ສົມພິນິດ ວົງສົມບັດ

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ.

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ. ໃນຕອນເຊົ້າວັນທີ 7 ສິງຫາ 2023 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ຈັດຊຸດຝຶກອົບ ຮົມວຽກງານໄອທີ ກ່ຽວກັບລະບົບຄອມພິວເຕີ, ການບໍາລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຣນິກ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຊຸດຝຶກອົບຮົມ ໂດຍ ທ່ານ ໄຊຊານົນ ທິແກ້ວ ຮອງຫົວໜ້າຄະ ນະໂຄສະນາອົບຮົມແຂວງ ໄຊຍະບູລີ ແລະ ທ່ານ. ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ; ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 16 ທ່ານ. ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ ໂດຍສະເພາະແມ່ນການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ […]

ກອງປະຊຸມທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ກາງສະໄໝທີ XI ທີ່ຈຸດທາບທາມແຂວງອຸດົມໄຊ.

ກອງປະຊຸມທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ກາງສະໄໝທີ XI ທີ່ຈຸດທາບທາມແຂວງອຸດົມໄຊ. ໃນວັນທີ່ 24 ກໍລະກົດ 2023 ນີ້ ທີ່່ສະໂມສອນແຂວງອຸດົມໄຊ ພາຍໃຕ້ການເປັນປະທານ ຂອງສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ຄະນະບໍລິະຫານງານພັກແຂວງ 4 ແຂວງພາກເໜືອຄື: ອຸດົມໄຊ, ຜົ້ງສາລີ ,ຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ ລວມທັງໝົດ 123 ຍີງ 16 ສະຫາຍ. ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ຈຸດປະສົງ, ລະດັບຄາດໝາຍ ແລະ ຄວາມສຳຄັນຂອງຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 268/ຄລສພ, ມາດ ຕະຖານລວມ, ມາດຕະຖານສະເພາະ ຂອງຄະນະບໍລິຫານງານສູນກາງພັກ ແລະ ໜ້າທີ່ຂອງຄະນະບໍລິຫານງານສູນກາງພັກ, ໂອກາດນີ້ ສະຫາຍຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໄດ້ມີຄໍາຄິດເຫັນໂອ້ລົມ ແລະ ເນັ້ນໜັກບາງບັນຫາຕໍ່່ກັບການທາບທາມຄັ້ງນີ້ ໂດຍຍົກໃຫ້ເຫັນດ້ານຕັ້ງໜ້າ ດ້ານອ່ອນຂໍ້ຄົງຄ້າງ […]

ກົມກວດກາຄະນະໂຄສະນາອົບຮົມສູນກາງພັກລົງເຮັດວຽກກວດກາປົກກະຕິປະຈຳປີ 2022

ກົມກວດກາຄະນະໂຄສະນາອົບຮົມສູນກາງພັກລົງເຮັດວຽກກວດກາປົກກະຕິປະຈຳປີ 2022. ໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2023 ຄະນະກວດກາຄະນະໂຄສະນາອົບສູນກາງພັກ ນຳໂດຍ ທ່ານ ນ ວິະວອນພັນທະວົງ ກຳມະການປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານກວດກາ ໄດ້ເຄື່ອນໄຫວກວດກາປົກກະຕິ ນຳຄະນະກົມໂຄສະນາ ຢູ່ ທີ່ຫ້ອງປະຊຸມຊັ້ນ 2. ໃນໂອກາດດັ່ງກ່າວ ສະຫາຍ ໂພເມກ ວິໄລສັກ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງ ກົມໄລຍະຜ່ານມາເຊິ່ງບາງຕອນໄດ້ກ່າວວ່າ: ພາຍຫຼັງກົມໂຄສະນາ ແລະ ວາລະສານໂຄສະນາໄດ້ໂຮມເຂົ້າຕາມມະຕິຕົກລົງ ຂອງຄະນະ ເລຂາທິການສູນກາງພັກ ໃນທ້າຍປີ 2022 ຄະນະໜ່ວຍພັກ ກໍຄື ຄະນະກົມ ໄດ້ເອົາໃຈໃສ່ນຳພາແນວຄິດ ຂອງພະນັກງານ, ສະມະຊິກພັກພາຍໃນກົມໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ໄປຄຽງຄູ່ກັນນັ້ນ ກໍໄດ້ເປັນເຈົ້າການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງ ໜ່ວຍພັກ ໂດຍການຫັນມາເປັນທິດທາງ ແຜນການ , ແຜນງານ,ໂຄງການ […]

ກົມກວດກາຄະນະໂຄສະນາອົບຮົມສູນກາງພັກລົງເຮັດວຽກກວດກາປົກກະຕິປະຈຳປີ 2022

ກົມກວດກາຄະນະໂຄສະນາອົບຮົມສູນກາງພັກລົງເຮັດວຽກກວດກາປົກກະຕິປະຈຳປີ 2022. ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2023 ຄະນະກວດກາຄະນະໂຄສະນາອົບສູນກາງພັກ ນຳໂດຍ ທ່ານ ນ ພວງມະລີ ອັກຄະມົນຕີ ຮອງປະທານກວດກາ ຫົວໜ້າກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກໄດ້ເຄື່ອນໄຫວກວດກາປົກກະຕິ ຫ້ອງການສະພາທິດດີສູນກາງພັກ ຢູ່ ທີ່ຫ້ອງປະຊຸມຊັ້ນ 1 ສະພາທິດສະດີສູນກາງພັກ. ໃນໂອກາດດັ່ງກ່າວ ທ່ານ ນ ພອນທິບ ສີຈະເລີນ ເລຂາ ຫົວໜ້າຫ້ອງການສະພາທິດສະດີ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາຕາມການເຈາະຈີ້ມຂອງກົມກວດກາ, ເປັນຕົ້ນແມ່ນ ໜ່ວຍພັກ ໄດ້ເປັນເຈົ້າການ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ , ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກ ໂດຍການຫັນມາເປັນທິດທາງ ແຜນການ , ແຜນງານ,ໂຄງການ ລະອຽດ ຂອງໜ່ວຍພັກ ພ້ອມທັງນຳພາຈັດຕັ້ງຜັນຂະຫຍາຍ ແລະ ນຳພາຈັດຕັ້ງປະຕິບັດ ໂດຍຖືເອົາການສຶກສາອົບຮົມສະມາຊິກພັກ, ພະນັກງານໃຫ້ມີຄວາມໜັກແໜ້ນອຸດົມການສັງຄົມນິຍົມ, ປະຕິບັດກົດລະບຽບຂອງພັກ, […]

ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023).

ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023). ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2023, ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6), ພາຍໃຕ້ການເປັນປະທານ ແລະ ກ່າວເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ທ່ານ ນາງ ພວງມະລີ ອັກຄະມຸນຕີ ຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິິິິິິິິິິິິິິິິິິິິິິິິິິິິິງ ຄອສພ, ຕາງໜ້າບັນດາກົມ, ອົງການຈັດຕັ້ງມະຫາຊົົົນ, ຄະນະສະຫະພັນແມ່ຍິງ, ຫົວໜ້າໜ່ວຍແມ່ຍິງ, ຮອງໜ່ວຍແມ່ຍິງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທັງໝົດ ເຂົ້າຮ່ວມຢ່າງພ້ອມພຽງ. ເນື່ອງໃນໂອກາດ ຄໍານັບຮັບຕ້ອນ […]

1 7 8 9 10 11 34