຼອງຄໍາໄຕ ກໍາມະການພັກແຂວງ ເລຂາຄະນະບໍລິ ຫານງານພັກເມືອງ ພ້ອມດ້ວຍສະຫາຍ ຄໍາຈຸງ ດວນທະວີຈິນ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງສະໝ້ວຍ ແລະ ນັກອົບຮົມເຂົ້າຮ່ວມ. ຊຸດອົບຮົມ ມີຜູ້ເຂົ້າຮ່ວມທັງໝົດ […]

ສໍາເລັດການຈັດຕັ້ງອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງໃຫ້ພະນັກງານຂັ້ນພະນັກງານຕາແສງ ເມືອງໂພນທອງ ແຂວງຈໍາປາສັກ

ເພື່ອຍົກສູງຄວາມສາມາດນໍາພາຂອງພະນັກງານຂັ້ນຕາແສງ ໃຫ້ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃນການຊີ້ນໍາ-ນໍາພາ ແລະ ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດໜ້າທີ່ຂອງແຕ່ລະໜ່ວຍງານ ຢ່າງມີປະສິດທິພາບ; ພ້ອມທັງນໍາເອົາເນື້ອໃນ ດັ່ງກ່າວໄປຜັນຂະຫຍາຍ ກໍຄື ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພໍ່ແມ່ປະຊາຊົນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ຕື່ນຕົວເປັນເຈົ້າການຈັດຕັ້ງປະຕິ ບັດແນວທາງແຜນນະໂຍບາຍຂອງພັກ ແລະ ນໍາພາປະຊາຊົນທໍາມາຫາກິນ ບົນພື້ນຖານເຄົາລົບລະບຽບການ ແລະ ກົດໝາຍ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ ແລະ ແກ້ໄຂຄວາມທຸກຍາກ, ສ້າງຄວາມຢູ່ດີກິນດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ.

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໃຫ້ສຳພາດຕໍ່ສື່ມວນຊົນລາວ

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໃຫ້ສຳພາດຕໍ່ສື່ມວນຊົນລາວ ໃນຕອນບ່າຍວັນທີ 08 ກໍລະກົດ 2026 ທີ່ຄະນະໂຄສະນາອົບຮົມສູນກາງພັກ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສຳພາດວ່າ: ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຖືເປັນເຫດການທີ່ມີຄວາມສຳຄັນທາງປະຫວັດສາດຂອງຂົງເຂດສື່ມວນຊົນລາວ ເນື່ອງຈາກເປັນຄັ້ງທຳອິດທີ່ໄດ້ຮັບການຈັດຕັ້ງຂຶ້ນຢ່າງເປັນທາງການ ພາຍໃຕ້ການຊີ້ນຳຢ່າງໃກ້ສິດຈາກກົມການເມືອງສູນກາງພັກ.

1 2 3 4