Month: August 2026

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຊົມງານວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ

ສະຖານທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ຮ່ວມກັບ ຫໍພິພິທະພັນວິຈິດສິນ ຫວຽດນາມ ແລະ ສູນວັດທະນະທໍາຫວຽດນາມ ປະຈໍາ ລາວ ຈັດງານວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ ໃນວັນທີ 27 ສິງຫາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າໂຄສະນາສະນາອົບຮົບສູນກາງພັກ, ທ່ານ ຫງວຽນ ມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຊານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ຫງວຽນ ແອງ ມິ່ງ ຜູ້ອໍານວຍການຫໍພິພິທະພັນວິຈິດສິນ ຫວຽດນາມ ໄດ້ກ່າວວ່າ: ໃນໂອກາດສະເຫຼີມສະຫຼອງ ວັນສະຖາປານາ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ […]

ຄະນະໂຄສະນາອົບຮົມສູນກາງພັກ ອວຍພອນວັນຊາດ ສສ ຫວຽດນາມ

        ໃນຕອນເຊົ້າວັນທີ 27 ສິງຫານີ້ ທີ່ສະຖານທູດຫວຽດນາມ ປະຈຳລາວ, ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ນຳເອົາກະຕ່າດອກໄມ້ ໄປອວຍພອນສະຖານທູດຫວຽດນາມ ປະຈຳລາວ, ເນື່ອງໃນໂອກາດ ຄົບຮອບ 81 ປີ (2/9/1945-2/9/2026) ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໂດຍໃຫ້ການຕ້ອນຮັບ ຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.

ແຂວງຫຼວງນໍ້າທາ ເປີດຊຸດຝຶກອົບຮົມ ວຽກງານໂຄສະນາປາຖະກະຖາປະຈໍາປີ 2026

ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ພາຍໃນແຂວງຫຼວງນໍ້າທາ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານໂຄ ສະນາປາຖະກະຖາ ແນ່ໃສ່ຍົກສູງຄວາມຮູ້ຄວາມສາມາດ ໃນການເຮັດວຽກງານໂຄສະນາປາຖະກະຖາ ໃຫ້ມີບາດກ້າວຫັນປ່ຽນໄປສູ່ຄຸນນະພາບໃໝ່ ໃນການເປັນເສນາທິການ ໃຫ້ແກ່ຄະນະພັກຂັ້ນຂອງຕົນ ໃຫ້ນັບມື້ນັບສູງຂຶ້ນເລື້ອຍໆ.

ກົມອົບຮົມ ຮ່ວມກັບ ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຈັດຕັ້ງຝຶກອົບຮົມໃຫ້ພະນັກງານທີ່ເຮັດວຽກງານອົບຮົມ.

ໃນລະຫວ່າງວັນທີ 25-26 ກັນຍາ 2026 ຢູ່ທີ່ສະໂມສອນ ສໍານັກງານປົກຄອງເມືອງປາກງື່ມ ນະຄອນ ຫຼວງວຽງຈັນ ໄດ້ຈັດຊຸດຝຶກອົບຮົມວຽກງານອົບຮົມໃຫ້ແກ່ພະນັກງານໂຄສະນາອົບຮົມຂັ້ນຕ່າງໆ

ສຳເລັດບັ້ນຝຶກອົບຮົມນັກຂ່າວແລະສື່ມວນຊົນຮຸ່ນໜຸ່ມທີ່ນະຄອນຫລວງປັກກິ່ງ ສປຈີນ

ໂຄງການຝຶກອົບຮົມນັກຂ່າວ ແລະ ສື່ມວນຊົນຮຸ່ນໜຸ່ມຈາກບັນດາປະເທດສະມາຊິກ ແລະ ປະເທດຄູ່ຮ່ວມມືຂອງອົງການຮ່ວມມືຊຽງໄຮ (SCO) ໄດ້ສຳເລັດໃນວັນທີ 25 ສິງຫາ 2026 ພາຍຫຼັງດຳເນີນການຝຶກອົບຮົມແຕ່ວັນທີ 06 ສິງຫາ 2026​ ​ຫາ​ 25​ສິງຫາ​2026 ທີ່ ສປ ຈີນ ໂດຍມີຜູ້ແທນ ແລະ ນັກຂ່າວສື່ມວນຊົນຈາກ 7 ປະເທດ ເຂົ້າຮ່ວມມີ: ອາເມນີ, ອາເຊີໄບຈານ, ອີຢິບ, ອີຣັກ, ສປປ ລາວ, ມົງໂກເລຍ ແລະ ຊູດານໃຕ້. ໂຄງການດັ່ງກ່າວ ເປັນເວທີໃຫ້ນັກຂ່າວ ແລະ ສື່ມວນຊົນຈາກບັນດາປະເທດ ໄດ້ແລກປ່ຽນຄວາມຮູ້, ປະສົບການ ແລະ ແນວຄິດດ້ານວຽກງານສື່ມວນຊົນ ພ້ອມທັງສົ່ງເສີມສາຍພົວພັນ ແລະ ການຮ່ວມມືດ້ານສື່ສານລະຫວ່າງ ສປ ຈີນ ກັບ ບັນດາປະເທດຜູ້ເຂົ້າຮ່ວມ, ຕະຫຼອດໄລຍະ 20 ວັນຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ແລະ ແລກປ່ຽນກັບບັນດາຜູ້ນຳ, […]

1 2 3 4