ສົມພິນິດ ວົງສົມບັດ

ກົມກວດກາຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2022 ແລະ ແຜນປະຈຳປີ 2023.

ກົມກວດກາຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2022 ແລະ ແຜນປະຈຳປີ 2023. ໃນຕອນເຊົ້າ ວັນທີ 29 ມິຖຸນາ 2023 ຢູ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2022 ແລະ ແຜນປະຈຳປີ 2023 ຂື້ນພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ນ. ວິລະວອນ ພັນທະວົງ ກຳມະການປະຈຳພັກ, ປະທານກວດກາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ມີບັນດາຄະນະບໍລິຫານງານພັກ, ຫົວໜ້າ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານວິຊາການທົ່ວຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ. ກອງປະຊຸມໄດ້ເຜີຍແຜ່ເອກະສານສຳຄັນດັ່ງນີ້: 1. ບົດແນະນຳ ສະບັບເລກທີ 192/ຄກສພ, ລົງວັນທີ 26 ມີຖຸນາ 2017 ຂອງຄະນະກວດກາສູນກາງພັກ, ອົງການກວດກາລັດ ກະຊວງ-ອົງການ ແລະ ທ້ອງຖິ່ນ ( ສະບັບປັບປຸງ ). […]

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນ ກາງພັກ ເປີດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍ.

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ເປີດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍ. ໃນຕອນເຊົ້າຂອງວັນທີ 4 ມິຖຸນາ 2023, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄອສພ ໄດ້ເປີດຊຸດຝຶກອົບຮົມການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ ວິທີການເຮັດວຽກຜ່ານລະບົບອອນລາຍໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ ຫ້ອງອິນເຕີເນັດ ຊັ້ນ 3 ຂອງ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ໃຫ້ກຽດກ່າວເປີດຊຸດຝຶກອົບຮົມໂດຍທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ເຂົ້າຮ່ວມມີ: ຄະ ນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ສະຫາຍ. ຈຸດປະສົງໃນການເປີດຊຸດຝຶກອົບຮົມຄັ້ງນີ້ ເພືື່ອຍົກລະດັບຄວາມຮູ້ ຄວາມສາມາດ, ສ້າງຄວາມຊໍານານໃຫ້ແກ່ພະນັກງານ-ລັດຖະກອນຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການແກ້ໄຂບັນຫາຄອມພິວເຕີຂັ້ນພຶ້ນຖານ ແລະ […]

ກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2022 ແລະ ແຜນ ການປະຈໍາປີ 2023 ຂອງຄະນະໂຄສະນາອົບຮົມສູນກາງພັກ.

ກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2022 ແລະ ແຜນການປະຈໍາປີ 2023 ຂອງຄະນະໂຄສະນາອົບຮົມສູນກາງພັກ. ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2022 ແລະ ແຜນການປະຈໍາປີ 2023 ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຫຼັກ6 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ປະທານກວດກາ ຄອສພ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມມີ: ຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ອານົງສັກ ອິນທະວົງ ຄະນະພັກ ຮອງປະທານກວດກາຄະນະພັກ ຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານບົດແນະນໍາ ສະບັບເລກທີ 192/ຄກສພ, […]

ວາລະສານອະລຸນໃໝ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບ ປະແລກປ່ຽນບົດຮຽນການຫັນເປັນທັນສະໄໝ ກັບ ສຳນັກຂ່າວ ສານປະເທດລາວ.

ວາລະສານອະລຸນໃໝ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນການຫັນເປັນທັນສະໄໝ ກັບ ສຳນັກຂ່າວສານປະເທດລາວ. ໃນຕອນເຊົ້າວັນທີ 20 ມິຖຸນາ 2023 ວາລະສານ ອະລຸນໃໝ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນການຫັນເປັນທັນສະໄໝ ກັບ ຂ່າວສານປະເທດລາວ ເຊິ່ງນໍາໂດຍ ທ່ານ ປອ ວັນລາຕີ ຄຳວານວົງສາ ວ່າການຫົວໜ້າວາລະສານອະລຸນໃໝ່ພ້ອມດ້ວຍຄະນະ ແລະ ວິຊາການຈາກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໂດຍການຕ້ອນຮັບຂອງ ທ່ານ ວິໄລ ມະນີລັດ ຮອງຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ພ້ອມດ້ວຍຄະນະ. ໃນພີທີທັງສອງຝ່າຍໄດ້ລາຍງານສະພາບການຈັດຕັ້ງ-ເຄື່ອນໄຫວວຽກງານ ໃນໄລຍະຜ່ານມາໂດຍສັງເຂບໃຫ້ກັນຮັບຊາບ ໂດຍສະເພາະແມ່ນວຽກງານຂ່າວ ສານ, ວຽກງານການຫັນເປັນສື່ເອເລັກໂຕຼນິກ, ວຽກງານການພັດທະນາຍົກລະດັບຂອງວຽກງານສື່ມວນຊົນ ແລະ ອື່ນໆທີ່ທັງສອງຝ່າຍໃຫ້ຄວາມສົນໃຈ. ໃນໂອກາດດັ່ງກ່າວ ທ່ານ ປອ ວັນລາຕີ ຄຳວານວົງສາ ວ່າການຫົວໜ້າວາລະສານອະລຸນໃໝ່ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ຄະນະນຳຂອງສຳນັກຂ່າວສານປະເທດລາວທີ່ໄດ້ເສຍສະຫຼະເວລາຕ້ອນຮັບ, ໃຫ້ຄວາມຮູ້, ບົດຮຽນ ແລະ ປະສົບການຕ່າງໆ ໃນການເຄື່ອນໄຫວວຽກງານ ຢ່າງລະອຽດເລິກເຊິ່ງຈະແຈ້ງ. ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນເປັນບົດຮຽນທີ່ມີຄວາມສໍາຄັນ ແລະ […]

ພິທີເປີດຝຶກອົບຮົມວຽກງານໂຄສະນາອົບຮົມ 7 ແຂວງພາກເໜືອປະຈໍາປີ 2023.

ພິທີເປີດຝຶກອົບຮົມວຽກງານໂຄສະນາອົບຮົມ 7 ແຂວງພາກເໜືອປະຈໍາປີ 2023. ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຝຶກອົບຮົມວຽກງານໂຄສະນາອົບຮົມ 7 ແຂວງພາກເໜືອປະຈໍາປີ 2023 ຂຶ້ນໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2023, ທີ່ ແຂວງ ອຸດົມໄຊ ໂດຍໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກງານພັກ-ພະນັກງານ, ມີພະນັກງານຈາກສູນກາງ, ຄູອາ ຈານ ແລະ ບັນດາພະນັກງານໂຄສະນາອົບຮົມ ທີ່ມາຈາກແຂວງ ແລະ ເມືອງໃນ 7 ແຂວງພາກເໜືອ. ຈຸດປະສົງເພື່ອຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວຽກວິຊາສະເພາະໃຫ້ແກ່ພະນັກງານໂຄສະນາອົບຮົມທົ່ວປະເທດເພື່ອ “ສ້າງການຫັນປ່ຽນດ້ານຈິນຕະ ນາການ, […]

1 9 10 11 12 13 34