ກົມຂໍ້ມູນຂ່າວສານ ຈັດກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິ ບັດວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ (ເວັບໄຊ) ຂອງຄະນະໂຄສະ ນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ IV (10-11-12/2025).
ໃນຕອນເຊົ້າຂອງ ວັນທີ 8 ທັນວາ 2025, ກົມຂໍ້ມູນຂ່າວສານ ໄດ້ຈັດກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ(ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ IV (10-11-12/2025) ທີ່ຫ້ອງປະຊຸມທາງໄກ ຊັ້ນ 4 ຄອສພ ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ
