Month: July 2026

ຄະນະຜູ້ແທນຂັ້ນສູງຈາກວາລະສານກົ້ງສ້ານ ຂອງພັກກອມມູນິດ ຫວຽດນາມເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2026 ທີ່ ຫ້ອງຮັບແຂກ ຄອສພ ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຮສ.ປອ ຫງວຽນ ຫງັອກ ຮາ ຮອງບັນນາທິການໃຫຍ່ວາລະສານກົ້ງສ້ານ ຂອງພັກກອມມູນິດ ຫວຽດນາມ, ຜູ້ຊ່ຽວຊານຂັ້ນສູງ ພ້ອມດ້ວຍຄະນະ ເນື່ອງໃນໂອ ກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ຄະນະນັກສຳມະນາລາວ ສຳເລັດຜົນການຮ່ວມສຳມະນາດ້ານ AI ຢູ່ ສປ ຈີນ

ຄະນະນັກສຳມະນາຈາກບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ຂອງ ສປປ ລາວ ໄດ້ສະຫຼຸບຜົນການເຂົ້າຮ່ວມສຳມະນາ ຫົວຂໍ້ “ການເລັ່ງລັດສ້າງຂີດຄວາມສາມາດຂອງບຸກຄະລາກອນ ດ້ານປັນຍາປະດິດ (AI) ຂອງ ສປປ ລາວ” ທີ່ຈັດຂຶ້ນໂດຍກະຊວງການຄ້າ ສປ ຈີນ ແລະ ມອບໃຫ້ວິທະຍາໄລເຕັກນິກວິຊາຊີບການຄ້າສາກົນກວາງຊີ ເປັນເຈົ້າການ ໃນລະຫວ່າງວັນທີ 9-24 ກໍລະກົດ 2026 ຢູ່ແຂວງກວາງຊີ ສປ ຈີນ.

ນັກຂ່າວແມ່ຍິງລາວ ຮ່ວມຖອດຖອນບົດຮຽນການນຳໃຊ້ AI ແລະ ສື່ມວນຊົນຍຸກໃໝ່

ນັກຂ່າວແມ່ຍິງລາວ ຮ່ວມຖອດຖອນບົດຮຽນການນຳໃຊ້ AI ແລະ ສື່ມວນຊົນຍຸກໃໝ່ ນັກຂ່າວແມ່ຍິງລາວ ຮ່ວມຖອດຖອນບົດຮຽນ 10 ຫົວຂໍ້ຫຼັກ ທີ່ເມືອງນານນິງ: ເນັ້ນການນຳໃຊ້ AI ແລະ ສື່ມວນຊົນຍຸກໃໝ່ ເພື່ອເຊື່ອມໂຍງວັດທະນະທຳ ອາຊຽນ-ຈີນ ນານນິງ, ສປ ຈີນ ເຂົ້າຮ່ວມມີ: ຄະນະນັກຂ່າວແມ່ຍິງ ຈາກສຳນັກຂ່າວລາວ ພ້ອມດ້ວຍເພື່ອນຮ່ວມອາຊີບສື່ມວນຊົນ ແລະ ພະນັກງານລັດຖະບານ ຈາກປະເທດມຽນມາ ແລະ ອິນໂດເນເຊຍ ລວມທັງໝົດ 27 ທ່ານ ໄດ້ຮ່ວມກັນເຈາະເລິກ 10 ຫົວຂໍ້ບັນຍາຍລະດັບສາກົນ ໃນກອງປະຊຸມສໍາມະນາ “Seminar for Female Multimedia Journalists from ASEAN Countries” ທີ່ຈັດຂຶ້ນຢູ່ ເມືອງນານນິງ ແຂວງກວາງຊີ ສປ ຈີນ ເພື່ອແນໃສ່ການຍົກລະດັບສັກກາຍະພາບຂອງແມ່ຍິງໃນວົງການສື່ສານມວນຊົນ ໃຫ້ກ້າວທັນກັບເຕັກໂນໂລຊີລະດັບໂລກ. ການຝຶກອົບຮົມໃນຄັ້ງນີ້ ບໍ່ພຽງແຕ່ເປັນການສ້າງເຄືອຂ່າຍລະຫວ່າງອາຊຽນ ແລະ ຈີນ ເທົ່ານັ້ນ, […]

ກອງປະຊຸມ​ປະກອບຄໍາເຫັນໃສ່ຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກ, ສະໄໝທີ XII ວ່າດ້ວຍນະໂຍບາຍສົ່ງເສີມ, ບໍາລຸງສ້າງ, ຄຸ້ມຄອງ ແລະ ນໍາໃຊ້ຖັນແຖວປັນຍາຊົນທີ່ມີຄຸນນະພາບໃນເງື່ອນໄຂໃໝ່

ກອງປະຊຸມ​ປະກອບຄໍາເຫັນໃສ່ຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກ, ສະໄໝທີ XII ວ່າດ້ວຍນະໂຍບາຍສົ່ງເສີມ, ບໍາລຸງສ້າງ, ຄຸ້ມຄອງ ແລະ ນໍາໃຊ້ຖັນແຖວປັນຍາຊົນທີ່ມີຄຸນນະພາບໃນເງື່ອນໄຂໃໝ່

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕ້ອນຮັບການເຂົ້າພົບປະ ແລະ ອວຍພອນຜົນສຳເລັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ການຕ້ອນຮັບ ແລະ ອວຍພອນຜົນສຳເລັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I                 ໃນຕອນບ່າຍຂອງວັນທີ 15 ກໍລະກົດ 2026, ຄະນະນໍາ ຫ້ອງວ່າການສຳນັກງານປະທານປະເທດ ນໍາໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກັບ ທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ.

1 2 3 4