ສົມພິນິດ ວົງສົມບັດ

ຄະນະບັນນາທິການ ວາລະສານອະລຸນໃໝ່ ລົງເຄື່ອນໄຫວເກັບກຳຂໍ້ມູນວິຊາສະເພາະຢູ່ ແຂວງ ຫຼວງນ້ຳທາ.

ຄະນະບັນນາທິການ ວາລະສານອະລຸນໃໝ່ ລົງເຄື່ອນໄຫວເກັບກຳຂໍ້ມູນວິຊາສະເພາະຢູ່ ແຂວງ ຫຼວງນ້ຳທາ. ໂດຍປະຕິບັດຕາມແຜນການເຄື່ອນໄຫວວຽກງານ ປະຈຳປີ 2023 ຂອງວາລະສານອະລຸນໃໝ່ ໃນຕອນເຊົ້າຂອງ ວັນທີ 13 ມີນາ 2023 ວາລະສານອະລຸນໃໝ່ ເຊິ່ງເປັນວາລະສານທິດສະດີ ແລະ ພຶດຕິກຳຂອງພັກປະຊາຊົນປະຕິວັດລາວ ໄດ້ລົງເຄື່ອນໄຫວເກັບກຳຂໍ້ມູນ ວຽກງານວິຊາສະເພາະ ຢູ່ແຂວງຫຼວງນ້ຳທາ ເຊິ່ງນຳພາໂດຍ ທ່ານ ບຸນທ່ຽງ ພັນນະຈັນ ຮອງຫົວໜ້າບັນນາທິການວາລະສານອະລຸນໃໝ່ ພ້ອມດ້ວຍຄະນະ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ ຈາກຄະນະໂຄສະນາອົບຮົມແຂວງ ກໍຄືພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເຮັດໃຫ້ການເຄື່ອນໄຫວວຽກງານສຳເລັດໄປຕາມຄາດໝາຍ ໃນໂອກາດດັ່ງກ່າວ, ທ່ານ ບຸນມາ ພັນດາວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ລາຍງານສະພາບການພົ້ນເດັ່ນຂອງແຂວງໂດຍສັງເຂບ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະປີຜ່ານມາ (2022) ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ; ວຽກງານກໍ່ສ້າງພັກ-ພະນັກງານ ຕິດພັນການຍົກສູງຄວາມສາມາດນຳພາຂອງຄະນະພັກຮາກຖານ; ການພັດທະນາການທ່ອງທ່ຽວ ຕິດພັນກັບການເສີມຂະຫຍາຍທ່າແຮງຂອງແຂວງ ແລະ ການສົ່ງເສີມການຜະລິດເປັນສິນຄ້າເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ. ຄ່ຽງຄູ່ກັນນັ້ນ […]

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ທີ່ ມະຫາວິທະຍາໄລແຫ່ງຊາດ.

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ທີ່ ມະຫາວິທະຍາໄລແຫ່ງຊາດ. ໃນຕອນເຊົ້າຂອງວັນທີ 15 ມີນາ 2023 ທີ່ຜ່ານມາ. ຢູ່ທີ່ສະໂມສອນ ຊັ້ນ 2 ມະຫາວິທະຍາໄລແຫ່ງຊາດ ໂດຍພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ນາງ ວິລະວອນ ພັນທະວົງ, ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ສະຫາຍ ສິນທະວອນ ດາລາວົງ ຄະນະພັກ ມຊ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງຊາວໜຸ່ມ ມຊ, ສະຫາຍ ສີສຸພັນ ພົມມະນີວົງ, ຮອງເລຂາຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ ທັງເປັນເລຂາຊາວໜຸ່ມ ມຊ ພ້ອມດ້ວຍບັນດາຄະນະບໍລິຫານງານຊາວໜຸ່ມ, ຜູ້ຕາງໜ້າຊາວໜຸ່ມຮາກຖານທົ່ວ ມຊ ຕະຫຼອດຮອດສະມາຊິກເຂົ້າຮ່ວມຫຼາຍກວ່າ 200 ສະຫາຍ. ໃນພິທີ […]

ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ( 22 ມີນາ 1955 – 22 ມີນາ 2023) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ.

ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ( 22 ມີນາ 1955 – 22 ມີນາ 2023) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ. ໃນຕອນເຊົ້າ ວັນທີ 17 ມີນາ 2023 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ6) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບຮອບ 68 ປີ ( 22 ມີນາ 1955 – 22 ມີນາ 2023) ແລະ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ. ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ […]

ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2023 ຄົບຮອບ 113 ປີ (08/3/1910 – 8/3/2023).

ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2023 ຄົບຮອບ 113 ປີ (08/3/1910 – 8/3/2023). ໃນຕອນເຊົ້າຂອງວັນທີ 3 ມີນາ 2023. ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີ ສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2023 ຄົບຮອບ 113 ປີ ຂຶ້ນທີ່ ສະໂມສອນໃຫຍ່ ຄອສພ (ຫຼັກ6). ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ຄະນະພັກ, ຄະນະບໍລິຫານງານສະຫະພັນແມ່ຍິງ ຄອສພ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກສະຫະພັນແມ່ຍິງ ທົ່ວ […]

ຫົວໜ້າຄະນະໂຄສະນາອົຍຮົມສູນກາງພັກ ເນັ້ນບາງບັນຫາເພື່ອໃຫ້ວຽກງານໂຄສະນາມີການຫັນປ່ຽນໃໝ່.

ຫົວໜ້າຄະນະໂຄສະນາອົຍຮົມສູນກາງພັກ ເນັ້ນບາງບັນຫາເພື່ອໃຫ້ວຽກງານໂຄສະນາມີການຫັນປ່ຽນໃໝ່. ເພື່ອຊຸກຍູ້ ໃຫ້ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ມີການຫັນປ່ຽນໃໝ່, ແລະ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໄດ້ລົງພົບປະໂອ້ລົມພະນັກງານກົມໂຄສະນາ ໃຫ້ທິດຊີ້ນໍາ ການເຄື່ອນໄຫວວຽກງານໂຄສະນາ, ທັງເປັນການຊຸກຍູ້ ໃຫ້ກໍາລັງໃຈພະນັກງານກົມໂຄສະນາ ພາຍຫຼັງມີການປັບປຸງການຈັດຕັ້ງ ທົ່ວ ຄອສພ, ໃນວັນທີ 20 ກຸມພາຜ່ານມາ ທີ່ຫ້ອງປະຊຸມ ຊັ້ນ 5 ຂອງສໍານັກງານ ຄອສພ (ຫຼັກ 6), ເຂົ້າຮ່ວມມີ: ບັນດາຄະນະພັກ, ຫົວໜ້າຫ້ອງການ, ກົມຈັດຕັ້ງ-ພະນັກງານ ແລະ ກົມກວດກາ, ຄະນະກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການກົມໂຄສະນາ ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວ, ສະຫາຍ ໂພເມກ ວິໄລສັກຫົວໜ້າກົມໂຄສະນາ ໄດ້ຂຶ້ນລາຍງານໂດຍຫຍໍ້ ສະພາບການເຄື່ອນໄຫວວຽກງານວິຊາສະເພາະ ຂອງກົມໂຄສະນາ ໃນໄລຍະ 1 ເດືອນຜ່ານມາ ພາຍຫຼັງບັ້ນປັບປຸງກົງຈັກການຈັດຕັ້ງ ທົ່ວຄະນະໂຄສະນາອົບຮົມສູນກາງພັກ […]

1 25 26 27 28 29 46