ສົມພິນິດ ວົງສົມບັດ

ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນຄະນະໂຄສະນາອົບຮົມສູນ ກາງພັກ ຄຸ້ມຄອງ ຮອບ II.

ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນຄະນະໂຄສະນາອົບຮົມສູນກາງພັກ ຄຸ້ມຄອງ ຮອບ II. ໃນວັນທີ 19 ກໍລະກົດ 2023 ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນຄະນະໂຄສະນາອົບຮົມສູນກາງພັກ ຄຸ້ມຄອງຮອບ II. ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້້າຮ່ວມມີ: ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກ ຫົວໜ້າກົມ, ຮອງຫົວໜ້າກົມ ເຂົ້າ ຮ່ວມຢ່າງພ້ອມພຽງ. ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໃນຄັ້ງນີ້ແມ່ນໄດ້ດໍາເນີນຕາມລະບຽບການ, ຂັ້ນຕອນ, ວິທີການຢ່າງເຂັ້ມງວດ, ຮັບປະກັນຄວາມໂປ່ງໃສ່, ເປີດເຜີຍ, ຖືກຕ້ອງຕາມລະບຽບການ ທີ່ໄດ້ກໍານົດໄວ້, ເພື່ອເຮັດໃຫ້ການສ້າງແຜນກຳນົດພະນັກງານນໍາພາ-ຄູ້ມຄອງ ຂັ້ນຄະນະໂຄສະນາອົບຮົມສູນກາງພັກຄຸ້ມ ຄອງຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ , ເລືອກໄດ້ພະນັກງານທີ່ມີຄຸນສົມບັດສິນທໍາປະຕິວັດ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຮູ້ ຄວາມສາມາດ, ເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນເພື່ອກາຍເປັນພະນັກງານສືບທອດປຽ່ນແທນທີ່ມີຄຸນນະພາບສູງ.

ພິທີປິດກອງປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V.

ພິທີປິດກອງປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V. ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ   ຄະນະໂຄສະນາອົບຮົມສູນກາງພັກສະໄໝທີ V ຂຶ້ນທີ່ ຫ້ອງປະຊຸມໃຫຍ່ (ຫຼັກ 6) ພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມ: ຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກໃນທົ່ວ ຄອສພ. ໃນພິທີ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນຜ່ານບົດລາຍງານຜົນການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມໃນການດໍາເນີນກອງປະຊຸມ, ຕີລາຄາຜົນການດໍາເນີນກອງປະຊຸມ ແລະ ບາງບັນຫາທີ່ຄວນເອົາໃຈໃສ່ປັບປຸງແກ້ໄຂ. ກອງປະຊຸມໄດ້ດໍາເນີນຕາມ 3 […]

ກອງປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V.

ກອງປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V. ໃນວັນທີ 17 ກໍລະກົດ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກສະໄໝທີ V ຂຶ້ນທີ່ ຫ້ອງປະຊຸມໃຫຍ່ (ຫຼັກ 6) ພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມ: ຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ, ຜູ້ຕາງໜ້າຄະນະຈັດຕັ້ງສູນ ກາງພັກ, ຄະນະກວດກາສູນກາງພັກ, ຫົວໜ້າກົມ, ຮອງຫົວໜ້າກົມ. ໃຫ້ກຽດກ່າວເປີດກອງປະຊຸມໂດຍສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ໃນກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນເຊື່ອມຊຶມເນື້ອໃນເອກະສານຈໍານວນໜຶ່ງເຊັ່ນ: ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 268/ຄລສພ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ ແລະ ມາດຕະຖານຄະນະບໍລິຫານງານພັກກະຊວງ-ອົງການ; ສິດ ແລະ ໜ້າທີ່ຂອງຄະນະພັກ […]

ຄະນະໂຄສະນາອົບຮົມສູນກາງພັກ ອອກແຮງງານອານາໄມສໍາ ນັກງານ ແລະ ປູກຕົ້ນໄມ້ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມກາງ ສະໄໝຂອງຄະນະບໍລິຫານງານພັກ ຄອສພ.

ຄະນະໂຄສະນາອົບຮົມສູນກາງພັກ ອອກແຮງງານອານາໄມສໍານັກງານ ແລະ ປູກຕົ້ນໄມ້ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກ ຄອສພ. ໃນຕອນເຊົ້່າຂອງວັນທີ 14 ກໍລະກົດ 2023, ຄະນະໂຄສະນາອົບຮົມສູນກາງພັກ ອອກແຮງງານອະນາໄມລວມສໍານັກງານ ແລະ ປູກຕົ້ນໄມ້ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກ ຄອສພ ເຊິ່ງຈະໄດ້ຈັດຂຶ້ນໃນມໍ່ໆນີ້; ໃຫ້ກຽດນໍາພາ ໂດຍທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນ ກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້້າຮ່ວມມີ: ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີ ຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານໃນທົ່ວ ຄອສພ ເຂົ້້າຮ່ວມຢ່າງເປັນຂະບວນຟົດຟື້ນ. ການອອກແຮງງານລວມຄັ້ງນີ້ແມ່ນ ເພື່ອອະນາໄມ, ຕັດຫຍ້າ, ຕົບແຕ່ງສວນດອກໄມ້ ເພື່ອສ້າງຄວາມສະອາດຈົບງາມຕ້ອນຮັບກອງປະຊຸມກາງສະໄໝຂອງ ຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຈະໄຂຂຶ້ນໃນມໍ່ໆນີ້, ທັງເປັນການຮັດແໜ້ນຄວາມສາມັກຄີພາຍໃນຂອງພະນັກງານລັດຖະກອນທັງໝົດໃຫ້ເປັນຈິດໜຶ່ງໃຈດຽວກຽມພ້ອມກ້າວເຂົ້າສູ່ກອງປະຊຸມກາງສະໄໝຂອງຕົນດ້ວຍຈິດໃຈຟົດຟື້ນປະຕິວັດ.

ພິທີປິດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍ ໃຫ້ແກ່ພະນັກງານພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ.

ພິທີປິດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍ ໃຫ້ແກ່ພະນັກງານພາຍໃນ ຄະນະໂຄສະນາອົບ ຮົມສູນກາງພັກ. ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2023, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ໄດ້ສໍາເລັດການ ຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ; ເຊິ່ງພິທີປິດດັ່ງກ່າວໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ຊັ້ນ 5 ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານ ຂອງທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ໃຫ້ກຽດເຂົ້້າຮ່ວມມີ ທ່ານ ສີສຸພັນ ທັນສະໄໝ ອະດີດຜູ້ທີ່ເຄີຍມີປະສົບການໃນການພັດທະນາວຽກງານໄອທີ ທັງເປັນຜູ້ເຮັດຕົວຈິງ, ມີ ຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ສະຫາຍ. ໃນພິທີໄດ້ຮັບຟັງການລາຍງານຜົນສໍາເລັດໃນການຝຶກອົບຮົມຄັ້ງນີ້ ພ້ອມທັງຕີລາຄາດ້ານດີ-ດ້ານອ່ອນ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ, ຂໍ້ສະເໜີຂອງນັກຝຶກອົບຮົມ ແລະ […]

1 8 9 10 11 12 34