ເພສກົມຈັດຕັ້ງ-ພະນັກງານ

ພິທີປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ

ໃນຕອນບ່າຍຂອງວັນທີ 28 ພະຈິກ 2025 ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວໃຫ້ແກ່ ພະນັກງານລັດຖະກອນ ປະຈຳການ ແລະ ບຳນານທີ່ຂື້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ຄະນະປະຈຳພັກ, ຄະນະບໍລິຫານງານພັກຄະນະໂຄສະນາອົບຮົມສູນກາງພັກ, ບັນດາກົມ, ທຽບເທົ່າກົມເຂົ້າຮ່ວມຢ່າງພ້ອມພຽງ.

ຄະນະຮັບຜິດຊອບຊຸດຝຶກອົບຮົມທິດສະດີ-ການເມືອງຂັ້ນຕົ້ນຊຸດທີ 2 ຄະນະໂຄສະນາອົບຮົມສູນກາງພັກ ມອບປຶ້ມໃຫ້ຫ້ອງສະໝຸດ ຄອສພ

ຄະນະຮັບຜິດຊອບຊຸດຝຶກອົບຮົມທິດສະດີ-ການເມືອງຂັ້ນຕົ້ນຊຸດທີ 2 ຄະນະໂຄສະນາອົບຮົມສູນກາງພັກ ມອບປຶ້ມໃຫ້ຫ້ອງສະໝຸດ ຄອສພ ໃນຕອນບ່າຍຂອງວັນທີ 6 ສິງຫາ 2024 ທີ່ຫ້ອງສະໝຸດ ຄອສພ, ຄະນະຮັບຜິດຊອບຊຸດຝຶກອົບຮົມທິດສະດີຂັ້ນຕົ້ນຊຸດທີ 2 ​

ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມເຮັດວຽກກັບຄະນະໂຄສະນາອົບຮົມເມືອງທ່າແຕງ

ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມເຮັດວຽກກັບຄະນະໂຄສະນາອົບຮົມເມືອງທ່າແຕງ ຕອນເຊົ້າວັນທີ 21 ພຶດສະພາ 2024 ນີ້ ທ່ານ ນາງ ຈັນສຸກ ພິມມະວັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ

ກອງປະຊຸມເຜີຍແຜ່ແນະນໍາເອກະສານການກຳນົດຕໍາແໜ່ງງານ.

ໃນວັນທີ 17 ມັງກອນ 2024, ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາເອກະ ສານກ່ຽວກັບການກຳນົດຕໍາແໜ່ງງານ ຂຶ້ນທີ່ຫ້ອງປະຊຸມ ຄອສພ (ຫຼັກ6) ໂດຍການເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ກຳມະການຄະນະພັກ ຫົວຫນ້າກົມຈັດຕັ້ງ-ພະນັກງານ, ມີຜູ້ເຂົ້າຮ່ວມ ຕາງໜ້າຄະນະກົມ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ ແລະ ວິຊາການທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.

1 2 3 4